ໂພຊະນາການໃນ ສປປ ລາວ: ສາເຫດ, ຕົວກໍານົດ ແລະ ສິ່ງກີດຂວາງ ມິຖຸນາ 2016 ອັດຕາແລກປ່ຽນ ເມື່ອວັນທີ 10 ມິຖຸນາ, 2016 (ຈາກທະນາຄານການຄ້າຕ່າງປະເທດແຫ່ງ ສປປ ລາວ): ຫົວໜ່ວຍເງິນຕາ = ກີບ (ກີບລາວ) 8,090 ກີບ = 1.00 ໂດລາສະຫະລັດ ປີງົບປະມານ = ຕຸລາ ຫາ ກັນຍາ ຄໍາສັບຫຍໍ້ ANC ການຝາກທ້ອງ BMI ດັດສະນີມວນສານຮ່າງກາຍ CNP ໂຄງການໂພຊະນາການຊຸມຊົນ CLTS ຊຸມຊົນເປັນເຈົ້າການວຽກງານສຸຂະອະນາໄມ DHO ຫ້ອງການສາທາລະນະສຸກເມືອງ FGD ກຸ່ມສົນທະນາ GDP ຜະລິດຕະພັນມວນລວມພາຍໃນປະເທດ GMP ການຕິດຕາມການຈະເລີນເຕີບໂຕ IDI ການສໍາພາດລົງເລິກ IMCI ການຄຸ້ມຄອງແບບເຊື່ອມສານການເຈັບປ່ວຍຂອງເດັກ IYCF ການລ້ຽງດູເດັກອ່ອນ ແລະ ເດັກນ້ອຍ MCH ສຸຂະພາບແມ່ ແລະ ເດັກ MDG ເປົ້າໝາຍສະຫັດສະຫວັດ LAK ສະກຸນເງິນກີບຂອງລາວ LBW ເດັກນ້ຳໜັກເກີດຕ່ຳ LECS 5 ການສໍາຫລວດການໃຊ້ຈ່າຍ ແລະ ບໍລິໂພກໃນຄົວເຮືອນຂອງລາວ 5 LSIS ການສໍາຫລວດດັດສະນີໝາຍສັງຄົມລາວ ORS ເກືອອໍຣາລິດ ORT ການປິ່ນປົວດ້ວຍການທົດແທນນໍ້າທາງປາກ PDR ສາທາລະນະລັດປະຊາທິປະໄຕປະຊາຊົນ PHO ພະແນກສາທາລະນະສຸກແຂວງ PNC ການດູແລຫລັງເກີດ RMNCH ສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່ ແລະ ເດັກນ້ອຍ SBCC ການສື່ສານເພື່ອປ່ຽນແປງພຶດຕິກໍາ ແລະ ສັງຄົມ UFGE ໂຄງການເພື່ອຄວາມສະເໝີພາບຍິງ-ຊາຍ UNICEF ອົງການສະຫະປະຊາຊາດເພື່ອເດັກ (ອຸຍນີເຊັບ) WHO ອົງການອະນາໄມໂລກ ຮອງປະທານ ປະຈຳພາກພື້ນ: ວິກທໍເຣຍ ກວາກວາ ອໍານວຍການປະຈຳປະເທດ: ອູນຣິດສ໌ ຊັກຄ້າວ ອໍານວຍການອາວຸໂສປະຈຳຂະແໜງ: ທີໂມທີ ແກຣນ ອີແວນສ໌ ຫົວໜ້າຫ້ອງການປະຈຳປະເທດ: ແຊລລີ ເບີນນິງແຮມ ຜູ້ຈັດການປະຈຳຂະແໜງ: ທູມັດສ໌ ປາລູ ຜູ້ຂຽນ: ສຸດທາຢຸດ ໂອສອນປຣະສົບ ໂອເບີດສ໌ ພິມຮິດສາຍ ບົດຂໍຂອບໃຈ ບົດລາຍງານສະບັບນີ້ ຖືກກະກຽມ ແລະ ນໍາພາໂດຍ ທ່ານສຸດທາຢຸດ ໂອສອນປຼະສົບ ແລະ ໂອເບີດສ ພິມຮິດສາຍ, ພ້ອມດ້ວຍ ນິລະມົນ ຈັນລີວົງ, ແອນ ແມຣີ ໂປຣໂວ, ຈັນແທລ໌ ບູໂດຣ, ແລະ ເອັນໂກສິ ເອັມບູຢ້າ ແລະ ຈຸດຕາ ຄຣານ ຜູ້ເປັນນັກຂຽນຮ່ວມ. ພວກເຮົານັກຂຽນທັງຫລາຍ ຂໍຂອບໃຈບັນດາສະມາຊິກທະນາຄານໂລກ ດັ່ງຕໍ່ໄປນີ້ ສໍາລັບການປະກອບສ່ວນທີ່ມີຄ່າ ໂດຍລວມມີ: ໂຊມີວ ນັກປານ, ຊູຊານນາ ສະເມັດສ໌, ວຽງສະໄໝ ວົງຄໍາຊາວ, ເບີດເຕ ຊໍເຣັນເຊັນ, ອາໄຈ ທັນດອນ, ເອມີໂກະ ມາຊາກິ, ຊິນຢາ ຕາກາມັດສຸ, ບັນທິດາ ກົມພາສຸກ, ໂສພາວັນ ທິດສີ, ໂຕະໂມະ ໂມຣີໂມໂຕະ, ແລະ ບົວລໍາພັນ ພູທະວີສຸກ. ນັກຂຽນ ມີຄວາມປິຕິຍິນດີຕໍ່ການສະໜັບສະໜູນ ຈາກໜ່ວຍງານຄຸ້ມຄອງ ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຈາກ ອູນຣິດສ໌ ຊາໂຊ ແລະ ຊາລີ ເບີນນິງແຮມ. ສໍາລັບການຊີ້ນໍາ ດ້ານວິຊາການຈາກ: ເລັສລີ ເຄ ແອວເດີ້, ອານມຸດ ເວດສ໌, ແລະ ເຊີເກ ຊໍຣີຢາ, ກໍຄືຈາກ ທູມັດສ໌ ປາລູ ແລະ ລາສ໌ ຊອນເດີກາດ. ບັນດານັກຂຽນ ຂໍຂອບໃຈມາຍັງ ກະຊວງສາທາລະນະສຸກ ແລະ ເລຂາ ນຸການຂອງຄະນະກໍາມະການໂພຊະນາການແຫ່ງຊາດແຫ່ງ ສປປ ລາວ ສໍາລັບການສະໜັບສະໜູນອັນລໍ້າຄ່າ ໃນການເກັບກຳຂໍ້ມູນສຳຫຼັບບົດລາຍງານນີ້. ໂດຍສະເພາະ ໃນການກະກຽມ ແລະ ຈັດຕັ້ງປະຕິບັດການສຶກສາ ພາກຄຸນນະພາບ ກ່ຽວກັບການໃຫ້ຄໍາປຶກສາດ້ານໂພຊະນາການ ແລະ ການຕິດຕາມການຈະເລີນເຕີບໂຕຂອງ ເດັກນ້ອຍ. ບັນດານັກຂຽນ ຂໍຂອບໃຈມາຍັງທ່ານ ດຣ. ຈັນດາວອນ ໂພໄຊ, ດຣ. ໄກສອນ ຈຸນລະມະນີ, ດຣ. ກອງມະນີ ສຸພາມີໄຊ, ດຣ. ຣັດຕິພອນ ອຸລາ, ດຣ. ບຸນຖົມ ແພງດີ, ດຣ. ຄໍາເສັງ ພິລາວົງ, ດຣ. ສຸດທະນູ ນັນທະນົນຕຣີ, ດຣ. ຈັນສາລີ ພົມມະວົງ, ດຣ. ຄຳພິທູນ ສົມສະມຸດ, ດຣ. ຈັນລັບ ຫຼວງລາດ ກໍຄື ບັນດາພະແນກ ສາທາລະນະສຸກແຂວງ, ຫ້ອງການສາທາລະນະສຸກເມືອງ ແລະ ສຸກສາລາ ຈາກແຂວງຫົວພັນ, ແຂວງຊຽງຂວາງ, ແລະ ນະຄອນຫລວງວຽງຈັນ. ນອກນັ້ນ ທາງນັກຂຽນຍັງຂໍຂອບໃຈ ວີໂອຣີກາ ເບີດາກາ (ອຸຍນີເຊັບ), ຄູນ ເອເວີ້ຣາເອີດທ໌ (ຕົວແທນສະຫະພາບເອີຣົບ) ແລະ ເອມີ ເວດສ໌ມານ (ອົງການຊ່ວຍເຫລືອເດັກ) ສໍາລັບການໃຫ້ ຂໍ້ຄິດເຫັນທີ່ມີຄ່າໃນບົດຄົ້ນຄ້ວາຄັ້ງນີ້. ຜົນການຄົ້ນຄ້ວາ ແລະ ການວິເຄາະຂອງບົດລາຍງານນີ້ ແມ່ນການວິເຄາະຂອງບັນດານັກຂຽນເອງ, ໂດຍບໍ່ຈຳ ເປັນວ່າແມ່ນຄຳເຫັນຕົວແທນຂອງກຸ່ມທະນາຄານໂລກ, ຄະນະອຳນວຍການ ຫລື ລັດຖະບານຂອງປະເທດ ສະມາຊິກ. ສາລະບານ ສະ​ ບົດ​ ຫລຸບ​ຫຍໍ້ ............................................................................................................... 7 ພາກ I: ພາດຫົວເລື່ອງ ແລະ ຄວາມເປັນມາ ........................................................................... 11 ພາກ II: ສາ​ ຂອງການຂາດສານອາຫານໃນເດັກນ້ອຍ .......................................................... ເຫດ​ 16 ຄວາມບໍ່ພຽງພໍຂອງອາຫານ ..................................................................................... 18 ພາລະຈາກພະຍາດຕິດຕໍ່ຊຶມເຊື້ອ ແລະ ສິ່ງແວດລ້ອມ ................................................... 25 ໃຈລະຫວ່າງ​ ປັດ​ ລຸ້ນຄົນ .......................................................................................... 27 ວັດທະນະທໍາ ແລະ ຄວາມເຊື່ອ ................................................................................. 29 ການແກ້ໄຂສາເຫດ ການຂາດສານອາຫານ ໂດຍວິທີ ການເຊື່ອມສານຫຼາຍຂະແໜງການຈະໄດ້ ຮັບປະສິດທິພາບຫຼາຍທີ່ສຸດ..................................................................................... 30 ພາກ III: ສິ່ງທ ທາຍ​ ​ ້າ​ ແລະ ອຸປະສັກ​ ສໍາຄັນ ​ ໃນ​ ການ​ ໃຫ້ບ​ ໍລິການ​ ດ້ານໂພຊະ​ ນາ​ ການ .......................... 31 ການ​ ໃຫ້ບ​ ໍລິການ​ດ້ານໂພຊະ​ ການ .......................................................................... ນາ​ 37 ພະນັກງານສາທາລະນະສຸກ ແລະ ໂພຊະນາການ ......................................................... 39 ການສະໜອງອຸປະກອນ ແລະ ຢາ ດ້ານໂພຊະນາການ ................................................... 44 ພາກ IV: ຂໍ້ສະຫລຸບ, ການ​ ພົວພັນ​ ທາງ​ ນະ​ ໂຍບາຍ, ​ ແລະ ຂໍ້​ ສະ​ ເໜີ​ ແນະ​ ຕ່າງໆ .................................. 46 ເອກະສານອ້າງອີງ ............................................................................................................ 51 ເອກະສານຄັດຕິດ: ຕາຕະລາງເພີ່ມເຕີມຕ່າງໆ ......................................................................... 55 ລາຍຊື່ຂອງຕາຕະລາງ ຕາຕະລາງ 1. ສັງ​ລວມສະພາບການວັດແທກຮ່າງກາຍຂອງເດັກນ້ອຍທົ່ວໄປ (ອາຍຸ 0-59 ​ ເດືອນ) ແລະ ລະດັບຄວາມສຳຄັນ ຕໍ່ວຽກງານສາທາລະນະສຸກ, ສປປ ລາວ ................................ 14 ຕາຕະລາງ 2. ອາຫານການກິນຂອງຄົວເຮືອນ ແຍກຕາມທາດອາຫານຫຼັກ .................................. 19 ຕາຕະລາງ 3. ການ​ ລ້ຽງ​ລູກ​ ດ້ວຍ​ ນົມແ ​ ມ່ ​ແລະ ການ​ ໃຫ້ອ​ າຫານ​ ເສີມ .......................................... 21 ຕາຕະລາງ 4. ການ​ ເຖິງ​ ເຂົ້າ​ ອາຫານ, ພຶດຕິກຳລ້ຽງດູເດັກ ໂດຍຈຳແນກເປັນໝວດອາຍຸ .................. 22 ຕາຕະລາງ 5. ການ​ ສົມ​ ທຽບ​ ພຶດຕິກຳການບໍລິໂພກລະຫວ່າງແມ່, ​ ເດັກ​ ອ່ອນ ​ ແລະ ​ ເດັກນ້ອຍກັບຄວາມ ຮູ້ຂອງແມ່ກ່ຽວກັບການຕິດຕາມການຈະເລີນເຕີບໂຕຂອງເດັກ ແລະ ໂພຊະນາສືກສາ .. 23 ຕາຕະລາງ 6. ການເກີດການຖອກທ້ອງ ແລະ ການປິ່ນປົວ ...................................................... 25 ຕາຕະລາງ 7. ການ​ ເຖິງ​ ເຂົ້າ​ ລະບົບນ້ຳ ແລະ ສຸຂະພິບານແບບ​ ປັບປຸງ ........................................ 26 ຕາຕະລາງ 8. ເດັກເກີດມີນ້ຳໜັກຕ່ຳຫຼຸດມາດຕະຖານ​ ໃນ ສປປ ລາວ ......................................... 28 ຕາຕະລາງ 9. ການໃຫ້ບໍລິການດ້ານໂພຊະນາການ ຕາມຕົວ​ ວັດ ............................................ ຊີ້​ 38 ຕາຕະລາງ 10. ຕົວຊີ້ວັດການໃຫ້ບໍລິການ ແລະ ຄວາມພ້ອມດ້ານໂພຊະນາການ: ຄວາມພ້ອມຂອງພະ ນັກງານ ແລະ ຄູ່ມືແນະນຳ ........................................................................... 39 ຕາຕະລາງ 11. ຕົວ​ ວັດຂອງ​ ຊີ້​ ອົງການ​ ອະນາ​ ໄມ​ ໂລກ ສະພາບການຕຽມພ້ອມ ດ້ານໂພຊະນາການ: ອຸປະ ກອນເພື່ອບົ່ງມະຕິ, ຢາ ແລະ ອຸປະກອນການແພດ ............................................. 44 ຕາຕະລາງ 12. ການ​ ແຈກ​ ຢາຍ ຈຸລະສານ​ ອາຫານ .................................................................. 45 ຕາຕະລາງ 13. ຜົນ​ການ​ ສກຶ ສາ​ຢອ້ ນ​ຫລງັ ຂ​ ອງ ການຂາດສານອາຫານແບບເຕ້ຍ ສຳລັບເ ​ ດັກ 6 ຫາ 59 ​ ເດືອນ.. 55 ຕາຕະລາງ 14. ຜົນ​ການ​ ສກ ຢອ ຶ ສາ​ ຫລງ ້ ນ​ ​ ອງ ການຂາດສານອາຫານແບບເຕ້ຍ ສຳລັບ​ ັ ຂ ເດັກ 6 ຫາ 23 ​ ເດືອນ.. 56 ຕາຕະລາງ 15. ຕົວ​ກໍານົດ​ ຂອງ​ ອາຫານ​ ໃນ​ຄົວ​ ເຮືອນ ​ ແລະ ການ​ ຜະລິດກ ​ ະສິກໍາ ............................. 57 ຕາຕະລາງ 16. ຕົວ​ກໍານົດ​ ຂອງ​ ອາຫານ​ ໃນ​ ແລະ ການ​ ເດັກ ​ ຜະລິດກ ​ ະສິກໍາ .................................... 58 ຊື່​ ລາຍ​ ຂອງພາບ ພາບທີ 1. ສະພາບລວມຂອງການຂາດສານອາຫານໃນ ສປປ ລາວ ທັງທີ່ມີການຫຼຸດຜ່ອນຂອງ ຄວາມທຸກຍາກຢ່າງວອງການ​ ຢູ່ຂ ຄົງ​ ການ​ ​ ອງ​ ຂາດ​ ສານ​ ​ ນ ສປປ ລາວ ເ ອາຫານ ໃ ​ ່າຈະ ​ ຖິງວ ​ ການ​ ມີ​ ຫລຸດຜ່ອນ​ ຄວາມທຸກ​ ຍາກ ຢ່າງ​ ໄວ, 1990-2012 ................................ ວ່ອງ​ 13 ພາບທີ 2. ສປປ ລາວ​ ຖືກຈ ອັນດັບທີ່ຕ່ຳ ໃນຕົວຊີ້ວັດອັດຕາເດັກນ້ອຍຂາດສານອາຫານຊ່ຳເຮື້ອ ​ ັດ​ ແບບເຕ້ຍ ເມື່ອສົມທຽບກັບປະເທດອື່ນ ທີ່ມີ​ ລາຍ​ ລະດັບດ ຮັບ​ ກັນ ........................ ​ ຽວ​ 13 ພາບທີ 3. ການຂາດສານອາຫານຊ່ຳເຮື້ອ​ ອັດຕາ​ ແຍກ​ ແບບເຕ້ຍ ​ ແຂວງ: 2011/12 ............ ຕາມ​ 14 ພາບທີ 4. ການ​ ອັດຕາ​ ຂາດສານອາຫານຊ່ຳເຮື້ອແບບເຕ້ຍ ແ ​ ຍກ​ ຕາມ​ ສະພາບ​ ຮັ່ງມີ: 2011/12 ຄວາມ​ 14 ພາບທີ 5. ຫລາກ​ ຄວາມ​ ຂອງ​ ຫລາຍ​ ເສດຖະກິດສັງຄົມ ......... ອາຫານໃນຄົວເຮືອນ ແຍກຕາມກຸ່ມ​ 20 ພາບທີ 6. ການ​ ຄະ​ ຄາດ​ ເນ​ ຄວາມ​ເປັນ​ ໄປ​ ໄດ້​ຂອງການ​ ຂາດສານອາຫານແບບຊ່ຳເຮື້ອ ​ ແຍກ​ ຕາມ​ 30 ເຫດ ສໍາລັບ​ ສາ​ ​ າຍຸ 6-23 ​ ເດັກອ ເດືອນ ............................................................ ພາບທີ 7. ຄະແນນສະເລ່ຍຂອງຄວາມເຂົ້າໃຈ ດ້ານ​ ໂພຊະ​ ນາ​ ການ ຂອງ​ ພະນັກງານ​ ສາທາລະນະ​ 40 ສຸກ ແຕ່ລະລະດັບ ..................................................................................... ພາບທີ 8. ເປີເຊັນພະນັກງານສາທາລະນະສຸກ ທີ່ໄດ້ໃຫ້ຄຳແນະນຳ ຫຼື ປະຕິບັດສິ່ງຕ່າງໆ ເຫຼົ່ານີ້ເພື່ອ 41 ສົ່ງເສີມການເຕີບໃຫຍ່ຂອງເດັກ .................................................................... ລາຍຊື່ຂອງກັບ ຫ້ອງ 1. ການສື່ສານເພື່ອປ່ຽນແປງພຶດຕິກໍາ ແລະສັງຄົມ ແມ່ນຫຍັງ? ............................................. 32 ໂພຊະນາການໃນ ສປປ ລາວ: ສາເຫດ, ຕົວກໍານົດ ແລະ ສິ່ງກີດຂວາງ 7 ບົດສະຫລຸບຫຍໍ້ 1. ການຂາດສານອາຫານໃນ ສປປ ລາວ ຍັງຄົງມີຢູ່ໃນອັດຕາສູງທຽບໃສ່ຫລາຍໆປະເທດທົ່ວໂລກ, ເຖິງ ວ່າໃນຫລາຍປີຜ່ານມາປະເທດໄດ້ມີການຂະຫຍາຍຕົວຂອງເສດຖະກິດຢ່າງວ່ອງໄວ ແລະ ໄດ້ມີການຫລຸດ ຜ່ອນຂອງຄວາມທຸກຍາກຢ່າງວ່ອງໄວ. ຄວາມຄືບໜ້າທີ່ຊັກຊ້າຕໍ່ການຫລຸດຜ່ອນການຂາດສານອາຫານ ໄດ້ ກະຕຸ້ນໃຫ້ມີການສົນທະນາຢ່າງຈິງຈັງດ້ານນະໂຍບາຍ ແລະ ບົດຄົ້ນຄວ້າຫລາຍດ້ານກ່ຽວກັບສະພາບ ແລະ ປັດໃຈດ້ານໂພຊະນາການໃນ ສປປ ລາວ. ບົດຄົ້ນຄວ້າສະບັບນີ້ຈະໄດ້ຕໍ່ຍອດຖານຄວາມຮູ້ ເພື່ອເພີ່ມຂໍ້ມູນຕໍ່ ກັບການສົນທະນາທີ່ຕໍ່ເນື່ອງໃນຫົວຂໍ້ດັ່ງກ່າວ ໂດຍນໍາເອົາຫລັກຖານຈາກການວິເຄາະຂໍ້ມູນໃນ ສປປ ລາວ, ເພື່ອເຂົ້າໃຈສາເຫດຂອງອຸປະສັກສະເພາະໃນປະເທດ ແທນທີ່ຈະອີງໃສ່ແຕ່ຫລັກຖານ ຫຼື ການບັນລະຍາຍ ທິດສະດີຈາກຕ່າງປະເທດ. ບົດນີ້ໄດ້ນໍາໃຊ້ການວິເຄາະຫລາຍຕົວຜັນແປ ຫຼື ປັດໃຈເພື່ອເຂົ້າໃຈສາເຫດຫລັກ ຂອງການຂາດສານອາຫານຊ່ຳເຮື້ອ (ແບບເຕ້ຍ) ໂດຍນໍາໃຊ້ຂໍ້ມູນທີ່ຄົບຖ້ວນ, ໂດຍແຍກປັດໃຈທີ່ເກາະກ່ຽວກັບ ການຂາດສານອາຫານກະທັນຫັນ (ແບບຈ່ອຍ) ໃນ ສປປ ລາວ. ດັ່ງນັ້ນ, ບົດຄົ້ນຄວ້າຄັ້ງນີ້ຈຶ່ງແຕກຕ່າງໄປຈາກ ບົດລາຍງານອື່ນໆທີ່ຜ່ານມາ ເຊິ່ງສ່ວນຫລາຍແມ່ນອີງໃສ່ປັດໃຈລວມ ແລະ ການບັນລະຍາຍທິດສະດີ. ແຕ່ວ່າ, ບັນດານັກຂຽນຮັບຮູ້ວ່າຂໍ້ມູນຍັງມີຂໍ້ຈຳກັດ ໂດຍການວິເຄາະຫຼາຍຕົວແປແມ່ນຕ້ອງອີງໃສ່ຂໍ້ມູນທີ່ມີ, ເຊິ່ງບໍ່ສາ ມາດກວມເອົາທຸກຕົວກຳນົດ. ນອກຈາກນັ້ນ, ຂໍ້ມູນບາງສ່ວນແມ່ນມາຈາກການລາຍງານຂອງຜູ້ທີຖືກສຳພາດ ແລະ ບໍ່ສາມາດເປັນຕົວແທນໃຫ້ທົ່ວປະເທດໄດ້, ແຕ່ຂໍ້ມູນທີ່ມາໃຊ້ວິເຄາະໃນບົດຄົ້ນຄວ້ານີ້ແມ່ນອີງຕາມຂໍ້ມູນທີ່ ມີລ້າສຸດພາຍໃນປະເທດ. ຍິ່ງໄປກວ່ານັ້ນ, ບົດຄົ້ນຄ້ວານີ້ໄດ້ລວມເອົາຫລັກຖານໃໝ່ຈາກການວິເຄາະຂໍ້ມູນການ ສໍາຫລວດສະຖານທີ່ບໍລິການສຸຂະພາບ ແລະ ພະນັກງານສາທາລະນະສຸກ, ການປະເມີນຄຸນນະພາບແບບວອງ ໄວດ້ານການໃຫ້ຄໍາປຶກສາດ້ານໂພຊະນາການ ແລະ ການຕິດຕາມການຈະເລີນເຕີບໂຕຂອງເດັກນ້ອຍໃນ ສປປ ລາວ ໄດ້ຍົກໃຫ້ເຫັນຊ່ອງຫວ່າງດ້ານທັກຊະ ແລະ ພຶດຕິກໍາການໃຫ້ບໍລິການຄໍາປຶກສາດ້ານໂພຊະນາການ ແລະ ການຕິດຕາມການຈະເລີນເຕີບໂຕຂອງເດັກນ້ອຍຂອງພະນັກງານສາທາລະນະສຸກ. ການປະສົມປະສານ ການວິເຄາະຂໍ້ມູນແບບຄຸນນະພາບ ແລະ ປະລິມານທີ່ເລິກເຊິ່ງນີ້ແມ່ນຍັງບໍ່ທັນມີຫລາຍໃນ ສປປ ລາວ ເຊິ່ງສາ ມາດນໍາມາເຊິງຄວາມຮູ້ ແລະ ຄວາມເຂົ້າໃຈທີ່ເປັນປະໂຫຍດຫລວງຫລາຍ ເພື່ອໃຫ້ທຸກຝ່າຍຊອກຫາວິທີແກ້ໄຂ ຮ່ວມກັນ. ເນື້ອໃນສໍາຄັນ 2. ສາເຫດຂອງການຂາດສານອາຫານໃນ ສປປ ລາວ ມີຫລາຍດ້ານ ແລະ ຫລາຍຂະແໜງການ. ນັບແຕ່ ບັນດາປັດໃຈທີ່ຖືກກໍານົດມາກ່ອນເດັກຈະເກີດເຊັ່ນວ່າ: ຄວາມສູງ, ການສືກສາ, ສຸຂະພາບ, ການເອົາໃຈ ໃສ່, ການກິນ ແລະ ອາຍຸຂອງແມ່ຕອນຖືພາຫາບັນດາປັດໃຈທີ່ກະທົບໃສ່ເດັກຫລັງເກີດເຊັ່ນ: ການລ້ຽງລູກ ດ້ວຍນົມແມ່ບໍ່ພຽງພໍ, ການກິນສານອາຫານທີ່ບໍ່ຫລາກຫລາຍ ແລະ ມີສານອາຫານຕໍ່າ ແລະ ສຸຂາພິບານ ພ້ອມອະນາໄມສິ່ງແວດລ້ອມບໍ່ດີ, ໂດຍສະເພາະແມ່ນການຖ່າຍຊະຊາຍ. ປັດໃຈສ່ວນຫລາຍໄດ້ຮັບອິດທິພົນມາ ຈາກການຂາດຄວາມຮູ້ກໍຄືຄ່ານິຍົມ ແລະ ການປະຕິບັດທາງສັງຄົມ, ບົດບາດຍິງຊາຍ ແລະ ວັດທະນະທໍາ ປະເພນີທີ່ບໍ່ຖືກຕ້ອງ. ເນືື້ອໃນຫລັກຈາກການວິເຄາະມີດັ່ງລຸ່ມນີ້: 3. ໃນຂະນະທີ່ສ່ວນຫລາຍເຊື່ອວ່າປັດໃຈຫລັກຂອງການຂາດສານອາຫານຊ່ຳເຮື້ອ (ແບບເຕ້ຍ) ໃນ ສປປ ລາວ ນັ້ນ ມາຈາກຄວາມບໍ່ໝັ້ນຄົງໃນການຄ້ຳປະກັນສະບຽງອາຫານ, ການວິເຄາະນີ້ສະແດງໃຫ້ເຫັນວ່າການເຂົ້າ ເຖິງອາຫານບໍ່ແມ່ນເປັນປະເດັນຫລັກ, ແຕ່ຄຸນນະພາບຂອງອາຫານການກິນເປັນປັດໃຈຫລັກທີ່ພາໃຫ້ເດັກນ້ອຍ ຂາດສານອາຫານ. ການວິເຄາະຂໍ້ມູນຈາກການສໍາຫລວດ LECS 5 ສະແດງໃຫ້ເຫັນວ່າ ຄົວເຮືອນຕົວຢ່າງໃນ ສປປ ລາວ ເຂົ້າເຖິງອາຫານພຽງພໍຕໍ່ຄວາມຕ້ອງການດ້ານພະລັງງານຂອງເຂົາເຈົ້າ. ແຕ່, ຄວາມຫລາກຫລາຍ ຂອງອາຫານການກິນແມ່ນຕໍ່າ. ໂດຍທີ່ຄົວເຮືອນໃນເຂດຊົນນະບົດບໍລິໂພກສະເລ່ຍພຽງແຕ່ 3 ໃນ 9 ໝວດ ອາຫານຫລັກເທົ່ານັ້ນ. ການປະຕິບັດການລ້ຽງດູ ແລະ ການໃຫ້ອາຫານເດັກອ່ອນທີ່ບໍ່ດີພາໃຫ້ບັນຫານັ້ນເພີ່ມ ທະວີ, ຍ້ອນວ່າເດັກອາຍຸຕ່ຳກ່ວາ 2 ປີ ຈະບໍ່ຄອຍໄດ້ໃຫ້ກິນໝວດອາຫານທີ່ສໍາຄັນເຖິງວ່າຈະມີອາຫານໃນຄົວ ເຮືອນກໍ່ຕາມ. ພວກເຮົາພົບເຫັນໃນການສຳຫຼວດວ່າເດັກອາຍຸ 6-23 ເດືອນ ບໍ່ໄດ້ກິນຜັກທີ່ມີວິຕາມີນອາເຖິງ 8 ໂພຊະນາການໃນ ສປປ ລາວ: ສາເຫດ, ຕົວກໍານົດ ແລະ ສິ່ງກີດຂວາງ ວ່າແມ່ຂອງພວກເຂົາເຈົ້າໄດ້ກິນ. ຢ່າງໃດກໍ່ຕາມ, ບໍ່ພົບວ່າມີບັນຫານີ້ພາຍໃນຄົວເຮືອນທີ່ມີເດັກອາຍຸ 24-59 ເດືອນ, ເຊິງຊີ້ໃຫ້ເຫັນການປະຕິບັດການລ້ຽງດູດ້ານອາຫານການກິນໃນໝູ່ເດັກອ່ອນ ແລະ ເດັກນ້ອຍ ອາຍຸ 6-23 ເດືອນ ຍັງບໍ່ໄດ້ດີເທົ່າທີຄວນ. 4. ຍ້ອນການປະຕິບັດການລ້ຽງດູດ້ານອາຫານການກິນສຳຫລັບເດັກອ່ອນ ແລະ ເດັກນ້ອຍທີ່ຍັງບໍ່ໄດ້ດີ, ການສົ່ ງ ເສີ ມ ໃຫ້ ເ ພີ່ ມ ຜົ ນ ຜະລິ ດ ທາງກະສິ ກໍາໃຫ້ ຫລ າກຫລາຍພຽງຢ່ າ ງດຽວດັ່ ງ ທີ່ ເ ຄີ ຍ ສະເໜີ ມ າອາດມີ ຜົ ນ ສະ ທ້ອນພຽງເລັກນ້ອຍຕໍ່ການກິນຂອງເດັກ. ການວິເຄາະນີ້ພົບການກ່ຽວພັນທາງບວກລະຫວ່າງ ການຜະລິດກະສິ ກໍາທີ່ຫລາກຫລາຍ ແລະ ອາຫານການກິນຂອງຄົວເຮືອນທີ່ຫລາກຫລາຍ, ແຕ່ບໍ່ພົບເຫັນການກ່ຽວພັນກັນກັບອາ ຫານການກິນທີ່ຫລາກຫລາຍຂອງເດັກນ້ອຍໃນຄົວເຮືອນ ແລະ ການຫລຸດຜ່ອນການຂາດສານອາຫານຊ່ຳເຮື້ອ (ແບບເຕ້ຍ) ຂອງເດັກນ້ອຍໃນຄົວເຮືອນ. ສິ່ງນີ້ກໍ່ສະແດງໃຫ້ເຫັນວ່າການປະຕິບັດການລ້ຽງດູບໍ່ດີເປັນຈຸດອ່ອນ ຂອງສາຍພົວພັນລະຫວ່າງການເຂົ້າເຖິງອາຫານ ແລະ ການໄດ້ຮັບອາຫານທີ່ພຽງພໍ ສໍາລັບເດັກອ່ອນ ແລະ ເດັກ ນ້ອຍຍ້ອນວ່າເດັກນ້ອຍບໍ່ຄ່ອຍໄດ້ກິນອາຫານຫລັກທີ່ສໍາຄັນທີ່ຄອບຄົວມີຢູ່ແລ້ວ. 5. ປັດໃຈລະຫວ່າງລຸ້ນຄົນ, ທີ່ມາຈາກຄ່ານິຍົມທາງສັງຄົມ ແລະ ບົດບາດຍິງຊາຍ, ມີຄວາມເຊື່ອມໂຍງຢ່າງ ຈະແຈ້ງຕໍ່ການຂາດສານອາຫານ. ເດັກນ້ອຍທີ່ມີແມ່ທີ່ເປັນໄວໜຸ່ມ, ແມ່ທີ່ມີການສຶກສາໜ້ອຍບໍ່ຈົບຊັ້ນປະຖົມ ແລະ ແມ່ ທີ່ ມີ ຄ ວາມສູ ງ ຕໍ່ າ ກວ່ າ ມາດຕະຖານມີ ຄ ວາມເປັ ນ ໄປໄດ້ ສູ ງ ທີ່ ເ ດັ ກ ນັ້ ນ ຈະຂາດສານອາຫານຊ່ ຳ ເຮື້ ອ (ແບບເຕ້ຍ) ຄືກັນ. ຄວາມສ່ຽງທີ່ເດັກນ້ອຍຈະເປັນເດັກນ້ອຍຂາດສານອາຫານແບບເຕ້ຍເພີ່ມຂື້ນຢ່າງໜ້ອຍ 10 ເປີເຊັນ ຖ້າລາວມີແມ່ທີ່ມີອາຍຸຕໍ່າກວ່າ 17 ປີ. ຍິງໄວໜຸ່ມທີ່ຖືພາເກືອບທັງໝົດແມ່ນການແຕ່ງງານຕ່ຳກ່ວາ ໄວທີ່ເໜາະສົມ ແລະ ສ່ວນຫລາຍຈະເກີດຂຶ້ນໃນແມ່ຍິງທີ່ມີການສຶກສາໜ້ອຍ, ສິ່ງພົບພໍ້ນີ້ສະແດງໃຫ້ເຫັນວ່າ ບົດບາດຍິງຊາຍ ແລະ ຄ່ານິຍົມທາງສັງຄົມມີຜົນສະທ້ອນຕໍ່ການຂາດອາຫານຂອງເດັກແນວໃດ. 6. ການວິ ເ ຄາະຈາກຫລາຍປັ ດ ໃຈຊີ້ ໃ ຫ້ ເ ຫັ ນ ວ່ າ ສະພາບແວດລ້ ອ ມສາມາດສົ່ ງ ຜົ ນ ໃຫ້ ມີ ຄ ວາມຜິ ດ ປົ ກ ກະຕິຂອງລໍາໄສ້ນ້ອຍຂອງເດັກ, ການຮັກສາສຸຂາພິບານ ແລະ ສຸຂະອະນາໄມທີ່ບໍ່ດີມີຜົນກະທົບຕໍ່ການຂາດສານ ອາຫານຊ່ຳເຮື້ອ (ແບບເຕ້ຍ) ໃນເດັກນ້ອຍຍ້ອນວ່າການທີ່ເດັກນ້ອຍໄດ້ຮັບເຊື້ອພະຍາດຈາກອາຈົມຢ່າງຫລວງ ຫລາຍ ແລະ ຊໍ່າເຮື້ອຈະສົ່ງຜົນໃຫ້ມີການປ່ຽນແປງທາງກາຍະພາບຂອງລໍາໄສ້ນ້ອຍຂອງເດັກເຊິງຈະສົ່ງຜົນ ຕໍ່ຄວາມສາມາດໃນການດູດຊຶມ ແລະ ນໍາໃຊ້ໂພຊະນາການໃນອາຫານ. ການຄາດຄະເນສະແດງໃຫ້ເຫັນວ່າ ເດັກນ້ອຍອາຍຸ 6–23 ເດືອນມີຄວາມສ່ຽງທີ່ຈະເປັນເດັກນ້ອຍຂາດສານອາຫານແບບເຕ້ຍເພີ່ມຂື້ນຢ່າງໜ້ອຍ 14 ເປີເຊັນ ຖ້າເປີເຊັນຂອງປະຊາກອນໃນຊຸມຊົນທີ່ລາວຢູ່ຖ່າຍຊະຊາຍໃນບ້ານເພີ່ມຂຶ້ນຈາກ 25 ເປີເຊັນ ຫາ 100 ເປີເຊັນ, ແຕ່ບໍ່ພົບເຫັນວ່າມີຜົນກະທົບລະຫວ່າງອັດຕາການເກີດໃໝ່ຂອງພະຍາດຖອກທ້ອງ ແລະ ເດັກ ນ້ອຍຂາດສານອາຫານແບບເຕ້ຍ. 7. ດ້ານຝ່າຍຜູ້ໃຫ້ການບໍລິການ, ການວິເຄາະໄດ້ເຜີຍໃຫ້ເຫັນຊ່ອງຫວ່າງທີ່ສໍາຄັນດ້ານທັກຊະ ແລະ ພຶດ ຕິກໍາທີ່ກ່ຽວກັບການໃຫ້ຄໍາປຶກສາດ້ານໂພຊະນາການ, ຊີ້ໃຫ້ເຫັນເຖິງການກະກຽມທີ່ບໍ່ພຽງພໍໃນລະບົບການໃຫ້ ບໍລິການສາທາລະນະສຸກ ເພື່ອຈັດຕັ້ງປະຕິບັດກິດຈະກຳຫລັກຂອງວຽກງານໂພຊະນາການ. ການສຳຫລວດ ໄດ້ສະແດງໃຫ້ເຫັນວ່າທົ່ວປະເທດ 67 ເປີເຊັນ ຂອງພະນັກງານສຸກສາລາບໍ່ໄດ້ຮັບການອົບຮົມກ່ຽວກັບໂພຊະ ນາການ, ແຕ່ວ່າ 87 ເປີເຊັນ ຂອງພະນັກງານເຫລົ່ານັ້ນໄດ້ໃຫ້ການບໍລິການທີ່ກ່ຽວກັບດ້ານໂພຊະນາການ ພາຍໃນສາມເດືອນກ່ອນການເຮັດສໍາຫລວດ. ຂໍ້ມູນນີ້ໄດ້ຖືກຢືນຢັນຈາກການຈັດສົນທະນາກຸ່ມກັບພະນັກງານ ສາທາລະນະສຸກເຊິງເຜິຍໃຫ້ເຫັນຄວາມບໍ່ໝັ້ນໃຈໃນການໃຫ້ຄໍາປຶກສາດ້ານໂພຊະນາການ (ເຊັ່ນວ່າ: ການ ແນະນຳວິທີສົ່ງເສີມການຈະເລີນເຕີບໂຕຂອງເດັກນ້ອຍ) ແລະ ພະນັກງານສ່ວນຫລາຍບໍ່ເຄີຍໄດ້ຮັບການອົບ ຮົມໃດໆກ່ຽວກັບການໃຫ້ຄໍາປຶກສາດ້ານໂພຊະນາການ. ໜຶ່ງໃນໜ້າທີ່ຮັບຜິດຊອບຕົ້ນຕໍຂອງສຸກສາລາແມ່ນ ການຄົ້ນຫາເດັກນ້ອຍທີ່ມີຄວາມສ່ຽງ ຫລື ເປັນເດັກນ້ອຍຂາດສານອາຫານ, ກໍ່ຄືການຕອບສະໜອງດ້ານໂພຊະ ນາການຂອງຂະແໜງສາທາລະນະສຸກ, ແຕ່ພວກເຂົາເຈົ້າຍັງຂາດເຄື່ອງມື, ອຸປະກອນໂພຊະນາການ, ແລະ ຊັບ ພະຍາກອນມະນຸດເພື່ອສາມາດບົ່ງມະຕິຢ່າງຖືກຕ້ອງ ແລະ ຕອບສະໜອງໄດ້ຢ່າງພຽງພໍ. ມີພຽງ 66 ເປີເຊັນ ຂອງສຸກສາລາທີ່ຖືກສໍາຫລວດມີອຸປະກອນໃນການວັດແທກ ນໍ້າໜັກ ແລະ ຄວາມສູງຂອງເດັກນ້ອຍ. ໂພຊະນາການໃນ ສປປ ລາວ: ສາເຫດ, ຕົວກໍານົດ ແລະ ສິ່ງກີດຂວາງ 9 8. ຂາດເຂີ ນ ຄວາມຮູ້ ກ່ ຽ ວກັ ບ ດ້ າ ນໂພຊະນາການໃນກຸ່ ມ ພະນັ ກ ງານສາທາລະນະສຸ ກ ໄດ້ ຖື ກ ສະແດງ ອອກໃນພາກປະຕິບັດ. ອັນດັບໜຶ່ງ, ພະນັກງານສຸກສາລາທີ່ຖືກສໍາຫລວດໂດຍລວມບໍ່ສາມາດລະບຸຕົວເດັກນ້ອຍ ທີ່ຂາດສານອາຫານຊ່ຳເຮື້ອ (ແບບເຕ້ຍ) ໄດ້, ໂດຍສ່ວນຫລາຍເຫັນວ່າເດັກນ້ອຍຂາດສານອາຫານແບບເຕ້ຍເປັນ ເລື່ອງທໍາມະດາ, ໂດຍສະເພາະຢູ່ສະຖານທີ່ໆມີອັດຕາເດັກນ້ອຍຂາດສານອາຫານແບບເຕ້ຍສູງ. ຮອງລົງມາ, ໃນຂະນະທີ່ 98 ເປີເຊັນຂອງພະນັກງານສຸກສາລາໄດ້ເຮັດການວັດແທກ ແລະ ເຂົ້າໃຈການນຳໃຊ້ແຜນ ວາດການ ຕິດຕາມການຈະເລີນເຕີບໂຕຂອງເດັກນ້ອຍ, ມີພຽງຈໍານວນບໍ່ຫລາຍທີ່ໄດ້ໃຫ້ຄຳແນະນໍາໂດຍການໃຫ້ຄໍາປຶກສາ ດ້ານໂພຊະນາການ ແລະ ການຕິດຕາມການຈະເລີນເຕີບໂຕຂອງເດັກນ້ອຍ. ມີພຽງ 34 ເປີເຊັນຂອງພະນັກງານ ສາທາລະນະສຸກຢູ່ທາງພາກເໜືອໃຫ້ຄໍາປຶກສາກ່ຽວກັບການລ້ຽງລູກດ້ວຍນົມແມ່ໃນຂະນະທີ່ ພຽງ 24 ເປີ ເຊັນ ຂອງພະນັກງານສຸກສາລາຢູ່ພາກໃຕ້ໃຫ້ຄໍາປຶກສາກ່ຽວກັບສຸຂະອະນາໄມ ແລະ ສຸຂາພິບານ. 9. ການສຶກສາພາກຄຸນນະພາບພົບວ່າການຕິດຕາມການຈະເລີນເຕີບໂຕຂອງເດັກນ້ອຍຖືກປະຕິບັດສ່ວນ ຫລາຍແມ່ນເພື່ອເກັບກຳຕົວເລກເພື່ອລາຍງານຕໍ່ ແລະ ສ່ວນຫລາຍຈະບໍ່ໄດ້ມີການໃຫ້ຄໍາປຶກສາດ້ານໂພຊະນາ ການ ແລະ ການຕິດຕາມການຈະເລີນເຕີບໂຕຂອງເດັກນ້ອຍພ້ອມໆກັນ. ສໍາລັບພະນັກງານສາທາລະນະສຸກສ່ວນ ຫລາຍ, ຈຸດປະສົງຫລັກຂອງການຕິດຕາມການຈະເລີນເຕີບໂຕຂອງເດັກນ້ອຍແມ່ນເພື່ອລາຍງານສະພາບໂພຊະ ນາການໃຫ້ຫ້ອງການສາທາລະນະສຸກເມືອງ (ສທມ) ແລະ ພະແນກສາທາລະນະສຸກແຂວງ (ພສຂ) ເທົ່ານັ້ນ. ເພາະສະນັ້ນ, ຖ້າພົບວ່າເດັກຂາດສານອາຫານແບບເຕ້ຍ ຫຼື ແບບຈ່ອຍ (ນໍ້າໜັກຫລຸດກະທັນຫັນ) ໃນເວລາ ທີ່ສັ່ງນ້ຳຫນັກ ແລະ ຕິດຕາມການຈະເລີນເຕີບໂຕຂອງເດັກນ້ອຍ, ພະນັກງານສາທາລະນະສຸກສ່ວນຫລາຍບໍ່ໄດ້ ບອກໃຫ້ແມ່ຮູ້ຜົນຂອງການຕິດຕາມການຈະເລີນເຕີບໂຕຂອງລູກລາວ, ສອບຖາມເພື່ອຊອກຫາສາເຫດທີ່ລູກລາວ ບໍ່ສູງໃຫຍ່ຂື້ນ ຫຼື ໃຫ້ຄໍາປຶກສາວ່າຈະປັບປຸງສະພາບນັ້ນແນວໃດ ແລະ ນັດພົບເພື່ອຕິດຕາມເດັກນັ້ນ. ຍິ່ງ ໄປກວ່ານັ້ນ, ພສຂ ແລະ ສທມ ຍັງບໍ່ຄ່ອຍໄດ້ລົງໄປຕິດຕາມຕື່ມພາຍຫລັງການລາຍງານສະພາບໂພຊະນາການ. ຂໍ້ສະເໜີແນະດ້ານນະໂຍບາຍ 10. ການຫລຸດຜ່ອນການຂາດສານອາຫານຂອງແມ່ ແລະ ເດັກ ໃນ ສປປ ລາວ ຕ້ອງໄດ້ມີການປະສົມປະ ສານຫລາຍໆກິດຈະກຳທີ່ເລັງໃສ່ສາເຫດໂດຍກົງ, ຕົ້ນຕໍ ແລະ ພື້ນຖານຂອງການຂາດສານອາຫານ. ດັ່ງທີ່ໄດ້ ກ່າວໄວ້ໃນຍຸດທະສາດໂພຊະນາການແຫ່ງ ສປປ ລາວ, ສາເຫດຂອງການຂາດສານອາຫານແມ່ນມີການກ່ຽວ ຂ້ອງກັນ, ສະນັ້ນຈຶ່ງຕ້ອງການວິທີການທີ່ລວມສູນ ແລະ ເຊື່ອມສານຫລາຍຂະແໜງການ. ກິດຈະກຳດັ່ງກ່າວ ຄວນລວມເອົາຫລາຍຂະແຫນງເຊັ່ນ: ກະສິກໍາ (ຕົວຢ່າງ. ການເພີ່ມລາຍຮັບ ແລະ ຄວາມຫລາກຫລາຍທາງການ ຜະລິດກະສິກໍາ), ການສຶກສາ (ໂດຍໃຫ້ຍິງໄວໜຸ່ມສືບຕໍ່ຮຽນຫນັງສືໃຫ້ໄດ້ດົນທີ່ສຸດ ເພື່ອເພີ່ມຄວາມຮູ້ ແລະ ຫລຸດຜ່ອນການແຕ່ງງານກ່ອນອາຍຸທີ່ຄວນ), ການໄດ້ຮັບການປົກປ້ອງທາງສັງຄົມ (ຕົວຢ່າງ, ການໃຫ້ເງິນ ເພື່ອເປັນລາງວັນໂດຍມີເງື່ອນໄຂ), ດ້ານກົດໝາຍ (ຕົວຢ່າງ, ໃຫ້ແມ່ພັກ 6 ເດືອນຫລັງເກີດລູກເພື່ອສົ່ງເສີມ ໃຫ້ລ້ຽງລູກດ້ວຍນົມແມ່ຢ່າງດຽວ ແລະ ການອອກກົດການຕະຫຼາດດ້ານການໂຄຊະນານົມຝຸ່ນ) ແລະ ດ້ານ ສາທາລະນະສຸກ. ເຖິງແມ່ນວ່າບົດລາຍງານນີ້ຮັບຮູ້ ແລະ ຄວາມສໍາຄັນຂອງການປະສົມປະສານຫລາຍຂະແໜງ ການເພື່ອແກ້ໄຂບັນຫາໂພຊະນາການ, ຂໍ້ສະເໜີແນະທີ່ໄດ້ມາຈາກການວິເຄາະບົດຄົ້ນຄ້ວາສະບັບນີ້ເນັ້ນໜັກ ໃສ່ແຕ່ກິດຈະກຳທີ່ສາມາດຈັດຕັ້ງປະຕິບັດໄດ້ຢູ່ພາຍໃນແຕ່ຂະແໜງສາທາລະນະສຸກ (ໂດຍລວມນໍ້າສະອາດ, ສຸຂາພິບານ ແລະ ສຸຂະອະນາໄມ) ຢູ່ໃນ ສປປ ລາວ. 11. ໃຫ້ຂະຫຍາຍຕາໜ່າງການສື່ສານ ເພື່ອເລັ່ງໃສ່ການປ່ຽນແປງທັດຊະນະຄະຕິ ແລະ ພຶດຕິກໍາຂອງແມ່, ຜູ້ດູແລເດັກ ແລະ ສະມາຊິກໃນຄອບຄົວຜູ້ມີອິດທິພົນຕໍ່ການລ້ຽງເດັກ (ເຊັ່ນ ແມ່ຍ່າ/ແມ່ເຖົ້າ, ຜົວ ເປັນຕົ້ນ) ແລະ ສັງຄົມ. ກິດຈະກຳການປ່ຽນແປງພຶດຕິກຳດັ່ງກ່າວສາມາດປະຕິບັດໄດ້ຜ່ານການຈັດກຸ່ມສົນທະນາໃຫ້ສຸຂະສຶກ ສາ ໜ້າ-ຕໍ່-ໜ້າ ຢູ່ຂັ້ນບ້ານຢ່າງເປັນປົກກະຕິ, ແລະ ການໃຫ້ຄຳປຶກສາໂດຍກົງຄົນຕໍ່ຄົນຜ່ານການລົງຢ້ຽມຢາມຢູ່ ເຮືອນຈາກພະນັກງານສາທາລະນະສຸກ ແລະ ອາສາສະໝັກສາທາລະນະສຸກ ຫລື ຜູ້ອໍານວຍຄວາມສະດວກບ້ານ ໂດຍທີ່ມີແມ່ຍິງຖືພາ ແລະ ແມ່ທີ່ຍັງລ້ຽງລູກດ້ວຍນົມແມ່ທີ່ມີລູກນ້ອຍອາຍຸຕໍ່າກວ່າ 2 ປີ ເປັນເປົ້າໝາຍຫລັກ. ການໃຫ້ຄໍາປຶກສາດ້ານໂພຊະນາການໃຫ້ແກ່ບຸກຄົນດໍາເນີນໂດຍພະນັກງານສາທາລະນະສຸກທີ່ໄດ້ຮັບການອົບ 10 ໂພຊະນາການໃນ ສປປ ລາວ: ສາເຫດ, ຕົວກໍານົດ ແລະ ສິ່ງກີດຂວາງ ຮົມມາຢ່າງດີເປັນເສົາຫລັກທີ່ພາໃຫ້ວຽກງານການປ່ຽນແປງພຶດຕິກໍານັ້ນໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ໂດຍສະເພາະການປ່ຽນແປງດ້ານການລ້ຽງດູໃຫ້ອາຫານເດັກອ່ອນ ແລະ ເດັກນ້ອຍ. 12. ການແກ້ ໄ ຂຈຸ ດ ອ່ ອ ນໃນການຕິ ດ ຕາມການຈະເລີ ນ ເຕີ ບ ໂຕຂອງເດັ ກ ນ້ ອ ຍຈາກພະນັ ກ ງານສາທາລະ ນະສຸກ, ສາມາດເຮັດໄດ້ໂດຍການສ້າງຄວາມເຂັ້ມແຂງດ້ານທັກສະຄວາມຊໍານິຊໍານານ ແລະ ສ້າງຄວາມໝັ້ນ ໃຈໃນກຸ່ມພະນັກງານສາທາລະນະສຸກໃນການໃຫ້ຄໍາປຶກສາເລື່ອງໂພຊະນາການ ແລະ ການຕິດຕາມການຈະ ເລີນເຕີບໂຕຂອງເດັກນ້ອຍ. ເພື່ອບັນລຸສິ່ງທີ່ກ່າວມານັ້ນ, ມັນມີຄວາມຈໍາເປັນທີ່ຕ້ອງ (i) ພັດທະນາຫລັກສູດ ວິທີການໃຫ້ຄໍາປຶກສາດ້ານໂພຊະນາການ ແລະ ການຕິດຕາມການຈະເລີນເຕີບໂຕຂອງເດັກນ້ອຍຢ່າງເໝາະ ສົມ ເພື່ອການອົບຮົມກ່ອນທີ່ຈະໄດ້ມອບໝາຍວຽກ ແລະ ອົບຮົມສຳລັບຜູ້ທີກຳລັງປະຕິບັດວຽກຢູ່; (ii) ສ້າງຄູຝຶກ ທີ່ມີຄວາມສາມາດສູງຢູ່ຂັ້ນສູນກາງ ແລະ ຂັ້ນແຂວງ ເພື່ອຈັດອົບຮົມວິທີການໃຫ້ຄໍາປຶກສາດ້ານໂພຊະນາການ ຢູ່ທຸກໆຂັ້ນ, ຈາກເມືອງ, ສຸກສາລາຈົນເຖິງ ອສບ/ຜູ້ອໍານວຍຄວາມສະດວກຂັ້ນບ້ານ; (iii) ຕິດຕາມຊຸກຍູ້ ແລະ ກວດກາພະນັກງານສາທາລະນະສຸກເປັນປະຈຳ ເພື່ອປະເມີນທັກຊະຄວາມສາມາດໃນການຕິດຕາມການຈະ ເລີນ ເຕີບໂຕຂອງເດັກນ້ອຍ ແລະ ການໃຫ້ຄໍາປຶກສາຢ່າງເປັນປົກກະຕິ. 13. ຈັດສັນພະນັກງານເພີ່ມ, ໂດຍສະເພາະພະນັກງານແພດຍິງດ້ານຜະດຸງຄັນ ແລະ ພະຍາບານໃນຂັ້ນສຸກ ສາລາ ເພື່ອໃຫ້ມີພະນັກງານພຽງພໍໃນການໃຫ້ບໍລິການສຸຂະພາບ ແລະ ໂພຊະນາການທີ່ຈໍາເປັນໃຫ້ແກ່ປະຊາ ຊົນໃນເຂດທີ່ປົກຄຸມ. ນອກຈາກນັ້ນ, ຄວນຮັບປະກັນໃຫ້ມີຫລາກຫລາຍຊົນເຜົ່າໃນກຸ່ມພະນັກງານທີ່ຢູ່ສະຖານ ທີ່ບໍລິການສາທາລະນະສຸກ. ເພື່ອຊ່ວຍຫລຸດຜ່ອນບັນຫາອຸປະສັກທາງພາສາກັບບັນດາຊົນເຜົ່າທີ່ມາໃຊ້ບໍລິ ການ, ດັ່ງທີ່ໄດ້ເປີດເຜີຍໃນການສຶກສາແບບຄຸນນະພາບ. 14. ການເພີ່ ມ ຄວ າມພະຍາຍາມໃນການປັ ບ ປຸ ງ ສຸ ຂ ະອະນາໄມສິ່ ງ ແວດລ້ ອ ມຂອງຄົ ວ ເຮື ອ ນເປັ ນ ເລື່ອງທີ່ຈໍາເປັນ ແລະ ຄວນມີໂຄງການສົ່ງເສີມສຸຂາພິບານ ແລະ ສຸຂະອະນາໄມສຳລັບຊົນນະບົດ. ເພື່ອປັບ ປຸງມາດຕະການສຸຂະອະນາໄມ, ພຶດຕິກໍາດ້ານສຸຂະອະນາໄມ ແລະ ສຸຂາພິບານກໍຄວນຖືກປັບປຸງ, ນອກນັ້ນໂຄງ ລ່າງກໍ່ຕ້ອງຖືກພັດທະນາຂຶ້ນເຊັ່ນກັນ. ການຈັດສັນງົບປະມານໃຫ້ແກ່ກິດຈະກຳການປ່ຽນແປງພຶດຕິກໍາທາງ ດ້ານສຸຂາພິບານ ແລະ ອະນາໄມ. ເຊັ່ນວ່າການເລັ່ງໃສ່ການເຄື່ອນໄຫວຂອງຊຸມຊົນໄດ້ເອງຜ່ານວິທີການຊຸມຊົນ ເປັນເຈົ້າການວຽກງານສຸຂະອະນາໄມ (ຊຈສ) ມີຄວາມຈຳເປັນເພື່ອຈະສາມາດຜັນຂະຫຍາຍອອກຢ່າງກວ້າງ ຂວາງໃນຂົງເຂດທີ່ອົງການທີ່ບໍ່ຂຶ້ນກັບລັດຖະບານ ຫລື ຄູ່ຮ່ວມງານສາກົນໃຫ້ການສະໜັບສະໜູນ. 15. ການເອົາໃຈໃສ່ຈາກລັດຖະບານແຫ່ງ ສປປ ລາວ ທີ່ຈະພັດທະນາຍຸດທະສາດແຜນປະຕິບັດງານແຫ່ງ ຊາດດ້ າ ນການສື່ ສ ານເພື່ ອ ປ່ ຽ ນແປງພຶ ດ ຕິ ກໍາທາງສັ ງ ຄົ ມ ດ້ າ ນໂພຊະນາການໄດ້ ສ ະແດງໃຫ້ ເ ຫັ ນ ຄວາມຕັ້ ງ ໃຈ ຈາກລັດຖະບານຕໍ່ການປັບປຸງວຽກງານສາທາລະນາສຸກ ແລະ ໂພຊະນາການຢູ່ ສປປ ລາວ, ແຕ່ການຂາດແຄນ ຄວາມຮູ້ກ່ຽວກັບໂພຊະນາການ ແລະ ທັກສະຄວາມຊໍານິຊໍານານໃນການໃຫ້ຄໍາປຶກສາ ເພື່ອສົ່ງເສີມການປ່ຽນ ແປງພຶດຕິກໍາໃນກຸ່ມພະນັກງານສາທາລະນະສຸກຍັງຄົງເປັນອຸປະສັກທີ່ໜັກໜາສົມຄວນ. ເວລານີ້ຖືວ່າເປັນໂອ ກາດອັນດີເລີດສໍາລັບບັນດາອົງການຈັດຕັ້ງພາກລັດຖະບານ ແລະ ຄູ່ຮ່ວມພັດທະນາສາກົນຕ່າງໆໃນການ ຮ່ວມມືກັນພັດທະນາວິທີການ, ຂໍ້ຄວາມຫລັກທີ່ຈະນຳໃຊ້ໃນການປ່ຽນແປງພຶດຕິກໍາ, ເຄື່ອງມືຕ່າງໆ, ຊ່ອງທາງ, ໃນການສື່ສານ ແລະ ແຜນປະຕິບັດງານເພື່ອສົ່ງເສີມໃຫ້ເກີດການປ່ຽນແປງພຶດຕິກໍາທາງສັງຄົມໂດຍການຕອບ ສະໜອງຊ່ອງຫວ່າງດ້ານຄວາມຮູ້ໃນກຸ່ມປະຊາກອນເປົ້າໝາຍຢ່າງເໝາະສົມ. ພະນັກງານສຸກສາລາ ແລະ ຜູ້ອໍານວຍຄວາມສະດວກ ຫລື ອາສາສະໝັກຂັ້ນບ້ານ (ຕົວຢ່າງ. ອສບ, ສະມາຊິກສະຫະພັນແມ່ຍິງລາວເປັນ ຕົ້ນ.) ແມ່ນເປັນກະດູກສັນຫລັງ ແລະ ຕົວແທນທີ່ສໍາຄັນທີ່ສຸດໃນການຈັດຕັ້ງປະຕິບັດວຽກງານການສື່ສານເພື່ອ ປ່ຽນແປງພຶດຕິກໍາທາງສັງຄົມຢູ່ຂັ້ນຊຸມຊົນ. ເນື່ອງຈາກຄວາມຮູ້ກ່ຽວກັບໂພຊະນາການໃນກຸ່ມພະນັກງານສາທາ ລະນະສຸກ ແລະ ອາສາສະໝັກຂັ້ນບ້ານຍັງມີຈໍາກັດ, ການສ້າງຄວາມເຂັ້ມແຂງດ້ານຄວາມຮູ້ ແລະ ຄວາມ ອາດສາມາດຂອງພະນັກງານ ແລະ ອາສາສະໝັກເຫລົ່ານັ້ນໂດຍຜ່ານເຄື່ອງມືທີ່ສ້າງສັນ ແລະ ທັນສະໄໝ (ຕົວຢ່າງ. ການນຳໃຊ້ມືຖືເຂົ້າໃນການຮຽນຮູ້) ເພື່ອໃຫ້ເຂົາເຈົ້າເລົ່ານັ້ນສາມາດສົ່ງຕໍ່ຂໍ້ຄວາມ ແລະ ຄວາມຮູ້ເພື່ອ ໃຫ້ເກີດການປ່ຽນແປງພຶດຕິກໍາທາງສັງຄົມດ້ານໂພຊະນາການຢ່າງມີປະສິດທິພາບຖືວ່າເປັນບູລິມະສິດທີ່ສຸດ. ໂພຊະນາການໃນ ສປປ ລາວ: ສາເຫດ, ຕົວກໍານົດ ແລະ ສິ່ງກີດຂວາງ 11 ພາກທີ I: ພາດຫົວເລື່ອງ ແລະ ຄວາມເປັນມາ 12 ໂພຊະນາການໃນ ສປປ ລາວ: ສາເຫດ, ຕົວກໍານົດ ແລະ ສິ່ງກີດຂວາງ 16. ບົດຄົ້ນຄວ້ານີ້ໃຫ້ພາບລວມຂອງຂະໜາດ, ຄວາມຮ້າຍແຮງ ແລະ ຕົວກໍານົດທີ່ສໍາຄັນທີ່ພາໃຫ້ເດັກ ນ້ອຍຂາດສານອາຫານຢູ່ໃນ ສປປ ລາວ, ພ້ອມທັງໃຫ້ຂໍ້ສະເໜີແນະ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການຜັນ ຂະຫຍາຍແຜນງານ ແລະ ໂຄງການໃນການຕອບໂຕ້ ແລະ ແກ້ໄຂບັນຫາການຂາດສານອາຫານຢູ່ໃນປະເທດ. ບົ ດ ລາຍງານນີ້ ແ ມ່ ນ ການຖອດຖອນເອົ າ ບົ ດ ຮຽນຈາກການວິ ເ ຄາະຫລາກຫລາຍຕົ ວ ກໍານົ ດ ຂອງການຂາດສານ ອາຫານຊ່ຳເຮື້ອ (ແບບເຕ້ຍ) ແລະ ຕົວເລກສະຖິຕິທີ່ໄດ້ມາຈາກການສຳຫລວດດ້ານຄວາມຄືບຫນ້າ ແລະ ພຶດຕິ ກໍາທີ່ກ່ຽວພັນກັບໂພຊະນາການໃນປະເທດໃນປີທີ່ຜ່ານມາ1 ການວິເຄາະນີ້ຖືກເສີມດ້ວຍຜົນຈາກການສຳຫລວດ ປະເມີນຄຸນນະພາບແບບວອງໄວດ້ານການໃຫ້ຄໍາປຶກສາໂພຊະນາການ ແລະ ການຕິດຕາມການເຕີບໃຫຍ່ຂອງ ເດັກນ້ອຍທີ່ຖືກຈັດຂຶ້ນໃນລະຫວ່າງຕົ້ນປີ 2016 ຢູ່ບາງແຂວງທີ່ຖືກເລືອກ, ເພື່ອເຂົ້າໃຈສະພາບ ແລະ ຄວາມສາ ມາດຂອງຂະແໜງສາທາລະນະສຸກໃນການໃຫ້ການບໍລິການປ້ອງກັນ ແລະ ປິ່ນປົວພະຍາດທີ່ກ່ຽວກັບການຂາດ ໂພຊະນາການ. 17. ການຫລຸດຜ່ອນອັດຕາຄວາມທຸກຍາກໃນ ສປປ ລາວ ໃນສອງທົດສະຫວັດຜ່ານມາແມ່ນ ເປັນທີ່ພົ້ນເດັ່ນ, ແຕ່ການຂະຫຍາຍເສດຖະກິດນັ້ນສ່ວນຫລາຍແມ່ນສຸມໃສ່ແຕ່ເຂດຕົວເມືອງ.2 ສປປ ລາວ ເປັນປະເທດທີ່ບໍ່ມີທາງອອກສູ່ທະເລ ມີປະຊາກອນ 6.4 ລ້ານຄົນ ແລະ ມີລາຍໄດ້ສະເລ່ຍຕໍ່ຫົວຄົນ 1,800 ໂດລາສະຫະລັດ ໃນປີ 2015, ແລະ ເປັນປະເທດທີ່ມີລາຍຮັບຕໍ່າປານກາງ. ປະຊາກອນຂອງປະເທດຍັງອາ ໃສຢູ່ຊົນນະບົດເປັນສ່ວນຫລາຍ (72 ເປີເຊັນ ) ແລະ ພົນລະເມືອງສ່ວນໃຫຍ່ດໍາລົງຊີວິດຕິດພັນກັບກິດຈະ ກໍາດ້ານກະສິກໍາ. ທົ່ວປະເທດ, ອັດຕາສ່ວນຂອງປະຊາກອນທີ່ຖືວ່າຢູ່ລຸ່ມເສັ້ນຄວາມທຸກຍາກແຫ່ງຊາດຫຼຸດ ລົງເກືອບ 50 ເປີເຊັນ ຈາກ 45 ເປີເຊັນ ເປັນ 23 ເປີເຊັນ ໃນເວລາ 20 ປີ ລະຫວ່າງປີ 1992 ແລະ ປີ 2012. ເຖິງຢ່າງໃດກໍຕາມ, ອັດຕາຄວາມທຸກຍາກທີ່ພົບໃນເຂດຊົນນະບົດທີ່ບໍ່ມີຖະໜົນມີຮອດ 40 ເປີເຊັນ ທຽບໃສ່ 10 ເປີເຊັນໃນເຂດຕົວເມືອງ. ຄວາມທຸກຍາກຄຽງຄູ່ກັບບັນຫາໃນການເຂົ້າເຖິງການບໍລິການຂອງພາກລັດ, ຍັງຄົງຝັງແໜ້ນ ເຊິງເປັນບັນຫາຢູ່ໃນເຂດຫ່າງໄກ ແລະ ເຂດພູສູງເຖິງວ່າຈະສັງເກດເຫັນການພັດທະນາໃນສັງ ຄົມກໍ່ຕາມ. ພື້ນຖານໂຄງລ່າງໂດຍສະເພາະໃນເຂດຊົນນະບົດແມ່ນຍັງມີຈໍາກັດ ແລະ ໃນລະດູຝົນຂອງທຸກປີ ມີຫລາຍຊຸມຊົນທີ່ບໍ່ສາມາດເຂົ້າເຖິງໄດ້. ເຂດເຫລົ່ານີ້ຍັງສືບຕໍ່ເປັນເຂດທີ່ການເຂົ້າເຖິງຂອງສຸຂາພິບານ ແລະ ການບໍລິການທາງສັງຄົມຂອງພາກລັດຍັງຕ່ຳ, ໂດຍສະເພາະແມ່ນໂຮງຮຽນມັດທະຍົມ, ໂຮງໝໍ ແລະ ສຸກສາລາ. ເຫັນໄດ້ຈາກປະມານ 60 ເປີເຊັນ ຂອງຄົວເຮືອນໃນບ້ານເຂດຊົນນະບົດ ບໍ່ມີຫ້ອງນໍ້າ. 18. ໂດຍລວມໃນສອງສາມທົດສະຫວັດຜ່ານມາ, ສປປ ລາວ ໄດ້ມີຄວາມຄືບໜ້າຕໍ່ຜົນໄດ້ຮັບທີ່ສໍາຄັນຫຼາຍ ດ້ານ ໃນວຽກງານສາທາລະນະສຸກ ທີ່ມີຕໍ່ສຸຂະພາບຂອງປະຊາຊົນ. ອາຍຸຍືນສະເລ່ຍໄດ້ເພີ່ມຂຶ້ນ ຢ່າງໝັ້ນຄົງເຖິງ 66 ປີ ໃນປີ 2014, ຈາກ 49 ປີ ໃນປີ 1990. ອັດຕາການຕາຍຂອງເດັກຕ່ຳກວ່າ 5 ປີ ມີການຫລຸດລົງ ຈາກ 201 ຄົນຕໍ່ 1,000 ເກີດມີຊີວິດ ໃນປີ 1980 ມາເປັນ 71 ຄົນຕໍ່ 1,000 ເກີດມີຊີວິດໃນປີ 2013. ການຫລຸດ ລົງຢ່າງຊັດເຈນຂອງການຕາຍຂອງເດັກ ໃນ ສປປ ລາວ ເຮັດໃຫ້ສາມາດບັນລຸເປົ້າໝາຍສະຫັດສະຫວັດດ້ານ ສຸຂະພາບເດັກ.3,4,5 ຢ່າງໃດກໍຕາມ, ການພັດທະນານັ້ນສ່ວນຫລາຍໄດ້ສຸມໃສ່ແຕ່ໃນພາກສ່ວນປະຊາກອນ ທີ່ຮັ່ງມີກວ່າ ແລະ ການປະເມີນມໍໆມານີ້ຂອງປະເທດກໍາລັງພັດທະນາ 54 ປະເທດ ໄດ້ຈັດລໍາດັບ ສປປ ລາວ 1 ການສໍາຫລວດການໃຊ້ຈ່າຍ ແລະ ບໍລິໂພກໃນຄົວເຮືອນຂອງລາວ 5 (LECS 5) (2012/13), ການສໍາຫລວດດັດສະນີໝາຍສັງຄົມຂອງລາວ (LSIS) (2011/12), ກັ້ງຮົ່ມສິ່ງອໍານວຍຄວາມສະດວກສໍາລັບຄວາມສະເໝີພາບ ຍິງ-ຊາຍ (UFGE)-ໃຫ້ທຶນແກ່ການສໍາຫລວດພະນັກງານ ສຸກສາລາ (2013/4), ໂຄງການໂພຊະນາການຊຸມຊົນ (CNP) ການສໍາຫລວດຂໍ້ມູນພື້ນຖານ (2010), ການສໍາຫລວດທ້າຍໂຄງການ CNP (2013). 2 ທະນາຄານໂລກ. 2014. ສະພາບຄວາມທຸກຍາກໃນ ສປປ ລາວ: ບົດລາຍງານຄວາມທຸກຍາກຈາກການສໍາຫລວດການໃຊ້ຈ່າຍ ແລະ ບໍລິໂພກ ຂອງລາວ 2012-3, ທະນາຄານໂລກ, 2014. 3 ເປົ້າໝາຍສະຫັດສະຫວັດ 4 ເພື່ອຫລຸດຜ່ອນການຕາຍຂອງເດັກ ຮຽກຮ້ອງໃຫ້ມີການຫລຸດຜ່ອນການຕາຍຂອງເດັກລຸ່ມ 5 ປີ ລົງ ສອງສ່ວນສາມ ໃນໄລຍະປີ 1990-2015. ເປົ້າໝາຍສະຫັດສະຫວັດ 5 ເພື່ອປັບປຸງສຸຂະພາບຂອງແມ່ ຮຽກຮ້ອງໃຫ້ ມີການຫລຸດຜ່ອນອັດຕາສ່ວນການຕາຍ ຂອງແມ່ລົງ 75% ໃນລໄຍະເວລາດຽວກັນ. ສ່ວນຫລາຍ ສປປ ລາວ ໄດ້ບັນລຸເປົ້າໝາຍສະຫັດສະຫວັດສຸຂະພາບຂອງເດັກແລ້ວ, ແຕ່ຍັງບໍ່ບັນລຸ ເປົ້າໝາຍສະຫັດສະຫວັດສຸຂະພາບຂອງ. 4 ລັດຖະບານ ສປປ ລາວ & ສປຊ (2013). ບົດລາຍງານຄວາມຄືບໜ້າຂອງເປົ້າໝາຍສະຫັດສະຫວັດ ສໍາລັບ ສປປ ລາວ. 5 WHO/UNICEF/UNFPA/World Bank (2014).Trends in maternal mortality: 1990 to 2013. Estimates by WHO, UNICEF, UNFPA, The World Bank and the United Nations Population Division. ໂພຊະນາການໃນ ສປປ ລາວ: ສາເຫດ, ຕົວກໍານົດ ແລະ ສິ່ງກີດຂວາງ 13 ໃຫ້ຢູ່ໃນອັນດັບຕໍ່າສຸດທີ່ຫ້າ ດ້ານຄວາມສະເໝີພາບໃນການເຂົ້າເຖິງການບໍລິການສຳລັບແມ່, ເດັກອ່ອນ ແລະ ເດັກນ້ອຍ.6 19. ເຖິງວ່າ ສປປ ລາວ ຈະມີການຫລຸດຜ່ອນອັດຕາຄວາມທຸກຍາກ ແລະ ປັບປຸງຜົນຮັບດ້ານສຸຂະພາບຂອງ ເດັກ, ການແກ້ໄຂອັດຕາການຂາດສານອາຫານທີ່ມີຢູ່ແຜ່ຫລາຍຍັງປະສົບຜົນສໍາເລັດພຽງເດັກນ້ອຍ (ຮູບພາບ 1). ໂດຍສະເພາະການຂາດສານອາຫານຊໍ່າເຮື້ອແບບເຕ້ຍໃນເດັກນ້ອຍ. ປະເທດຍັງບໍ່ບັນລຸເປົ້າໝາຍສະຫັດ ສະຫວັດ 1c ເຊິງວາງເປົ້າໃສ່ການຫລຸດຜ່ອນອັດຕາສ່ວນຂອງຄົນທີ່ດໍາລົງຊີວິດຢູ່ໃນຄວາມອຶດຫິວ ລົງເຄິ່ງ ໜຶ່ງ, ຍ້ອນວ່າອັດຕາເດັກນ້ອຍຂາດສານອາຫານຊ່ຳເຮື້ອ (ແບບເຕ້ຍ) ໃນໝູ່ເດັກນ້ອຍຕ່ຳກວ່າ 5 ປີ (44 ເປີເຊັນ) ສູງກ່ວາເປົ້າໝາຍ (34 ເປີເຊັນ) ທີ່ວາງໄວ້. ອີງຕາມການຈັດອັນດັບຂອງອົງການອະນາໄມໂລກ, ອັດ ຕາການຂາດສານອາຫານຂອງເດັກນ້ອຍ ໃນ ສປປ ລາວ ຖືກຈັດໃຫ້ເປັນບັນຫາສາທາລະນະສຸກແຫ່ງຊາດ ທີ່ສໍາຄັນ ແລະ ຈະສົ່ງຜົນກະທົບຕໍ່ການຈະເລີນເຕີບໂຕຂອງເດັກນ້ອຍປະມານ 44 ເປີເຊັນຂອງເດັກຕ່ຳກວ່າ 5 ປີທີ່ຂາດສານອາຫານຊ່ຳເຮື້ອ ຈະມີລວງສູງຕໍ່າກວ່າມາດຕະຖານ, 27 ເປີເຊັນມີ ນໍ້າໜັກຫຼຸດມາດຕະຖານ, ແລະ 6 ສ່ວນຮ້ອຍ ເປັນເດັກຈ່ອຍຜອມ (ນ້ຳໜັກຫຼຸດທຽບໃສ່ຄວາມສູງ) (ຕາຕະລາງ 1).7 ອັດຕາສ່ວນເຫລົ່ານີ້ ມີການປ່ຽນແປງເລັກນ້ອຍ ຕາມການເວລາ (ຮູບພາບ 1). ແລະ ສປປ ລາວ ກໍຍັງເຮັດບໍ່ໄດ້ດີ ເມື່ອສົມ ທຽບໃສ່ປະເທດອື່ນໆ ທີ່ມີລາຍຮັບລະດັບດຽວກັນ ແລະ ປະເທດອື່ນໃນອາຊຽນ (ຮູບພາບ 2). ໃນຄວາມ ເປັນຈິງ, ສົມທຽບກັບປະເທດອື່ນທີ່ມີລາຍຮັບຕໍ່າ ແລະ ລາຍຮັບຕໍ່າປານກາງກ່ຽວກັບຕົວຊີ້ວັດສະພາບໂພຊະນາ ການເກືອບທຸກຕົວຊີ້ວັດ ທີ່ບໍ່ແມ່ນການຈ່ອຍຜອມ, ສປປ ລາວ ແມ່ນຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ. ພາບທີ 1. ສະພາບລວມຂອງການຂາດສານອາຫານ ພາບທີ 2. ສປປ ລາວ ຖືກຈັດອັນດັບທີ່ຕ່ຳໃນຕົວ ໃນ ສປປ ລາວ ທັງທີ່ມີການຫລຸດຜ່ອນຂອງຄວາມ ຊີ້ ວັ ດ ອັ ດ ຕາເດັ ກ ນ້ ອ ຍຂາດສານອາຫານຊ່ ຳ ເຮື້ ອ ທຸກຍາກຢ່າງວ່ອງໄວ, 1990-2012 ແບບເຕ້ຍ ເມື່ອສົມທຽບກັບປະເທດອື່ນທີ່ມີລາຍຮັບ ລະດັບດຽວກັນ ແຫລ່ງຂໍ້ມູນ: ການຄິດໄລ່ຂອງພະນັກງານທະນາຄານໂລກ 6 Barros AJ, Ronsmans C, Axelson H, Loaiza E, Bertoldi AD, Franca GV, Bryce J, Boerma JT, Victora CG. 2012. ຄວາມສະເໝີພາບໃນໂຄງການສຸຂະພາບແມ່, ເດັກອ່ອນ ແລະ ເດັກນ້ອຍ ໃນການນັບຖອຍຫລັງສູ່ປິ 2015: ການທົບທວນຢ້ອນຫລັງຂອງຂໍ້ມູນ ການສໍາຫລວດ ຈາກ 54 ປະເທດ. Lancet; 279:1225-1233. 7 ການສໍາຫລວດປະເມີນວັດແທກຮ່າງກາຍຂອງ ສປປ ລາວ 2015 (ຕິດພ່ວງກັບການສໍາຫລວດການປົກຄຸມຂອງການສັກຢາກັນພະຍາດແຫ່ງ ຊາດ), ຊຶ່ງບໍ່ໄດ້ພິມເຜີຍແຜ່, ໄດ້ໃຫ້ຂໍ້ມູນປັບປຸງແບບບໍ່ເປັນທາງການ ກ່ຽວກັບສະພາບໂພຊະນາການໃນ ສປປ ລາວ (ນໍ້າໜັກຕໍ່າ 25.5%, ຄວາມສູງຕໍ່າກວ່າມາດຕະຖານ 35.6%, ແລະ ຈ່ອຍຜອມ 9.6%). ຢ່າງໃດກໍຕາມ, ແຕກຕ່າງກັບການສໍາຫລວດ ປີ 2015, LSIS 2011/2 (ຊຶ່ງເປັນທາງການ ແລະ ພິມເຜີຍແຜ່ແລ້ວ) ໄດ້ໃຫ້ຂໍ້ມູນສໍາຄັນຫລວງຫລາຍ ແລະ ອະນຸຍາດໃຫ້ເຮັດການວິເຄາະສະພາບໂພຊະນາການແບບ ແຍກສ່ວນ, ພຶດຕິກໍາການລ້ຽງດູເດັກອ່ອນ ແລະ ເດັກນ້ອ, ພຶດຕິກໍາສຸຂະອະນາໄມ, ແລະ ການບໍລິການໂພຊະນາການ ໃນໄລຍະເວລາດຽວກັນ. ສະນັ້ນ, ບົດຂຽນນະໂຍບາຍນີ້ໄດ້ນໍາໃຊ້ຂໍ້ມູນສະພາບໂພຊະນາການຈາກ LSIS 2011/2 ເພື່ອຄວາມສອດຄ່ອງກັນ. 14 ໂພຊະນາການໃນ ສປປ ລາວ: ສາເຫດ, ຕົວກໍານົດ ແລະ ສິ່ງກີດຂວາງ ຕາຕະລາງ 1: ສັງລວມສະພາບການວັດແທກຮ່າງກາຍຂອງເດັກນ້ອຍທົ່ວປະເທດ (ອາຍຸ 0-59 ເດືອນ) ແລະ ລະດັບຄວາມສຳຄັນຕໍ່ວຽກງານສາທາລະນະສຸກ, ສປປ ລາວ ອັດຕາການເກີດ (%) ຂອງການຂາດສານອາຫານ ການຈັດອັນດັບເດັກຂາດສານອາຫານຂອງ ຕໍ່າ ປານກາງ ສູງ ສູງຫລາຍ ອົງການອະນາໄມໂລກ ແບບຊ່ຳເຮື້ອ/ເຕ້ຍ (ຄວາມສູງຕໍ່າກວ່າມາດຕະຖານ) <20 20–29 30–39 >=40 ແບບຈ່ອຍຜອມ (ນໍ້າໜັກຫຼຸດທຽບໃສ່ຄວາມສູງ) <5 5–9 10–14 >=15 ແບບນໍ້າໜັກຕໍ່າ (ນໍ້າໜັກຫຼຸດມາດຕະຖານ) <10 10–19 20–29 >=30 ການຈັດອັນດັບຄວາມສຳຄັນດ້ານສາທາລະນະສຸກຂອງການ ຂາດສານອາຫານ ຂອງອົງການອະນາໄມໂລກ ແບບເຕ້ຍ (ຄວາມສູງຕໍ່າກວ່າມາດຕະຖານ) (44%) ສູງຫລາຍ ແບບຈ່ອຍຜອມ (6%) ປານກາງ ແບບນໍ້າໜັກຕໍ່າ (27%) ສູງ ແຫລ່ງຂໍ້ມູນ: LSIS 2011/12 ພາບທີ 3: ອັດຕາການຂາດສານອາຫານຊ່ຳເຮື້ອ ພາບທີ 4: ອັດຕາການຂາດສານອາຫານຊ່ຳເຮື້ອ ແບບເຕ້ຍແຍກຕາມແຂວງ: 2011/12 ແບບເຕ້ຍແຍກຕາມສະພາບຄວາມຮັ່ງມີ: 2011/12 ແຫລ່ງຂໍ້ມູນ: LSIS 2011/12 ແຫລ່ງຂໍ້ມູນ: LSIS 2011/12 20. ເຖິງຕົວເລກລວມດັ່ງກ່າວຈະສູງ, ຈໍານວນນັ້ນບໍ່ສະທ້ອນໃຫ້ເຫັນຄວາມແຕກຕ່າງ ແລະ ຮ້າຍແຮງຂອງ ບາງເຂດຢູ່ໃນບາງແຂວງ. ຕົວຢ່າງ ອັດຕາເດັກນ້ອຍຂາດສານອາຫານແບບເຕ້ຍ ສູງກວ່າ 60 ເປີເຊັນ ຢູ່ແຂວງເຊກອງ ແລະ ຜົ້ງສາລີ, ເຊິງວ່າສູງກວ່າອັດຕາສະເລ່ຍທົ່ວປະເທດ (ເບິ່ງພາບທີ 3). ນອກນັ້ນ ຍັງມີຄວາມ ແຕກຕ່າງຫຼາຍຕໍ່ລະດັບຂອງລາຍຮັບຄອບຄົວຂອງເດັກນ້ອຍຂາດສານອາຫານແບບເຕ້ຍ ແລະ ແບບນໍ້າໜັກຕໍ່າ ເຊິງວ່າເດັກນ້ອຍໃນກຸ່ມຄອບຄົວທຸກຍາກທີ່ສຸດແມ່ນມີອັດຕາສ່ວນເກືອບສາມເທົ່າຂອງເດັກໃນກຸ່ມຄອບຄົວຮັ່ງ ມີ (ເບິ່ງພາບທີ 4). ຕົວເລກຕົວຈິງຂອງຈໍານວນເດັກນ້ອຍຂາດສານອາຫານແບບເຕ້ຍ ໃນປັດຈຸບັນອາດມີຫຼາຍ ໂພຊະນາການໃນ ສປປ ລາວ: ສາເຫດ, ຕົວກໍານົດ ແລະ ສິ່ງກີດຂວາງ 15 ກ່ວາເກົ່າຍ້ອນວ່າເລີ່ມແຕ່ຕົ້ນຊຸມປີ 1990, ການຫລຸດລົງຂອງອັດຕາເດັກນ້ອຍຂາດສານອາຫານແບບເຕ້ຍສະ ເລ່ຍແຕ່ປະມານ 0.8 ເປີເຊັນຕໍ່ປີ8, ເຊິງໜ້ອຍກວ່າອັດຕາການເຕີບໂຕຂອງປະຊາກອນ. ຖ້າຫາກບໍ່ມີການປ່ຽນ ແປງໃນທ່າອ່ຽງເຫລົ່ານີ້, ຈໍານວນຂອງເດັກນ້ອຍຂາດສານອາຫານແບບເຕ້ຍອາດຈະເພີ່ມຂື້ນ. 21. ຜົ ນ ກະທົ ບ ຕໍ່ ກ ານຈະເລີ ນ ເຕີ ບ ໂຕຂອງເດັ ກ ນ້ ອ ຍຂາດສານອາຫານບໍ່ ພ ຽງແຕ່ ເ ປັ ນ ບັ ນ ຫາດ້ າ ນສາທາ ລະນະສຸກ, ແຕ່ຍັງສົ່ງຜົນກະທົບຕໍ່ມູນຄ່າທາງເສດຖະກິດ ແລະ ຈະສົ່ງຜົນຕໍ່ສັງຄົມໃນໄລຍະຍາວ. ການຂາດ ສານອາຫານໃນໄລຍະຖືພາ ແລະ ສອງປີທໍາອິດຂອງຊີວິດ (“1,000 ວັນທໍາອິດ”) ມີຜົນກະທົບຕໍ່ການຈະເລີນ ເຕີບໂຕຂອງຮ່າງກາຍ, ທໍາລາຍພັດທະນາການຂອງສະໝອງ ແລະ ກະທົບໃສ່ການສຶກສາຮໍ່າຮຽນ, ເຊິງທັງໝົດ ເປັນການຫລຸດຜ່ອນຄຸນນະພາບຊັບພະຍາກອນມະນຸດ, ທີ່ກະທົບໃສ່ຄວາມອາດສາມາດໃນການເຮັດວຽກ ແລະ ຫາລາຍໄດ້ໃນຕໍ່ໜ້າຂອງເດັກຄົນນັ້ນ.9 ຜົນກະທົບຂອງການຂາດໂພຊະນາການໃນເດັກນ້ອຍຍັງສາມາດສົ່ງຜົນ ໃຫ້ເດັກນ້ອຍນັ້ນ ເຈັບປ່ວຍ ແລະ ເສຍຊີວິດໄດ້ເຊັ່ນກັນ. ນອກນັ້ນມູນຄ່າທີ່ສູນເສຍໄປຕໍ່ແຮງງານຈາກການເສຍ ຊີວິດກ່ອນໄວ ແລະ ຄ່າໃຊ້ຈ່າຍທີ່ບໍ່ຈຳເປັນໃນການປິ່ນປົວການເຈັບປ່ວຍທີ່ສາມາດປ້ອງກັນໄດ້ສົ່ງຜົນກະທົບ ໃນວົງກວ້າງໃສ່ເສດຖະກິດຂອງປະເທດ. ໂດຍລວມປັດໃຈເຫຼົ່ານັ້ນ, ການວິເຄາະ ປີ 2013 ຄາດຄະເນວ່າມູນຄ່າ ຂອງຜົນສະທ້ອນຈາກການຂາດສານອາຫານອາດທີມີຕໍ່ປະເທດອາດສູງເຖິງ 199 ລ້ານໂດລາສະຫະລັດຕໍ່ປີ (ປະມານ 2.4 ເປີເຊັນ ຂອງລາຍຮັບມວນລວມແຫ່ງຊາດ GDP).10 22. ການເລັ່ ງ ເຫັ ນ ຄວາມສໍ າ ຄັ ນ ຂອງຄວາມທ້ າ ທາຍໃນການແກ້ ໄ ຂບັ ນ ຫາການຂາດສານອາຫານທີ່ ມີ ຢູ່ ໃນ ສປປ ລາວ, ໄດ້ພາໃຫ້ມີບົດລາຍງານ ແລະ ບົດຄົ້ນຄ້ວາດ້ານໂພຊະນາການທີ່ໄດ້ຕີພິມເປັນທາງການ ແລະ ບໍ່ເປັນທາງການ ຢູ່ ສປປ ລາວ.11 ບົດລາຍງານສະບັບນີ້ໄດ້ເຮັດການປະກອບສ່ວນທີ່ສຳຄັນໃນການຕໍ່ຍອດ ຖານຄວາມຮູ້ໂດຍນໍາເອົາຫລັກຖານຈາກການວິເຄາະຂໍ້ມູນໃນ ສປປ ລາວ, ເພື່ອເຂົ້າໃຈສາເຫດຂອງອຸປະສັກ ສະເພາະໃນປະເທດແທນທີ່ຈະອີງໃສ່ແຕ່ຫຼັກຖານຈາກຕ່າງປະເທດ. ພິເສດ, ບົດຄົ້ນຄວ້າສະບັບນີ້ໄດ້ນໍາໃຊ້ ການວິເຄາະຫລາຍຕົວຜັນແປ ຫຼື ປັດໃຈເພື່ອເຂົ້າໃຈສາເຫດຫລັກຂອງການຂາດສານອາຫານຊ່ຳເຮື້ອ (ແບບ ເຕ້ຍ) ໂດຍນໍາໃຊ້ຂໍ້ມູນທີ່ຄົບຖ້ວນ, ດັ່ງນັ້ນບົດຄົ້ນຄວ້າຄັ້ງນີ້ຈຶ່ງແຕກຕ່າງໄປຈາກບົດລາຍງານອື່ນໆທີ່ຜ່ານ ມາ ເຊິງສ່ວນຫລາຍແມ່ນອີງໃສ່ປັດໃຈດ້ານດຽວ ຫຼື ຖ້າລວມເອົາຫຼາຍຕົວຜັນແປກໍ່ມີຂໍ້ຈຳກັດໃນການວິເຄາະ. ດັ່ງທີ່ຮູ້ກັນດີວ່າ ບັນດາຕົວກໍານົດ ແລະ ສາເຫດຂອງການຂາດສານອາຫານນັ້ນແມ່ນມີຄວາມກ່ຽວພັນເຊິງກັນ ແລະ ກັນ, ສະນັ້ນການວິເຄາະຫລາຍຕົວຜັນແປ ໂດຍນໍາໃຊ້ທຸກປັດໃຈ ແລະ ຫຼັກຖານໃນປະເທດຂອງບັນດາອົງ ປະກອບທີ່ພາໃຫ້ເກີດການຂາດສານອາຫານເຂົ້າໃນການວິເຄາະເພື່ອເຂົ້າໃຈ ແລະ ຊອກຫາຕົວກໍານົດທີ່ສໍາຄັນ ທີ່ສຸດສະເພາະສະພາບຂອງລາວນັ້ນສຳຄັນແທນທີ່ຈະອີງຕາມຫລັກຖານຂອງຕ່າງປະເທດ. ນອກຈາກນັ້ນ, ບົດ ຄົ້ນຄ້ວານີ້ຍັງນຳໃຊ້ການປະສົມປະສານຂອງການວິເຄາະຂໍ້ມູນແບບຄຸນນະພາບ ແລະ ປະລິມານທີ່ສະແດງໃຫ້ ເຫັນຈຸດອ່ອນດ້ານຄວາມຊໍານິຊໍານານ ແລະ ພຶດຕິກໍາຂອງພະນັກງານສາທາລະນະສຸກໃນການໃຫ້ບໍລິການ ວຽກງານໂພຊະນາການ, ລວມທັງການໃຫ້ຄໍາປຶກສາເລື່ອງໂພຊະນາການ ແລະ ການຕິດຕາມການຈະເລີນເຕີບ ໂຕຂອງເດັກນ້ອຍ ເຊິງລັກສະນະການວິເຄາະແບບນີ້ຍັງໃໝ່ສຳລັບ ສປປ ລາວ. ດັ່ງນັ້ນບົດລາຍງານນີ້ໄດ້ນຳ ເອົາຫລັກຖານໃໝ່ຈາກການວິເຄາະຂໍ້ມູນ ເພື່ອໃຫ້ຄວາມກະຈ່າງແຈ້ງດ້ານນີ້. ຜົນຈາກການວິເຄາະຈະຖືກອະ ທິບາຍຢ່າງເລິກເຊິ່ງໃນແຕ່ລະພາກຂອງບົດລາງຍງານນີ້ ໂດຍເລີ່ມຕົ້ນຈາກຜົນຈາກການຄົ້ນຄ້ວາຕໍ່ສາເຫດ ຕ່າງໆຂອງການຂາດສານອາຫານໃນເດັກນ້ອຍໃນພາກຕໍ່ໄປ (ພາກທີ II), ຕາມດ້ວຍການປະເມີນສິ່ງທ້າທາຍທີ່ ສໍາຄັນ ແລະ ສິ່ງກີດຂວາງຕ່າງໆ ໃນການໃຫ້ການບໍລິການດ້ານໂພຊະນາການ ໃນພາກທີ III. ບົດສະຫລຸບທີ່ ຖອດຖອນໄດ້ຈາກການຄົ້ນຄ້ວາແມ່ນຖືກສະເໜີໄວ້ໃນພາກທີ IV, ເຊິງລວມທັງຂໍ້ສະເໜີແນະຕໍ່ນະໂຍບາຍ ແລະ ວຽກງານໂພຊະນາການ. 8 ສໍາລັບສະພາບການ, ອັດຕາສະເລ່ຍຂອງການຫລຸດລົງປະຈໍາປີ ທົ່ວໂລກແມ່ນ 2.1 ເປີເຊັນ . UNICEF, WHO and World Bank (2012). 9 SUN, 2012. ຂະຫຍາຍໂພຊະນາການ (SUN) ຍຸດທະສາດການເຄື່ອນໄຫວ [2012-2015], ພະຈິກ 2012. http://scalingupnutri- tion.org/wp-content/uploads/2012/10/SUN-MOVEMENT-STRATEGY-ENG.pdf ແລະ ປຶ້ມວາລະສານ The Lancet ຊຸດໂພຊະນາການແມ່ ແລະ ເດັກ, ມິຖຸນາ 2013. 10 Bagriansky, J. et al (2013) ຜົນສະທ້ອນດ້ານເສດຖະກິດຂອງການຂາດສານອາຫານໃນ ສປປ ລາວ: ບົດລາຍງານການປະເມີນຄວາມເສຍ ຫາຍ, ອຸຍນີເຊັບ. 11 ຍຸດທະສາດໂພຊະນາການແຫ່ງຊາດ ສປປ ລາວ ເຖິງປີ 2025 ແລະ ແຜນປະຕິບັດງານ 2016-2020, ທັນວາ 2015; ຮ່າງຂໍ້ສະເໜີແນະ ເພື່ອສ້າງແຜນ ປະຕິບັດງານຫລາຍຂະແໜງການດ້ານຄວາມປອດໄພຂອງອາຫານ ແລະ ໂພຊະນາການ 2014-2020, ສະຫະປະຊາຊາດ, ທັນວາ 2013; ບົດຂຽນ – ສປປ ລາວ: ການເລັ່ງຄວາມຄືບໜ້າ ຜ່ານການປັບປຸງໂພຊະນາການ ສໍາລັບແມ່ຍິງ ແລະ ເດັກ, ສະຫະປະຊາຊາດ ແລະ ທະນາຄານໂລກ, 2014. 16 ໂພຊະນາການໃນ ສປປ ລາວ: ສາເຫດ, ຕົວກໍານົດ ແລະ ສິ່ງກີດຂວາງ ພາກທີ II: ສາເຫດຂອງການຂາດສານອາຫານໃນເດັກ ນ້ອຍ 23. ສາເຫດຂອງການຂາດສານອາຫານໃນເດັກແມ່ນມີຫລາຍດ້ານ, ຫລາຍຂະແໜງການ ແລະ ເກາະກ່ຽວ ກັນ. ອີງຕາມທິດສະດີກອບແນວຄິດທີ່ຖືກນຳໃຊ້ຢ່າງກ້ວາງຂວາງຈາກວາລະສານ Lancet 2013,12 ສາເຫດ ການຂາດສານອາຫານແມ່ນມີສາມຂັ້ນເລີ້ມແຕ່ສາເຫດໂດຍກົງ, ພື້ນຖານ ແລະ ຕົ້ນຕໍ. ສາເຫດໂດຍກົງແມ່ນສະ ພາບການຂາດອາຫານທີ່ຖືກກໍານົດໂດຍກົງຈາກປະລິມານ ແລະ ຄຸນນະພາບໂພຊະນາການທີ່ຮ່າງກາຍຕ້ອງ ການ ແລະ ສຸຂະພາບຂອງບຸກຄົນນັ້ນ ແລະ ການເກີດມີພະຍາດຕ່າງໆຂອງບຸກຄົນນັ້ນ (ການເກີດພະຍາດ, ໄລຍະເວລາ, ແລະ ຄວາມຮ້າຍແຮງຂອງພະຍາດ), ຕໍ່ມາແມ່ນສາເຫດພື້ນຖານທີ່ພົວພັນກັບການຄ້ຳປະ ກັນສະບຽງອາຫານ (ການເຂົ້າເຖິງ, ການມີພ້ອມ ແລະ ການນໍາໃຊ້ອາຫານ), ການດູແລແມ່ ແລະ ເດັກ, ນໍ້າສະອາດ ແລະ ສຸຂາພິບານ ແລະ ສຸຂະອະນາໄມສ່ວນບຸກຄົນ. ຂັ້ນທີ່ສາມແມ່ນສາເຫດຕົ້ນຕໍທີ່ຂັບເຄື່ອນ ຕົວກໍານົດຕ່າງໆລວມມີສະຖາບັນ/ການຈັດຕັ້ງ, ການເມືອງ ແລະ ອຸດົມການ, ເສດຖະກິດ, ສັງຄົມ (ຕົວຢ່າງ. ສະຖານະພາບທາງສັງຄົມຂອງແມ່ຍິງ) ແລະ ສະພາບແວດລ້ອມ. ນອກຈາກນັ້ນຍັງລວມມີໄພພິບັດທີ່ຄົນສ້າງ ຂຶ້ນ ເຊັ່ນ ຄວາມຂັດແຍ່ງ ແລະ ສົງຄາມ ພ້ອມດ້ວຍໄພທໍາມະຊາດ ເຊັ່ນ ນໍ້າຖ້ວມ ແລະ ໄພແຫ້ງແລ້ງທີ່ເກີດຂື້ນ ເປັນປະຈຳກໍເຮັດໃຫ້ສະພາບການຂາດອາຫານນັ້ນຮຸນແຮງກ່ວາເກົ່າ. 12 ວາລະສານ Lancet ຊຸດໂພຊະນາການແມ່ ແລະ ເດັກ, ມິຖຸນາ 2013. ໂພຊະນາການໃນ ສປປ ລາວ: ສາເຫດ, ຕົວກໍານົດ ແລະ ສິ່ງກີດຂວາງ 17 24. ຍ້ອນວ່າສາເຫດການຂາດໂພຊະນາການມີການເກາະກ່ຽວກັນ, ບົດລາຍງານນີ້ເລີຍນຳໃຊ້ການວິເຄາະ ໂດຍລວມເອົາຫລາຍຕົວຜັນແປຂອງບັນດາຕົວກໍານົດການຂາດສານອາຫານແບບຊ່ຳເຮື້ອ ເພື່ອຊອກຫາປັດ ໃຈຕ່າງໆທີ່ຄາດວ່າຈະມີອິດທິພົນທີ່ສຳຄັນຕໍ່ການຈະເລີນເຕີບໂຕຂອງເດັກ ໃນ ສປປ ລາວ. ການວິເຄາະໂດຍ ລວມເອົ າ ຫລາຍຕົ ວ ຜັ ນ ແປໄດ້ ນໍ າ ໃຊ້ ແ ບບຄາດຄະເນຄວາມເປັ ນ ໄປໄດ້ ເ ພື່ ອ ທົ ດ ສອບຄວາມກ່ ຽ ວພັ ນ ລະ ຫວ່າງສາມກຸ່ມສາເຫດການຂາດສານອາຫານ ແລະ ຄວາມສ່ຽງຂອງການຂາດສານອາຫານຊ່ຳເຮື້ອ ໃນ ສປປ ລາວ ໂດຍນໍາໃຊ້ຂໍ້ມູນຈາກໂຄງການໂພຊະນາການຊຸມຊົນ (CNP), ຈາກຂໍ້ມູນການສໍາຫລວດເບື້ອງຕົ້ນໃນ ປີ 2010 ເຊິງມີຂໍ້ມູນສຳລັບທັງສາມກຸ່ມ ເຊິ່ງຖືກຕາມນິຍາມຂອງຕົວຜັນແປ. ປັດໃຈທຳອິດແມ່ນອາຫານການກິນ, ໂດຍນໍ າ ໃຊ້ ເ ຄື ອ ງມື ກ ານໃຫ້ ຄ ະແນນຄວາມຫຼ າ ກຫຼ າ ຍຂອງອາຫານຕາມບົ ດ ແນະນໍ າ ຂອງອົ ງ ການອະນາໄມ ໂລກ13 ເພື່ອເປັນຕົວຊີ້ວັດຄວາມພຽງພໍຂອງໂພຊະນາການທີ່ຮ່າງກາຍຕ້ອງການ14. ປັດໃຈທີສອງແມ່ນກ່ຽວພັນ ກັບກິດຈະກໍາຕ່າງໆຂອງການດູແລເດັກ, ເຊິງລວມມີການດູແລທີ່ເໝາະສົມຢູ່ເຮືອນ ແລະ ການເຂົ້າເຖິງການບໍ ລິການສາທາລະນະສຸກ, ໂດຍເນັ້ນໜັກພິເສດໃສ່ອົງປະກອບການພົວພັນລະຫວ່າງລຸ້ນສູ່ລຸ້ນໃນການວິເຄາະ. ການວິເຄາະດັ່ງກ່າວໄດ້ລວມເອົາ ການສຶກສາຂອງແມ່ ແລະ ດັດຊະນີມວນສານຮ່າງກາຍຂອງແມ່ (BMI) ຫລື ຄວາມສູງ, ສົມທົບກັບການຖືພາແຕ່ອາຍຸຍັງນ້ອຍ15,16 ແລະ ນໍ້າໜັກຂອງເດັກເກີດໃຫ່ມ17,18 ເປັນປັດໃຈຫຼັກ ຂອງການພົວພັນລະຫວ່າງລຸ້ນສູ່ລຸ້ນທີ່ກໍານົດການຈະເລີນເຕີບໂຕຂອງເດັກນ້ອຍ. ປັດໃຈປະເພດທີສາມແມ່ນ ກ່ຽວພັນກັບສະພາບແວດລ້ອມຂອງນໍ້າ ແລະ ສຸຂາພິບານ, ເຊິງກະທົບໃສ່ສຸຂະພາບຂອງເດັກໂດຍກົງຜ່ານ ການເຈັບປ່ວຍ ແລະ ທາງອ້ອມຜ່ານການຫລຸດຜ່ອນການດູດຊຶມສານອາຫານຍ້ອນພະຍາດລໍາໃສ້.19 ຜົນ ຂອງການວິເຄາະນີ້ໄດ້ນໍາສະເໜີຢູ່ໃນ ຕາຕະລາງ 13 ແລະ ຕາຕະລາງ 14 ຂອງເອກະສານຊ້ອນທ້າຍ. ເພື່ອພິ ສູດວ່າການເຂົ້າເຖິງອາຫານທີ່ຫລາກຫລາຍ ແລະ ອຸດົມສົມບູນເປັນສິ່ງທີ່ຈໍາເປັນເພື່ອສົ່ງເສີມ ແລະ ປັບປຸງຜົນ ໄດ້ຮັບຈາກການຈະເລີນເຕີບໂຕຂອງເດັກ ຫລື ບໍ່, ການວິເຄາະໂດຍນຳໃຊ້ແບບຫລາຍຕົວຜັນແປນີ້ຍັງໄດ້ຂະ ຫຍາຍໄປເຖິງການທົດສອບສາຍພົວພັນລະຫວ່າງດ້ານກະສິກໍາ, ຄວາມຫລາກຫລາຍຂອງອາຫານ ແລະ ຄວາມ ສ່ຽງທີ່ຈະຂາດສານອາຫານຊ່ຳເຮື້ອແບບເຕ້ຍອີກດ້ວຍ (ເບິ່ງ ຕາຕະລາງ 15 ແລະ ຕາຕະລາງ 16 ຂອງເອກະສານ ຊ້ອນທ້າຍ) 13 ອົງການອະນາໄມໂລກ. 2008. “ຕົວຊີ້ວັດສໍາລັບການປະເມີນການປະຕິບັດລ້ຽງດູເດັກອ່ອນ ແລະ ເດັກນ້ອຍ.” ພາກ 1-ນິບາມ: ສະຫລຸບການ ປະຊຸມເພື່ອຄວາມເປັນເອກະພາບ ຈັດຂຶ້ນວັນທີ 6-8 ພະຈິກ 2008 14 Ruel, Marie T. 2003. “ໂຄງການແຫລ່ງອາຫານທີ່ມາຈາກສັດ ເພື່ອປັບປຸງໂພຊະນາການຈຸລະສານອາຫານ ແລະ ໜ້າທີ່ການຂອງຄົນ ໃນປະເທດກໍາລັງພັດທະນາ ສໍາລັບການຄວບຄຸມການຂາດຈຸລະສານອາຫານ ໃນປະເທດກໍາລັງພັດທະນາ: ອະດີດ, ປັດຈຸບັນ ແລະ ອະນາຄົດ 1.” ໜັງສືພິມຂອງໂພຊະນາການ 133: 3911S – 3926S. 15 Arimond, Mary, and Marie T. Ruel. 2004. “ອາຫານການກິນທີ່ຫລາກຫລາຍແມ່ນກ່ຽວພັນກັບສະພາບໂພຊະນາການຂອງເດັກ: ຫລັກຖານຈາກ 11 ພູມລໍາເນົາ ແລະ ການສໍາຫລວດສາທາລະນະສຸກ.” ໜັງສືພິມຂອງໂພຊະນາການ 134 (10): 2579–85. doi:0022- 3166/04. 16 Disha, AD, R Rawat, A Subandoro, and P Menon. 2012. “ການລ້ຽງດູເດັກອ່ອນ ແລະ ເດັກນ້ອຍ (IYCF) ການປະຕິບັດ ທີ່ປະເທດເອຕີໂອເປຍ ແລະ ຊໍາເບຍ ແລະ ການກ່ຽວພັນກັບໂພຊະນາການຂອງເດັກ: ການວິເຄາະຂໍ້ມູນທາງພູມສາດ ແລະ ສາທາລະນະສຸກ.” ໜັງສືພິມຂອງອັບຟະຣິກກາ ກ່ຽວກັບອາຫານ, ການກະສິກໍາ, ໂພຊະນາການ ແລະ ການພັດທະນາ 12 (2): 5895–5914. doi:10.4314/ ajfand.v12i2 17 Alderman, H. and Behrman, J., ການຫລຸດຜ່ອນອັດຕາເກີດໃໝ່ຂອງການເກີດມີນໍ້າໜັກຕໍ່າ ໃນບັນດາປະເທດລາຍຮັບຕໍ່າ ແມ່ນມີຜົນປະ ໂຫຍດທາງເສດຖະກິດຈິງ, ນັກສັງເກດຄົ້ນຄວ້າຂອງທະນາຄານໂລກ 21(1): 25-48, 2006. 18 Yamauchi, C., ສຸຂະພາບຂອງເດັກ ແລະ ການອອກແຮງງານຂອງພໍ່ແມ່, ບົດບັນທຶກເສດຖະກິດ, ສະບັບບັນທຶກທາງອອນໄລນ໌: 8 APR 2012, DOI: 10.1111/j.1475-4932.2012.00794.x. 19 Humphrey, Jean H. 2009. “ເດັກຂາດສານອາຫານ, ພະຍາດລໍາໃສ້ເຂດຮ້ອນ, ຫ້ອງນໍ້າ, ແລະ ການລ້າງມື.” The Lancet 374 (9694). Elsevier Ltd: 1032–35. doi:10.1016/S0140-6736(09)60950-8. 18 ໂພຊະນາການໃນ ສປປ ລາວ: ສາເຫດ, ຕົວກໍານົດ ແລະ ສິ່ງກີດຂວາງ 25. ການຄົ້ນຄວ້າສົນທະນາລະອຽດ ເລື່ອງການວິເຄາະຕົວກໍານົດສໍາຄັນຂອງການຂາດສານອາຫານຖືກ ນໍາສະເໜີຢູ່ລຸ່ມນີ້. ການສົນທະນາເລີ່ມດ້ວຍການວິເຄາະຢ່າງລະອຽດຫົວຂໍ້ສາເຫດການກິນອາຫານທີ່ບໍ່ພຽງ ພໍ, ໂດຍເນັ້ນໜັກໃສ່ຄວາມເຊື່ອມໂຍງກັບການຂາດສານອາຫານແບບເຕ້ຍກ່ອນ, ຈາກນັ້ນຈຶ່ງວິເຄາະສາເຫດ ຕ່າງໆທີ່ພາໃຫ້ກິນອາຫານບໍ່ພຽງພໍ, ໂດຍປະເມີນຄວາມສໍາຄັນຂອງການເຂົ້າເຖິງອາຫານ ແລະ ການໃຫ້ ອາຫານລູກ ຫລື ການຈັດສັນອາຫານໃຫ້ສະມາຊິກທຸກຄົນພາຍໃນຄົວເຮືອນ. ບົດສົນທະນາຕໍ່ໄປແມ່ນການ ວິເຄາະຜົນກະທົບຈາກພະຍາດ, ໂດຍກໍານົດຊ່ອງທາງເຊື່ອມໂຍງກັບການຂາດສານອາຫານ, ຕາມມາດ້ວຍ ການສັງເກດສະພາບຄົວເຮືອນ ແລະ ສິ່ງແວດລ້ອມທໍາມະຊາດທີ່ເປັນສາເຫດຫລັກຂອງການເກີດພະຍາດ ຕ່າງໆ, ໂດຍຍົກໃຫ້ເຫັນຄວາມສໍາຄັນຂອງສາເຫດພື້ນຖານຂອງການຂາດສານອາຫານແບບເຕ້ຍ. ການວິເຄາະ ແບບຫລາຍຕົ ວ ຜັ ນ ແປສະແດງໃຫ້ ເ ຫັ ນ ບັ ນ ດາປັ ດ ໃຈທີ່ ຖື ກ ກໍ າ ນົ ດ ລ່ ວ ງໜ້ າ ໄວ້ ແ ລ້ ວ ນັ້ ນ ມີ ອິ ດ ທິ ພົ ນ ຫຼ າ ຍທີ່ ສຸ ດ , ເຊິງແມ່ນບັນດາປັດໃຈທີ່ຖືກກໍານົດໄວ້ກ່ອນເດັກຈະເກີດ, ດັ່ງນັ້ນບົດບາດຂອງຕົວກໍານົດລະຫວ່າງລຸ້ນສູ່ລຸ້ນຕໍ່ ການຂາດສານອາຫານຈິ່ງຖືກຍົກມາສົນທະນາຕ່າງຫາກ. ປັດໃຈຕ່າງໆເຫລົ່ານີ້ໄດ້ຖືກອິດທິພົນຈາກຄ່ານິຍົມ ທາງວັດທະນະທໍາ, ສັງຄົມ ແລະ ບົດບາດຍິງຊາຍ, ສະນັ້ນການສົນທະນາກ່ຽວກັບຕົວກໍານົດຂອງການຂາດສານ ອາຫານຈະໄດ້ສະຫລຸບໂດຍການຄຳນຶງເຖິງຄ່ານິຍົມເຫລົ່ານັ້ນ. ຄວາມບໍ່ພຽງພໍຂອງອາຫານ 26. ການກິນອາຫານທີ່ພຽງພໍທັງໃນດ້ານປະລິມານ ແລະ ຄວາມຫລາກຫລາຍຂອງອາຫານທີ່ກິນລົງໄປ ແມ່ນມີຄວາມຈໍາເປັນ ເພື່ອສະໜອງສານອາຫານທີ່ຕ້ອງການສໍາລັບການຈະເລີນເຕີບໂຕ ແລະ ພັດທະນາການ ຂອງເດັກນ້ອຍ. ຄຸນນະພາບຂອງອາຫານສ່ວນຫຼາຍເປັນຕົວກຳນົດການໄດ້ຮັບສານອາຫານຢ່າງພຽງພໍ ໃນ ສປປ ລາວ, ເຊິງຄວາມຫລາກຫລາຍຂອງອາຫານມີຕໍ່າໃນທົ່ວປະເທດ. ການສໍາຫລວດທີ່ຈັດຂຶ້ນໃນ 6 ແຂວງ ຢູ່ ພາກກາງ ແລະ ພາກໃຕ້ (ການສໍາຫລວດຂໍ້ມູນພື້ນຖານຂອງໂຄງການໂພຊະນາການຊຸມຊົນ, 2010) ສະແດງ ໃຫ້ເຫັນວ່າໂດຍສະເລ່ຍ, ເດັກນ້ອຍທີ່ມີອາຍຸ 6 ເດືອນຂື້ນໄປທີ່ຍັງກິນນົມແມ່, ກິນ ອາຫານແຕ່ພຽງ 2 ໝວດ ແລະ ມີພຽງແຕ່ 30 ເປີເຊັນ ທີ່ບັນລຸຄວາມຕ້ອງການຂັ້ນຕໍ່າຂອງການໄດ້ຮັບສານອາຫານທີ່ຕ້ອງການ. ບົດສໍາຫລວດອີກ ອັນໜຶ່ງ, (ການສໍາຫລວດຂອງສະຖາບັນສາທາລະນະສຸກສາດ, 2010) ພົບວ່າມີເດັກນ້ອຍພຽງແຕ່ 30 ເປີເຊັນ (ຢູ່ແຂວງວຽງຈັນ) ແລະ 5 ເປີເຊັນ (ຢູ່ແຂວງເຊກອງ) ຂອງເດັກ ນ້ອຍອາຍຸ 6-23 ເດືອນ ໄດ້ບັນລຸ ຄວາມຕ້ອງການຂັ້ນຕໍ່າສຸດຂອງການກິນອາຫານທີຫລາກຫລາຍຊະນິດ, ໂດຍ ວັດຈາກການກິນຢ່າງໜ້ອຍ 4 ໝວດຂອງອາຫານໃນເວລາກວ່າ 24 ຊົ່ວໂມງທີ່ຜ່ານມາ. ຫລັກຖານຈາກການວິເຄາະແບບຫລາຍຕົວຜັນແປ ດ້ານການຂາດສານອາຫານແບບເຕ້ຍ ໃນ ສປປ ລາວ20 ສະແດງໃຫ້ເຫັນວ່າ ພຽງແຕ່ການກິນອາຫານທີ່ບໍ່ມີ ຄວາມຫລາກຫລາຍກໍສາມາດເປັນຕົວກຳນົດທີ່ສຳຄັນຕໍ່ການຂາດສານອາຫານແບບເຕ້ຍໃນເດັກນ້ອຍ, ໂດຍທີ່ ເດັກອາຍຸ 6-59 ເດືອນ ທີ່ໄດ້ກິນອາຫານຢ່າງໜ້ອຍ 3 ໝວດອາຫານໃນແຕ່ລະວັນມີຄວາມສ່ຽງຫຼຸດລົງຮອດ 5 ເປີເຊັນ (ເບິ່ງ ຕາຕະລາງ 13 ແລະ ຕາຕະລາງ 14 ໃນເອກະສານຊ້ອນທ້າຍ) ສົມທຽບໃສ່ເດັກທີ່ກິນໜ້ອຍໝວດ ອາຫານກວ່າ. ຜົນຈາກການຄົ້ນຄ້ວານີ້ແມ່ນຄ້າຍຄືກັນກັບການສຶກສາຄົ້ນຄວ້າອື່ນໆໃນທົ່ວໂລກ, ເຊິງໄດ້ສະ ແດງໃຫ້ເຫັນວ່າການກິນອາຫານທີ່ບໍ່ມີຄວາມຫລາກຫລາຍສົ່ງຜົນໃຫ້ມີການຂາດສານອາຫານ ແລະ ເປັນປັດໃຈ ໜຶ່ງທີ່ສໍາຄັນໃນການຄາດເດົາວ່າເດັກນ້ອຍນັ້ນຈະຂາດສານອາຫານຊ່ຳເຮື້ອແບບເຕ້ຍໃນຕໍ່ໜ້າ21,22,23,24 20 Takamatsu, Pimhidzai and Osornprasop. 2016. ຕົວກໍານົດຂອງໂພຊະນາການຢູ່ ສປປ ລາວ, Background Paper.World Bank. 21 Arimond, Mary, and Marie T. Ruel (2004) “ອາຫານທີ່ຫລາກຫລາຍແມ່ນກ່ຽວພັນກັບສະພາບໂພຊະນາການຂອງເດັກ: ຫລັກຖານຈາກ ການສໍາຫລວດ 11 ພູມລໍາເນົາ ແລະ ສາທາລະນະສຸກ.” ວາລະສານໂພຊະນາການ 134 (10): 2579–85. doi:0022-3166/04. 22 Kennedy, Gina L, Maria Regina Pedro, Chiara Seghieri, Guy Nantel, and Inge Brouwer. 2007. “ການໃຫ້ຄະແນນອາຫານ ທີ່ຫລາກຫລາຍແມ່ນຕົວຊີ້ວັດສໍາຄັນຂອງການກິນຈຸນລະສານອາຫານ ໃນເດັກຊາວຟີລິບປີນທີ່ບໍ່ກິນນົມແມ່.” ວາລະສານໂພຊະນາການ 137 (2): 472–77. doi: 137/2/ 472 [pii]. 23 Moursi, Mourad M, Mary Arimond, Kathryn G Dewey, Serge Trèche, Marie T Ruel, and Francis Delpeuch. 2008. “ອາ ຫານທີ່ຫລາກຫລາຍເປັນຕົວພະຍາກອນທີ່ດີກ່ຽວກັບຄວາມໜາແໜ້ນຂອງຈຸລະສານອາຫານ ໃນອາຫານການກິນຂອງເດັກ 6 ຫາ 23 ເດືອນ ໃນປະເທດມາດາກາດສະກາ 1–3.” J. Nutr 138 (September): 2448–53. doi:10.3945/jn.108.093971. 24 Steyn, N P, J H Nel, G Nantel, G Kennedy, and D Labadarios. 2006. “ການໃຫ້ຄະແນນອາຫານປະເພດຕ່າງໆ ແລະ ອາຫານທີ່ຫລາກຫລາຍ ໃນເດັກນ້ອຍ: ເປັນຕົວຊີ້ວັດທີ່ດີຂອງອາຫານທີ່ພຽງພໍ ຫລື ບໍ່?” ໂພຊະນາການສາທາລະນະສຸກ 9 (5): 644–50. doi:10.1079/PHN2005912. ໂພຊະນາການໃນ ສປປ ລາວ: ສາເຫດ, ຕົວກໍານົດ ແລະ ສິ່ງກີດຂວາງ 19 27. ການສັງເກດເບິ່ງການກິນອາຫານທີ່ບໍ່ມີຄວາມຫລາກຫລາຍໃນເດັກນ້ອຍ ສະທ້ອນໃຫ້ເຫັນສະພາບ ໂດຍລວມດ້ານພຶດຕິກໍາການບໍລິໂພກໃນຄົວເຮືອນ, ເຊິງການລ້ຽງດູ ແລະ ໃຫ້ອາຫານເສີມເດັກອ່ອນ ແລະ ເດັກ ນ້ອຍທີ່ບໍ່ໄດ້ດີເທົ່າທີ່ຄວນອາດເພີ່ມຄວາມຮຸ່ນແຮງຂອງບັນຫາ, ໂດຍສະເພາະໃນກຸ່ມເດັກອາຍຸຕ່ຳກວ່າ 2 ປີ. ສະນັ້ນໃນການລົງເລິກສາເຫດຂອງການກິນອາຫານບໍ່ພຽງພໍ, ກ່ອນອື່ນຕ້ອງເບິ່ງຄວາມສາມາດໃນການຄ້ຳປະ ກັນສະບຽງອາຫານຢູ່ຂັ້ນຄົວເຮືອນ, ໂດຍສະເພາະການເຂົ້າເຖິງອາຫານ ແລະ ຮູບແບບການຊື້ກິນທົ່ວໄປ, ແລ້ວ ຫຼັງຈາກນັ້ນກໍລົງເລິກການຈັດສັນປັນສ່ວນອາຫານພາຍໃນຄົວເຮືອນ, ໂດຍສະເພາະການແບ່ງອາຫານການກິນ ໃຫ້ເດັກນ້ອຍ. 28. ການວິເຄາະຮູບແບບການກິນຂອງຄົວເຮືອນ ສະແດງໃຫ້ເຫັນວ່າການຄ້ຳປະກັນສະບຽງອາຫານຢູ່ຂັ້ນ ຄົວເຮືອນບໍ່ໄດ້ເປັນປັດໃຈຫຼັກຕໍ່ການບໍ່ໄດ້ຮັບອາຫານການກິນຢ່າງພຽງພໍໃນກຸ່ມເດັກນ້ອຍ. ໃນທົ່ວປະເທດ ການຂາດພະລັງງານຈາກອາຫານຖືວ່າບໍ່ແມ່ນສິ່ງທີ່ທ້າທາຍຫຼາຍ. ການສໍາຫລວດການໃຊ້ຈ່າຍ ແລະ ການ ບໍລິໂພກໃນຄົວເຮືອນຂອງລາວ 5 (LECS 5) ສະແດງໃຫ້ເຫັນວ່າໃນປີ 2012/13, ພະລັງງານທີໄດ້ຈາກອາ ຫານຕໍ່ຄົນຕໍ່ມື້ແມ່ນ 2,751 ກິໂລກາລໍຣີ ເຊິງສູງກວ່າຄວາມຕ້ອງການຂອງພະລັງງານຈາກອາຫານທີ່ຕ້ອງການ ສຳລັບຄົນລາວໃນແຕ່ລະມື້ສະເລ່ຍ 2,100 ກິໂລກາລໍຣີ (ເບິ່ງ ຕາຕະລາງ 2). ຖ້າທຽບຄ່າສະເລ່ຍພະລັງງານ ຈາກອາຫານຕໍ່ຫົວຄົນຢູ່ຂັ້ນຄົວເຮືອນທີ່ຢູ່ໃນເຂດຊົນນະບົດ ແລະ ຕົວເມືອງ ແລະ ໃນທຸກກຸ່ມເສດຖະກິດຄົວ ເຮືອນນັ້ນກໍຍັງສູງກ່ວາຄວາມຕ້ອງການທີ່ຈຳເປັນຕໍ່າສຸດດ້ານພະລັງງານຈາກອາຫານໃນແຕ່ລະມື້. ດັ່ງນັ້ນ, ເຫັນ ໄດ້ວ່າຄົວເຮືອນທົ່ວໄປ ໃນ ສປປ ລາວ, ເຖິງວ່າຈະເປັນກຸ່ມຄົວເຮືອນທຸກຍາກ, ບໍ່ຄ່ອຍມີບັນຫາດ້ານການຄ້ຳປະ ກັນສະບຽງອາຫານ, ເພາະສະນັ້ນບັນຫາໃນການຄ້ຳປະກັນສະບຽງອາຫານຈຶ່ງບໍ່ແມ່ນສາເຫດຫຼັກທີ່ພາໃຫ້ຂາດ ສານອາຫານ ແລະ ການກິນອາຫານບໍ່ພຽງພໍ: ແຕ່ ຍ້ອນຄົວເຮືອນຂາດຄວາມຫຼາກຫຼາຍໃນອາຫານທີ່ກິນ. ຕາຕະລາງ 2. ອາຫານການກິນຂອງຄົວເຮືອນ ແຍກຕາມທາດອາຫານຫລັກ ພະລັງງານຈາກ ໂປຣຕີນ/ທາດຊີ້ນ ໄຂມັນ ທາດແປ້ງ+ເສັ້ນໄຍ ການກິນອາຫານ ເປີເຊັນ ລະດັບ ເປີເຊັນ ລະດັບ ເປີເຊັນ ລະດັບ (ກາລໍຣີ/ຄົນ/ວັນ) ພະລັງງານ ມາດຕະຖານ ພະລັງງານ ມາດຕະຖານ ພະລັງງານ ມາດຕະຖານ (%) (%) (%) ທົ່ວປະເຫດ 2751 12 ໄດ້ 11 ໄດ້ 77 ໄດ້ ຊົນນະບົດ 2842 12 ໄດ້ 9 ຕໍ່າ 79 ເກີນ ຕົວເມືອງ 2526 13 ໄດ້ 15 ຕໍ່າ 72 ຕໍ່າ ກຸ່ມທຸກຍາກທີ່ສຸດ 2112 11 ໄດ້ 6 ຕໍ່າ 82 ເກີນ ກຸ່ມເກືອບທຸກ 2414 11 ໄດ້ 8 ຕໍ່າ 81 ເກີນ ກຸ່ມປານກາງ 2674 12 ໄດ້ 10 ຕໍ່າ 78 ເກີນ ກຸ່ມຮັງມີ 2922 12 ໄດ້ 12 ໄດ້ 76 ໄດ້ ກຸ່ມຮັ່ງມີທີ່ສຸດ 3631 13 ໄດ້ 16 ສູງ 71 ຕໍ່າ ແຫລ່ງຂໍ້ມູນ: ການຄິດໄລ່ຂອງນັກຂຽນຈາກ LECS 5 20 ໂພຊະນາການໃນ ສປປ ລາວ: ສາເຫດ, ຕົວກໍານົດ ແລະ ສິ່ງກີດຂວາງ ພາບທີ 5: ຄວາມຫລາກຫລາຍຂອງອາຫານໃນຄົວເຮືອນ ແຍກຕາມກຸ່ມ ເສດຖະກິດສັງຄົມ- ເຂດຕົວເມືອງ ເຂດຊົນນະບົດ ແຫລ່ງຂໍ້ມູນ: ການຄິດໄລ່ຂອງນັກຂຽນຈາກການສໍາຫລວດ LECS, 2012/13 29. ການຂາດຄວາມຫລາກຫລາຍຂອງອາຫານໃນເດັກນ້ອຍ ສະທ້ອນໃຫ້ເຫັນພາບລວມວ່າ ຄົວເຮືອນ ນັ້ນກໍ່ຂາດຄວາມຫລາກຫລາຍຂອງອາຫານເຊັ່ນດຽວກັນ. ດັ່ງທີ່ຂໍ້ມູນ ຈາກການສໍາຫລວດການໃຊ້ຈ່າຍ ແລະ ການບໍລິໂພກໃນຄົວເຮືອນຂອງລາວທີ່ 5 (LECS 5) ສະແດງໃຫ້ເຫັນວ່າບັນຫານີ້ມີຄວາມຮຸນແຮງພິເສດໃນ ເຂດຊົນນະບົດບ່ອນທີ່ຄົວເຮືອນສ່ວນໃຫຍ່ກິນອາຫານພຽງແຕ່ 3 ໃນ 9 ໝວດອາຫານຕາມຖາດຕະຖານຂອງ FANTA ແລະ ອົງການອາຫານ ແລະ ການກະເສດຂອງສະຫະປະຊາຊາດ (FAO)25. ສ່ວນຫຼາຍຄົນໃນເຂດຊົນ ນະບົດບໍ່ຄ່ອຍໄດ້ກິນຜັກໃບຂຽວແກ່, ໂດຍສະເພາະແມ່ນ ໃນກຸ່ມທຸກຍາກທີ່ສຸດ. ມີພຽງ 27 ເປີເຊັນ ຂອງກຸ່ມຄົວ ເຮືອນທຸກຍາກທີ່ສຸດໃນເຂດຊົນນະບົດກິນຜັກໃບຂຽວແກ່ນັ້ນ. ອາຫານປະເພດຖົ່ວຕ່າງໆ, ຜະລິດຕະພັນນົມ ແລະ ໄຂ່ຖືກກິນພຽງສ່ວນນ້ອຍຂອງບັນດາຄົວເຮືອນທີ່ຖືກສຳຫຼວດ. ແຕ່ໂດຍລວມແລ້ວ, ຄົວເຮືອນໃນຕົວເມືອງ ມີທ່າວ່າຈະກິນອາຫານພວກນັ້ນຫລາຍກວ່າຄົວເຮືອນໃນຊົນນະບົດ (ເບິ່ງ ພາບທີ 5). ລັກສະນະຮູບແບບ ດຽວກັນນີ້ ກໍ່ສັງເກດເຫັນໃນກຸ່ມເດັກນ້ອຍເຊັ່ນດຽວກັນ. ການສໍາຫລວດຂໍ້ມູນພື້ນຖານຂອງໂຄງການໂພຊະນາ ການຊຸມຊົນ (2010) ຊຶ່ງມີຂໍ້ມູນດ້ານການກິນອາຫານຂອງສ່ວນບຸກຄົນຂອງເດັກນ້ອຍ, ສະແດງໃຫ້ເຫັນວ່າໂດຍ ທົ່ວໄປອາຫານປະເພດໄຂ່, ຜະລິດ ຕະພັນນົມ, ອາຫານປະເພດຖົ່ວ ແລະ ໝາກຖົ່ວຕ່າງໆຖືກກິນໜ້ອຍກວ່າ 14 ເປີເຊັນ ຈາກທັງກຸ່ມເດັກລຸ່ມ 5 ປີ ແລະ ໃນຂັ້ນຄົວເຮືອນ. ການກິນນົມໜ້ອຍສົ່ງຜົນໃຫ້ໄດ້ຮັບສານແຄນຊຽມຕໍ່າ ເຊິງສາມາດສົ່ງຜົນໃຫ້ເດັກນ້ອຍນັ້ນຂາດສານອາຫານແບບເຕ້ຍ ແລະ ໃນຂະນະທີ່ການໄດ້ຮັບທາດໄຂມັນ ຫຼື ນ້ຳມັນຕໍ່ານັ້ນກໍ່ພາໃຫ້ຫຼຸດຜ່ອນຄວາມສາມາດໃນການດູດຊຶມສານອາຫານທີ່ຕ້ອງການທາດນໍ້າມັນເພື່ອດູດຊຶມ. ຍົກຕົວຢ່າງການສຶກສາໂດຍມີກຸ່ມຄວບຄຸມຢູ່ປະເທດອິນເດຍພົບວ່າການເພີ່ມຂຶ້ນຂອງລະດັບເຊລັມວິຕາມີນອາ ໃນເດັກທີ່ກິນຜັກຫົມເປັນອາຫານເສີມນັ້ນໜ້ອຍກ່ວາເດັກທີ່ກິນຜັກຫົມໂຮຍນໍ້າມັນໝາກຖົ່ວດິນ 10 ກຣາມ26 25 FANTA, and FAO. 2014. “ການນໍ້າໃຊ້ຄວາມຫລາຍຫລາກທາງດ້ານອາຫານໃນລະດັບຕໍ່າສຸດ – Women (MDD-W) ດັດສະນີໝາຍລວມ ຂອງອາຫານສຳລັບແມ່ຍິງ,” 2014–15. http://www.fantaproject.org/monitoring-and-evaluation/minimum-dietary-diversity- women-indicator-mddw. ໝວດອາຫານ 9 ຫມວດໄດ້ແກ່ໝວດອາຫານທາດແປ້ງ, ຜັກໃບຂຽວ, ໝາກໄມ້ແລະຜັກທີ່ຮັ່ງມີດ້ວຍວິຕາມິນອາ, ໝາກໄມ້ແລະຜັກອື່ນໆ, ຊີ້້ນຕາມອະໄວຍະວະ, ຊີ້ນແລະປາ, ໄຂ່, ຜັກຕະກຸນຖົ່ວ, ແກ່ນແລະຮາກ, ນົມແລະຜະລິດຕະພັນຈາກນົມ. 26 Jayarajan, P., V. Reddy, and M. Mohanram (2013) “ຜົນກະທົບຂອງການກິນໄຂມັນ ຕໍ່ການດູດຊຶມຂອງທາດແຄໂຣຕີນ ຈາກຜັກ ໃບຂຽວໃນເດັກນ້ອຍ.” ວາລະສານການຄົ້ນຄວ້າທາງການແພດຂອງອິນເດຍ 137 (5): 53–56. ໂພຊະນາການໃນ ສປປ ລາວ: ສາເຫດ, ຕົວກໍານົດ ແລະ ສິ່ງກີດຂວາງ 21 30. ແຕ່ສາເຫດສ່ວນໃຫ່ຍການຂາດຄວາມຫຼາກຫຼາຍຂອງອາຫານຂອງເດັກນ້ອຍໃນ ສປປ ລາວ ພົວພັນ ເຖິງການລ້ຽງດູ ແລະ ການໃຫ້ອາຫານເສີມເດັກອ່ອນ ແລະ ເດັກນ້ອຍ ທີ່ບໍ່ດີເທົ່າທີ່ຄວນ. ເຖິງວ່າການສືບ ຕໍ່ລ້ຽງລູກດ້ວຍນົມແມ່ກາຍໜຶ່ງປີມີຂ້ອນຂ້າງສູງ (ເກືອບ 75 ເປີເຊັນ ຂອງເດັກອາຍຸ 12-15 ເດືອນ ຍັງໄດ້ ກິນນົມແມ່ຕອນໜຶ່ງປີ). ການໃຫ້ອາຫານເສີມສໍາລັບເດັກ 6 ຫາ 23 ເດືອນ ໃນທົ່ວປະເທດ ໂດຍທົ່ວໄປແມ່ນ ເຮັດບໍ່ໄດ້ດີເທົ່າທີ່ຄວນ (ຕາຕະລາງ 3) ແລະ ສ່ວນໃຫຍ່ແມ່ນຊ້າ, ໂດຍມີພຽງໜຶ່ງສ່ວນສາມຂອງເດັກ 6 ຫາ 23 ເດືອນ ໄດ້ຮັບທັງນົມແມ່ ແລະ ອາຫານເສີມທີ່ເໝາະສົມ. ການເລີ່ມໃຫ້ກິນນົມແມ່ທັນທີຫຼັງເກີດຍັງບໍ່ໄດ້ຕາມ ຄາດໝາຍ, ໂດຍບໍ່ຮອດເຄິ່ງຂອງເດັກໃນການສຳຫຼວດເດັກນ້ອຍທີ່ລາຍງານວ່າໄດ້ກິນນົມແມ່ພາຍໃນໜຶ່ງຊົ່ວ ໂມງຫລັງເກີດ. ນອກຈາກນັ້ນ, ໜຶ່ງສ່ວນສາມຂອງເດັກອ່ອນທັງໝົດໄດ້ຖືກປ້ອນອາຫານອື່ນໆແລ້ວກ່ອນໄດ້ກິນ ນົມແມ່, ທີ່ແມ່ນອາຫານທີ່ບໍ່ແມ່ນນໍ້ານົມຂອງແມ່, ເຊິງເປັນອຸປະສັກໃນການລ້ຽງລູກດ້ວຍນົມແມ່ຢ່າງດຽວ ແລະ ພາໃຫ້ເດັກສ່ຽງຕໍ່ການຕິດພະຍາດໃນສິ່ງແວດລ້ອມອ້ອມຕົວ. ຕາຕະລາງ 3. ການລ້ຽງລູກດ້ວຍນົມແມ່ ແລະ ການໃຫ້ອາຫານເສີມ ແຂວງ ເດັກອາຍຸ ເດັກອາຍຸ ເດັກອາຍຸ ເດັກອາຍຸ ເດັກອາຍຸ <2 ເດືອນ < 6 ເດືອນທີ່ 6-23 ເດືອນ 12-15 ເດືອນ, 20-23 ເດືອນ, ກິນນົມແມ່ ກິນນົມແມ່ ຍັງກິນນົມແມ່ + ທີ່ຍັງສືບຕໍ່ກິນ ທີ່ຍັງສືບຕໍ່ກິນ ພາຍໃນ 1 ຢ່າງດຽວ ໄດ້ຮັບອາຫານແຂງ, ນົມແມ່ຕອນ ນົມແມ່ຕອນ ຊົ່ວໂມງ (%) ເຄິ່ງແຂງ ຫລື ອ່ອນ ອາຍຸ 1 ປີ(%) ອາຍຸ 2 ປີ (%) ຫລັງເກີດ (%) (%) ຜົ້ງສາລີ 60.4 59.7 38.7 70.6 45.0 ຫລວງນໍ້າທາ 35.2 73.8 46.4 74.5 52.2 ອຸດົມໄຊ 22.2 61.6 25.2 88.9 51.1 ຫົວພັນ 36.4 77.2 27.3 82.2 35.3 ຊຽງຂວາງ 58.8 73.7 30.4 82.2 28.9 ສາລະວັນ 54.5 28.0 48.6 74.5 69.1 ເຊກອງ 43.9 62.3 27.0 89.1 58.1 ບໍ່ແກ້ວ 41.0 41.7 43.7 81.8 54.0 ຫລວງພະບາງ 44.9 44.9 43.9 70.6 47.7 ຄໍາມ່ວນ 30.0 13.4 57.9 77.2 54.9 ສະຫວັນນະເຂດ 21.9 16.4 26.4 69.2 45.2 ອັດຕະປື 48.7 42.5 27.2 91.7 61.1 ນະຄອນຫລວງວຽງຈັນ 45.8 30.4 22.9 58.8 15.6 ໄຊຍະບູລີ 66.4 61.7 29.0 72.2 13.0 ແຂວງວຽງຈັນ 51.3 55.9 47.6 58.2 32.1 ບໍລິຄໍາໄຊ 23.8 45.0 42.6 60.8 21.7 ຈໍາປາສັກ 23.2 20.0 31.5 69.7 27.0 ສປປ ລາວ 39.1 40.4 35.4 73.0 40.0 ແຫລ່ງຂໍ້ມູນ: LSIS 2011/2 22 ໂພຊະນາການໃນ ສປປ ລາວ: ສາເຫດ, ຕົວກໍານົດ ແລະ ສິ່ງກີດຂວາງ 31. ສີ່ ງ ສໍ າ ຄັ ນ ຈາກການຄົ້ ນ ຄ້ ວ າ, ມີ ກຸ່ ມ ເດັ ກ ສ່ ວ ນຫຼ າ ຍທີ່ ບໍ່ ໄ ດ້ ກິ ນ ອາຫານໃນໝວດໝູ່ ທີ່ ສ ຳຄັ ນ ເຖິ ງ ແມ່ນວ່າຄົນໃນຄອບຄົວເດັກໄດ້ກິນ ຫລື ໃນຄົວເຮືອນນັ້ນມີອາຫານໝວດໝູ່ທີ່ສຳຄັນກໍ່ຕາມ, ສະແດງໃຫ້ ເຫັນລະດັບຄວາມຮູ້ ແລະ ຄວາມເຂົ້າໃຈດ້ານໂພຊະນາການທີ່ຍັງຕ່ຳ. ສະແດງໃຫ້ເຫັນໃນກໍລະນີເດັກນ້ອຍ ອາຍຸ 6-23 ເດືອນທີ່ໄດ້ຮັບອາຫານໜ້ອຍໝວດກວ່າເດັກນ້ອຍທີ່ມີອາຍຸ 24-59 ເດືອນ. ຍົກຕົວຢ່າງ, ຈາກຜົນການສໍາຫລວດໂຄງການໂພຊະນາການ (CNP Baseline Survey 2010) ໄດ້ຊີ້ໃຫ້ເຫັນວ່າ ເຖິງວ່າ 74 ເປີເຊັນ ຂອງແມ່ທີ່ຖືກສໍາຫລວດໄດ້ກິນອາຫານອຸດົມດ້ວຍວິຕາມີນອາ ແລະ ຜັກ, ແຕ່ມີພຽງ 45 ເປີເຊັນຂອງເດັກນ້ອຍອາຍຸ 6-23 ເດືອນທີ່ໄດ້ກິນ. ສິ່ງທີ່ໜ້າເປັນຫ່ວງແມ່ນພຽງແຕ່ 60 ເປີເຊັນ ຂອງ ເດັກນ້ອຍອາຍຸ 6-23 ເດືອນໄດ້ກິນອາຫານອຸດົມດ້ວຍ ວິຕາມີນອາ ແລະ ຜັກໃນຂະນະທີ່ແມ່ຂອງເດັກ ນັ້ນໄດ້ກິນ, ແຕ່ສຳລັບເດັກນ້ອຍອາຍຸ 24-59 ເດືອນແລ້ວມີຮອດ 90 ເປີເຊັນທີ່ໄດ້ກິນ. ລັກສະນະຮູບແບບ ດຽວກັນນີ້ກໍ່ສັງເກດເຫັນໃນໝວດອາຫານປະເພດຊີ້ນ, ໝາກໄມ້ ແລະ ຜັກ, ໄຂ່, ປະເພດຖົ່ວ ແລະ ໝາກຖົ່ວ ຊະນິດຕ່າງໆເຊັ່ນດຽວກັນ (ເບີ່ງ ຕາຕະລາງ 4), ທີ່ສະທ້ອນໃຫ້ເຫັນເຖິງການປະຕິບັດທີ່ຍັງບໍ່ເໝາະສົມຕໍ່ການ ໃຫ້ອາຫານເສີມທີ່ຊັກຊ້າ ແລະ ບໍ່ໄດ້ຕາມຄາດໝາຍຕໍ່ເດັກອາຍຸຕໍ່າກວ່າ 2 ປີ. ເຊິງໄດ້ສ່ອງແສງເຫັນຄວາມສໍາຄັນ ຂອງພຶດຕິກໍາການໃຫ້ອາຫານລູກ, ເຊິງຈາກການວິເຄາະທັງສອງຕົວຜັນແປ ແລະ ຫລາຍຕົວຜັນແປນັ້ນພົບວ່າ ຄວາມຫລາກຫລາຍຂອງຜົ ນ ຜະລິ ດ ກະສິ ກໍາແມ່ ນ ມີ ກ ານພົ ວ ພັ ນ ດ້ າ ນບວກກັ ບ ການເພີ່ ມ ຂື້ ນ ຂອງຄວາມຫລາກ ຫລາຍຂອງອາຫານທີ່ບໍລິໂພກໃນຄົວເຮືອນເທົ່ານັ້ນແຕ່ບໍ່ມີສ່ວນພົວພັນກັບເດັກໃນຄົວເຮືອນນັ້ນ (ຕາ ຕະລາງ 15 ແລະ ຕາຕະລາງ 16 ຢູ່ບົດຊ້ອນທ້າຍ) ແລະ ຂໍ້ມູນທາງສະຖິຕິສະແດງໃຫ້ເຫັນວ່າ ບໍ່ມີຄວາມເຊື່ອມໂຍງລະ ຫວ່າງດັດສະນີຂອງຄວາມຫລາກຫລາຍຂອງຜົນຜະລິດກະສິກຳ ແລະ ການຂາດສານອາຫານຊໍ່າເຮື້ອແບບ ເຕ້ຍໃນເດັກນ້ອຍ. ຜົນໄດ້ຮັບດັ່ງກ່າວນີ້ແມ່ນຄ້າຍຄືຜົນການສໍາຫລວດຂອງນານາຊາດ.27, ,28,29 ເຊິງໄດ້ສະ ແດງໃຫ້ເຫັນຄວາມສຳຄັນຂອງພຶດຕິກໍາ ແລະ ການລ້ຽງດູທີ່ກ່ຽວກັບໂພຊະນາການຫລາຍກວ່າການເຂົ້າເຖິງອາ ຫານ, ເຊິງມີຜົນຫຼາຍທີ່ສຸດຕໍ່ການຂາດສານອາຫານຊໍ່າເຮື້ອແບບເຕ້ຍໃນເດັກນ້ອຍ. ຕາຕະລາງ 4. ການເຂົ້າເຖິງອາຫານ, ພຶດຕິກໍາການລ້ຽງດູເດັກໂດຍຈໍາແນກເປັນໝວດອາຍຸ ເດັກ 6-23 ເດືອນ ເດັກ 24-59 ເດືອນ ໝວດອາຫານ: ສ່ວນໝວດ ສ່ວນໝວດ ສ່ວນໝວດ ສ່ວນໝວດ ສ່ວນໝວດ ສ່ວນໝວດ ອາຫານທີ່ ຂອງອາຫານທີ່ ອາຫານທິ່ເດັກ ອາຫານທີ່ ອາຫານທີ່ ອາຫານທີ່ ແມ່ບໍລິໂພກ ເດັກບໍລິໂພກ ບໍລິໂພກ ແມ່ບໍລິໂພກ ເດັກບໍລິໂພກ ເດັກບໍລິໂພກ (%) (%) ຖ້າແມ່ໄດ້ບໍລິໂພກ (%) (%) ຖ້າແມ່ບໍລິໂພກ (%) (%) ທາດແປ້ງ 99.1 92.6 93.1 98.6 98.5 99.1 ຜັກ ແລະ ໝາກໄມ້ທີ່ອຸດົມດ້ວຍ ວິຕາມິນ ອາ 73.5 44.7 60.3 76.3 70.9 91.8 ໝາກໄມ້ ແລະ ຜັກອື່ນໆ 82.3 49.0 58.2 82.3 76.8 90.9 ປະເພດຊີ້ນ (ຊີ້ນ, ປາ, ໄກ່/ເປັດ ແລະ ເຄື່ອງໃນສັດຕ່າງ) 73.1 56.1 74.5 69.8 68.9 95.8 ໄຂ່ 15.1 13.0 66.1 12.3 13.8 81.6 ປະເພດຖົ່ວແລະແກ່ນ/ໝາກຖົ່ວຕ່າງໆ 3.0 4.1 34.6 2.8 4.1 67.1 ຜະລິດຕະພັນຈາກນົມ 3.0 10.5 75.6 1.1 6.3 83.9 ແຫລ່ງຂໍ້ມູນ: ຜົນການຄິດໄລ່ຈາກການສໍາຫລວດໂພຊະນາການ, 2010 27 ບໍ Kumar, Neha, Jody Harris, and Rahul Rawat (2015). “ຖ້າລາວປູກ, ລາວຈະກິນ ແລະ ປູກ ຫຼື ບໍ? ຫລັກຖານຂອງປະເທດຊໍາເບັຍຕໍ່ ຄວາມລາກຫລາຍດ້ານກະສິກໍາແລະໂພຊະນາການຕໍ່າ.” The Journal of Development Studies 51 (8): 1060–77. doi:10.1080/00 220388.2015.1018901. 28 Ruel, Marie T., and Harold Alderman (2013). “ການຈັດຕັ້ງປະຕິບັດໂຄງການໂພຊະນະການition: ຈະຊວ່ຍສ້າງຄວາມກ້າວໜ້າໄວຢ່າງ ໃດຕໍ່ການຍົກລະດັບວຽກໂພຊະນາການແມ່ແລະເດັກ?” Lancet 382 (9891), pp 536-51. 29 Shively, Gerald, and Celeste Sununtnasuk. 2015. “ຄວາມຫລາກຫລາຍດ້ານກະສິກໍາ ແລະ ສະພາບການຂາດສານອາຫານແບບ ຊໍ້າເຮືອໃນເນປານ.” The Journal of Development Studies 51 (8): 1078–96. doi:10.1080/00220388.2015.1018900. ໂພຊະນາການໃນ ສປປ ລາວ: ສາເຫດ, ຕົວກໍານົດ ແລະ ສິ່ງກີດຂວາງ 23 32. ນອກຈາກນັ້ນ, ການສົ່ງເສີມການເຮັດສວນຄົວເຮືອນຢ່າງດຽວ ບໍ່ແມ່ນວິທີແກ້ບັນຫາການຂາດຄວາມ ຫລາກຫລາຍຂອງອາຫານທີ່ບໍລິໂພກຢູ່ໃນ ສປປ ລາວ, ແຕ່ຄວນເຊື່ອມສານກັບການປ່ຽນແປງພຶດຕິກຳໃນ ການລ້ຽງດູ ແລະ ໃຫ້ອາຫານເສີມໃຫ້ແກ່ເດັກອອ່ນ ແລະ ເດັກນ້ອຍ. ດັ່ງທີ່ໄດ້ກ່າວມາຂ້າງເທິງນັ້ນ, ຄວາມສໍາ ພັນລະຫວ່າງຄວາມຫລາກຫລາຍຂອງຜົນຜະລິດກະສິກໍາ ແລະ ຜົນໄດ້ຮັບທາງໂພຊະນາການຂອງເດັກແມ່ນ ພົບວ່າບໍ່ແໜ້ນແຟ້ນເທົ່າທີ່ຄາດຫວັງ, ເຖິງແມ່ນວ່າພົບຄວາມສໍາພັນທາງບວກລະຫວ່າງຄວາມຫລາກຫລາຍ ຂອງຜົນຜະລິດກະສິກໍາ ແລະ ຄວາມຫລາກຫລາຍຂອງອາຫານທີ່ບໍລິໂພກໃນຄົວເຮືອນກໍ່ຕາມ. ເຊິງໄດ້ສະແດງ ໃຫ້ເຫັນວ່າສາຍພົວພັນລະຫວ່າງການເພີ່ມຂື້ນຂອງຄວາມຫລາກຫລາຍຂອງຜົນຜະລິດກະສິກໍາ ແລະ ການເພີ່ມ ຂື້ນຂອງຄວາມຫລາກຫລາຍຂອງອາຫານທີ່ບໍລິໂພກໃນເດັກບໍ່ຈະແຈ້ງ ແລະ ຊັດເຈນ. ໝາຍຄວາມວ່າ, ການ ເພີ່ມຂື້ນຂອງອາຫານໃນຄົວເຮືອນສ່ວນໃຫ່ຍບໍ່ແມ່ນວ່າການກິນຂອງເດັກນ້ອຍຈະເພີ່ມຂື້ນ ແລະ ສະພາບໂພ ຊະນາການຂອງເດັກຈະດີຂື້ນໃນ ສປປ ລາວ. ຄືດັ່ງໄດ້ກ່າວ (ໃນຕາຕະລາງ 4) , ເດັກອາຍຸ 6 – 23 ເດືອນ ບໍ່ ຄອຍໄດ້ກິນອາຫານບາງຊະນິດເຖິງແມ່ນວ່າຢູ່ເຮືອນຈະມີອາຫານດັ່ງກ່າວກໍ່ຕາມ. ເພາະສະນັ້ນ, ຫາກເພີ່ມ ຄວາມຫລາກຫລາຍຂອງຜົນຜະລິດພຽງຢ່າງດຽວ ໂດຍບໍ່ມີການໃຫ້ຄວາມຮູ້ ຫລື ປ່ຽນແປງພຶດຕິກໍາຂອງຜູ້ດູແລ ເດັກດ້ານການລ້ຽງດູເດັກ ແລະ ໃຫ້ອາຫານເສີມຢ່າງຖືກຕ້ອງແລ້ວ, ກໍ່ຈະບໍ່ເກີດຜົນກະທົບທີ່ດີຢ່າງໃດເລີຍ. ອີງ ໃສ່ບົດສຶກສາຂອງທະນາຄານໂລກກ່ຽວກັບການລ້ຽງດູເດັກອ່ອນ ແລະ ເດັກນ້ອຍ ໃນ ສປປ ລາວ, ຍັງມີຄວາມເຊື່ອ ຖືຢ່າງກວ້າງຂວາງວ່າເດັກຮູ້ເວລາໃດ ແລະ ປະລິມານເທົ່າໃດທີ່ຈະຕ້ອງກີນອາຫານ. ເຊິງໄດ້ສົ່ງຜົນໃຫ້ຂາດ ການເອົາໃຈໃສ່ ແລະ ສື່ສານເພື່ອປ່ຽນແປງພຶດຕິກໍາການລ້ຽງດູເດັກ ແລະ ໃຫ້ອາຫານເສີມຢ່າງຖືກຕ້ອງ ແລະ ໂດຍລວມຄວາມຫລາກຫລາຍຂອງອາຫານທີ່ເດັກນ້ອຍໄດ້ບໍລິໂພກນັ້ນຕ່ຳ.30 ຕາຕະລາງ 5. ການສົມທຽບພຶດຕິກໍາການບໍລິໂພກລະຫວ່າງແມ່, ເດັກອອ່ນ ແລະ ເດັກນ້ອຍກັບຄວາມຮູ້ ຂອງແມ່ກ່ຽວກັບການຕິດຕາມການເຕີບໂຕຂອງເດັກ ແລະ ໂພຊະນາສຶກສາ ແມ່ທີ່ບໍ່ໄດ້ຮັບການຄວາມຮູ້ໃນການຕິດຕາມການ ແມ່ທີ່ໄດ້ຮັບຄວາມຮູ້ໃນການຕິດຕາມການເຕີບ ເຕີບໃຫຍ່ຂອງເດັກແລະໂພຊະນາສຶກສາ ໃຫຍ່ຂອງເດັກ ແລະ ໂພຊະນາສຶກສາ ໝວດອາຫານ ສ່ວນໝວດ ສ່ວນໝວດ ສ່ວນໝວດ ສ່ວນໝວດ ສ່ວນໝວດ ສ່ວນໝວດ ອາຫານທີ່ ຂອງອາຫານທີ່ ອາຫານທິ່ເດັກ ອາຫານທີ່ ຂອງອາຫານທີ່ ອາຫານທິ່ເດັກ ແມ່ບໍລິໂພກ ເດັກບໍລິໂພກ ບໍລິໂພກ ແມ່ບໍລິໂພກ ເດັກບໍລິໂພກ ບໍລິໂພກ (%) (%) ຖ້າແມ່ໄດ້ບໍລິໂພກ (%) (%) ຖ້າແມ່ໄດ້ບໍລິໂພກ (%) (%) ທາດແປ້ງ 96.5 91.8 94.9 99.1 95.1 95.4 ຜັກ ແລະ ໝາກໄມ້ທີ່ອຸດົມດ້ວຍ ວິຕາມິນ ອາ 76.0 55.6 72.1 74.4 54.7 72.7 ໝາກໄມ້ແລະຜັກອື່ນໆ 65.5 50.0 71.2 83.9 60.6 70.7 ປະເພດຊີ້ນ (ຊີ້ນ, ປາ, ໄກ່/ ເປັດແລະເຄື່ອງໃນສັດຕ່າງ) 50.9 41.8 78.5 73.8 62.8 82.7 ໄຂ່ 7.3 4.0 37.6 14.7 14.2 73.0 ປະເພດຖົ່ວແລະແກ່ນ/ໝາກຖົ່ວຕ່າງໆ 1.4 1.0 0.0 3.1 4.4 48.7 ຜະລິດຕະພັນຈາກນົມ 1.4 7.7 48.1 2.3 9.0 78.9 ແຫຼ່ງຂໍ້ມູນ: ການຄິດໄລ່ຂອງຜູ້ຂຽນບົດລາຍງານໂດຍການນໍາໃຊ້ຂໍ້ມູນຈາກໂຄງການໂພຊະນາການ, 2010 30 Gillespie, A, H Creed-Kanashiro, D Sirivongsa, D Sayakoumanne, and R Galloway (2004), “ການໃຫ້ຄໍາແນະນໍາແກ່ຜູ້ລ້ຽງ ດູ: ການຄົ້ນຄວ້າແບບຕໍ່ເນື່ອງເພື່ອຍົກສູງວິທີການບໍລິໂພກຂອງແມ່, ເດັກເກີດໃໝ່ ແລະ ເດັກອອ່ນໃນ ສປປ ລາວ” ເອກະສານຂອງໜ່ວຍສາທາ ລະນະສຸກ, ໂພຊະນາການ ແລະ ປະຊາກອນ, World Bank, Washington, DC, and World Bank (2013), ສຸຂະພາບແມ່, ສຸຂະພາບເດັກ ແລະໂພຊະນາການໃນ ສປປ ລາວ: ຂໍ້ມູນຈາກການສໍາຫລວດຄົວເຮືອນຢູ່ 6 ແຂວງ, ທະນາຄານໂລກ. 24 ໂພຊະນາການໃນ ສປປ ລາວ: ສາເຫດ, ຕົວກໍານົດ ແລະ ສິ່ງກີດຂວາງ 33. ການສຸມໃສ່ການໃຫ້ຄວາມຮູ້, ປ່ຽນແປງວິທີການດູແລ ແລະ ລ້ຽງດູເດັກໃຫ້ຖືກຕ້ອງ ແລະ ເໝາະສົມ, ລວມທັງປ່ຽນແປງທັດສະນະຄະຕິທາງສັງຄົມເພື່ອ ມີການປ່ຽນແປງຂອງພຶດຕິກໍາ ແລະ ຄວາມຊີນເຄີຍດ້ານ ການລ້ຽງດູເດັກນັ້ນ ແມ່ນມີຄວາມຈໍາເປັນຫລາຍຢູ່ໃນ ສປປ ລາວ ແລະ ເປັນສິ່ງທີ່ສາມາດບັນລຸໄດ້. ການມີອາ ຫານໃນລະດັ ບ ຄົ ວ ເຮື ອ ນບໍ່ ໄ ດ້ ໝ າຍເດັ ກ ນ້ ອ ຍໃນຄົ ວ ເຮື ອ ນນັ້ ນ ຈະໄດ້ ບໍ ລິ ໂ ພກອາຫານທີ່ ສໍ າ ຄັ ນ ຫຼ າ ຍໝວດ (ໂດຍສະເພາະໃນເດັກ 6-23 ເດືອນ) ດັ່ງຜົນຂອງບົດວິເຄາະໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ. ນອກຈາກນັ້ນ ບົດສໍາຫລວດໄດ້ໃຫ້ຂໍ້ສັງເກດອີກຕື່ມວ່າແມ່ທີ່ໄດ້ຮັບຄວາມຮູ້ດ້ານໂພຊະນາການ ແລະ ການຕິດຕາມການຈະ ເລີນເຕີບໂຕຂອງເດັກສ່ວນຫຼາຍຈະໃຫ້ອາຫານຈໍາພວກໄຂ່, ຜະລິດຕະພັນຈາກນົມ, ພືດຈໍາພວກຖົ່ວ ແລະ ປະເພດແກ່ນ/ໝາກຖົ່ວຕ່າງໆໃຫ້ແກ່ລູກຂອງພວກເຂົາ (ຕາຕະລາງ 5). ດັ່ງນັ້ນ, ສາມາດໃຫ້ຄໍາແນະນໍາໄດ້ວ່າ ການເພີ່ມຄວາມຮູ້ດ້ານໂພຊະນາການຂອງເດັກ ແລະ ການສື່ສານເພື່ອປ່ຽນແປງພຶດຕິກໍາການລ້ຽງດູເດັກ ແມ່ນ ກິດຈະກໍາທີ່ມີຄວາມສໍາຄັນເພື່ອປັບປຸງຜົນໄດ້ຮັບ ແລະ ສະພາບດ້ານໂພຊະນາການຂອງເດັກນ້ອຍ, ເຊິງຖືວ່າ ເປັນກິດຈະກຳໜຶ່ງທີ່ຈໍາເປັນ ແລະ ສຳຄັນໃນວຽກງານລວມຂອງໂພຊະນາການ. 34. ຜົ ນ ໄດ້ ຮັ ບ ຈາກການສົ່ ງ ເສີ ມ ຂະແໜງກະສິ ກໍາໃນວຽກງານໂພຊະນາການບໍ່ ແ ມ່ ນ ພຽງແຕ່ ສ າມາດເພີ່ ມ ຄວາມຫຼາກຫຼາຍຂອງອາຫານເພື່ອການບໍລິໂພກພາຍໃນຄົວເຮືອນເທົ່ານັ້ນ (ເຊັ່ນ: ການເຮັດສວນຄົວ ແລະ ການ ລ້ຽງສັດນ້ອຍ) ແຕ່ຍັງສາມາດເພີ່ມລາຍໄດ້ຈາກການຂາຍຜະລິດຕະພັນກະສິກໍາດັ່ງກ່າວ, ເຊິງພາໃຫ້ຄົວເຮືອນ ນັ້ນມີລາຍໄດ້ເພີ້ມທີ່ສາມາດເອົາໄປຊື້ອາຫານໄດ້ຫຼາກຫຼາຍຊະນິດທີ່ມີຂາຍ ແລະ ສາມາດຊື້ໄດ້ຢູ່ໃນຕະຫຼາດ ທ້ອງຖິ່ນ. ການຄິດໄລ່ປະເພດຂອງຊັບສິນໃນຄົວເຮືອນໂດຍນຳໃຊ້ຫຼາຍຕົວຜັນແປແມ່ນເພື່ອວັດມາດຖານຄວາມ ຮັ່ງ, ໄດ້ສະແດງໃຫ້ເຫັນການພົວພັນກັນຢ່າງແໜ້ນແຟ້ນລະຫວ່າງກຸ່ມຖານະເສດຖະກິດຄົວເຮືອນ ແລະ ການ ຂາດສານອາຫານແບບຊໍ່າເຮື້ອໃນເດັກນ້ອຍ ແລະ ຄວາມຫລາກຫລາຍຂອງອາຫານທີ່ເດັກບໍລິໂພກ. ແມ່ນໄດ້ ພົ ບ ວ່ າ ຄອບຄົ ວ ທີ່ ຮັ່ ງ ມີ ນັ້ ນ ມີ ກ ານບໍ ລິ ໂ ພກອາຫານທີ່ ຫ ລາກຫລາຍສູ ງ ກ່ ວ າໃນທົ່ ວ ປະເທດລວມທັ ງ ຄອບຄົ ວ ທີ່ ເພິ່ ງ ພາຜົ ນ ຜະລິ ດ ຈາກເຂົ້ າ ເປັ ນ ສ່ ວ ນໃຫຍ່ ແ ຕ່ ວ່ າ ໂດຍທົ່ ວ ໄປຄອບຄົ ວ ໃນຊົ ນ ນະບົ ດ ບໍ ລິ ໂ ພກອາຫານທີ່ຫລາກ ຫລາຍຕ່ຳກວ່າຄອບຄົວໃນຕົວເມືອງ. ສິ່ງສໍາຄັນທີ່ຄວນຄຳນຶງແມ່ນວ່າຜະລິດຕະພັນຈາກນົມສ່ວນຫຼາຍຈະບໍ່ ໄດ້ເຂົ້າລະບົບການຜະລິດ ແລະ ແປຮູບຢູ່ ສປປ ລາວ ແຕ່ຄອບຄົວທີ່ຮັ່ງມີກໍມີຄວາມສາມາດໃນການເຂົ້າເຖິງໄດ້ ດັ່ງນັ້ນເລີຍມີການບໍລິໂພກຫຼາຍກ່ວາ. Photo by NTPC ໂພຊະນາການໃນ ສປປ ລາວ: ສາເຫດ, ຕົວກໍານົດ ແລະ ສິ່ງກີດຂວາງ 25 ພາລະຈາກພະຍາດ ຕິດຕໍ່ຊຶມເຊື້ອ ແລະ ສີ່ງແວດລ້ອມ 35. ພະຍາດຊຶມເຊື້ອແມ່ນສາເຫດໂດຍກົງຂອງການຂາດສານອາຫານໃນເດັກນ້ອຍ. ການສຳຫລວດດັດສະ ນີໝາຍສັງຄົມລາວ LSIS 2011/12 ຄາດຄະເນວ່າມີເດັກປະມານ 10 ເປີເຊັນ ທີ່ລາຍງານ ວ່າໄດ້ຖອກທ້ອງໃນ ເວລາສອງອາທິດກ່ອນການສໍາຫລວດ. ແຕ່ຢ່າງໃດກໍ່ຕາມ, ມີຄວາມແຕກຕ່າງກັນຫລາຍລະຫວ່າງທັງການເກີດ ການຖອກທ້ອງ ແລະ ການແກ້ໄຂອາການຖອກທ້ອງໃນແຕ່ລະເຂດ. ໂດຍທີ່ ແຂວງຜົ້ງສາລີ, ອຸດົມໄຊ, ບໍ່ແກ້ວ ແລະ ຫລວງພະບາງແມ່ນມີສູງກວ່າ 16 ເປີເຊັນ ທຽບໃສ່ແຕ່ 5 ເປີເຊັນ ຢູ່ໃນຂົງເຂດກຳແພງນະຄອນວຽງຈັນ. (ຕາຕະລາງ 6). ເຖິງແມ່ນວ່າແຂວງທີ່ມີຕົວເລກການຖອກທ້ອງສູງສຸດ ແມ່ນມີອັດຕາການຂາດສານອາຫານ ຊໍ່າເຮື້ອສູງເຊັ່ນດຽວກັນ, ການຄິດໄລ່ຫລາຍຕົວຜັນແປເພື່ອຄາດຄະເນຄວາມເປັນໄປໄດ້ຂອງການຂາດສານອາ ຫານຊໍ່າເຮື້ອບໍ່ໄດ້ສະແດງໃຫ້ເຫັນຄວາມສໍາພັນຢ່າງແໜ້ນແຟ້ນລະຫວ່າງອາການຖອກທ້ອງ ແລະ ການຂາດ ສານອາຫານແບບຊໍ່າເຮື້ອ. ຂໍ້ມູນນີ້ຕົງກັນກັບອີກຫຼາຍ ບົດສຶກສາທີ່ພົບວ່າເດັກນ້ອຍມີອັດຕາການຈະເລິນເຕີບ ໂຕແບບບໍ່ສະໝໍ່າສະເໝີໃນລະຫວ່າງແຕ່ລະດູຂອງການເກີດການຖອກທ້ອງ. ແຕ່ມີຂໍ້ສັນນິດຖານ31 ວ່າຍ້ອນ ມີຄວາມຜິດປົກກະຕິຂອງລໍາໄສ້ນ້ອຍ ໂດຍທີ່ຮູ້ກັນວ່າແມ່ນພະຍາດລໍາໄສ້ ເຂດຮ້ອນ/ສີ່ງແວດລ້ອມ, ທີ່ເກີດຈາກ ການໄດ້ຮັບເຊື້ອພະຍາດຈາກອາຈົມຢ່າງຫຼວງຫຼາຍ ແລະ ເປັນເວລາຍາວນານຈົນພາໃຫ້ເກີດການປ່ຽນແປງ ທາງດ້ານກາຍະວິພາກສາດຂອງລຳໄສ້ນ້ອຍຂອງເດັກ, ເຊິງສົ່ງຜົນກະທົບຕໍ່ຄວາມສາມາດໃນການດູດຊຶມ ແລະ ນໍາໃຊ້ສານອາຫານຈາກອາຫານ, ເຊິງນໍາພາໄປສູ່ການຂາດສານອາຫານແບບຊໍ່າເຮື້ອ. ຢ່າງໃດກໍ່ຕາມ, ຂໍ້ສັນນິ ຖານຂອງການຖອກທ້ອງ ແລະ ພະຍາດລໍາໄສ້ເຂດຮ້ອນ / ສີ່ງແວດລ້ອມ ແມ່ນມາຈາກການຕິດພະຍາດຈາກອາ ຈົມໂດຍຜ່ານປາກ.32 ຕາຕະລາງ 6. ການເກີດການຖອກທ້ອງ ແລະ ການປີ່ນປົວ ແຂວງ ເດັກ0-59 ເດືອນ, ເປີເຊັນຂອງເດັກທີ່ໄດ້ ເປີເຊັນຂອງເດັກທີ່ໄດ້ຮັບ ເກືອອໍລາລິດຕິດ ມີອາການຖອກທ້ອງໃນ2 ຮັບເກືອອໍລາລິດ ຫຼື ນໍ້າຕ່າງໆ ທາດສັງກະສີ (%) ຕາມດ້ວຍການສືບຕໍ່ ອາທິດກ່ອນ (%) ຕາມທີ່ແນະນໍາ (%) ໃຫ້ອາຫານ (%) ຜົ້ງສາລີ 16.0 30.2 0.0 35.5 ຫລວງນໍ້າທາ 9.9 78.7 0.0 72.1 ອຸດົມໄຊ 16.7 50.7 0.0 64.2 ຫົວພັນ 12.0 47.9 0.0 55.0 ຊຽງຂວາງ 12.3 26.9 1.4 41.4 ສາລະວັນ 10.3 36.4 0.0 50.8 ເຊກອງ 12.1 30.9 0.0 40.0 ບໍ່ແກ້ວ 23.8 54.5 1.3 58.7 ຫລວງພະບາງ 17.7 50.3 1.9 70.6 ຄໍາມ່ວນ 6.5 31.4 0.0 55.2 ສະຫວັນນະເຂດ 8.8 34.5 0.0 50.6 ອັດຕະປື 1.0 75.6 0.0 75.6 ນະຄອນຫລວງວຽງຈັນ 5.2 88.1 0.0 76.7 ໄຊຍະບູລີ 10.4 61.5 8.9 68.2 ແຂວງວຽງຈັນ 4.3 37.3 0.0 33.2 ບໍລິຄໍາໄຊ 6.9 77.8 0.0 71.4 ຈໍາປາສັກ 6.0 62.3 2.7 66.1 ສປປ ລາວ 10.0 47.5 1.0 57.4 ແຫ່ລງຂໍ້ມູນ: ການສໍາຫລວດດັດສະນີໝາຍສັງຄົມລາວ (LSIS) 2011/2 31 Humphrey, Jean, H., 2009. ການຂາດສານອາຫານໃນເດັກ, ພະຍາດລໍາໃສ້ໃນປະເທດເຂດຮ້ອນ, ຫ້ອງນໍ້າ, ແລະ ການລ້າງມື. The Lan- cet, Vol. 374 32 ຄືດັ່ງທີ່ແນະນໍາໃນຕາຕະລາງ, ການສືບຕໍ່ໃຫ້ອາຫານໃນເວລາເຈັບປ່ວຍແມ່ນມີຄວາມສໍາຄັນເພື່ອໃຫ້ຮ່າງກາຍຟື້ນຄືນ ແລະ ລຸດຜ່ອນຜົນກະທົບ ຈາກການຖອກທ້ອງ. 26 ໂພຊະນາການໃນ ສປປ ລາວ: ສາເຫດ, ຕົວກໍານົດ ແລະ ສິ່ງກີດຂວາງ 36. ເນື່ອງຈາກພາວະສະພາບແວດລ້ອມຂອງຄົວເຮືອນເຊັ່ນ ນໍ້າສະອາດ, ສຸຂາພິບານ, ແລະ ການຮັກ ສາສຸຂະອະນາໄມມີຜົນຕໍ່ການຕິດພະຍາດຊຶມເຊື້ອ, ຈຶ່ງເປັນສາເຫດຫຼັກຂອງການຂາດສານອາຫານໃນເດັກ. ການດື່ມນໍ້າທີ່ບໍ່ສະອາດແມ່ນສາເຫດຕົ້ນຕໍຂອງຫລາຍພະຍາດລວມທັງຕາສານ, ອະຫິວາ, ໄຂ້ທໍລະພິດ ແລະ ພະຍາດໃບໄມ້ໃນເລືອດ. ນອກຈາກນັ້ນການໄດ້ຮັບເຊື້ອພະຍາດທີ່ມາຈາກອາຈົມໃນສີ່ງແວດລ້ອມ (ຍ້ອນບໍ່ ໄດ້ກໍາຈັດອາຈົມຂອງເດັກອອ່ນ ແລະ ເດັກນ້ອຍຢ່າງຖືກຕ້ອງ, ມີການຖ່າຍຊະຊາຍ, ຕິດເຊື້ອ ຈາກດິນທີ່ເປື້ອນ ອາຈົມຂອງຄົນ ແລະ ສັດ, ແລະ ການລ້າງມືທີ່ບໍ່ຖືກສຸຂະອະນາໄມ) ສາມາດພາໃຫ້ເກີດອາການຖອກທ້ອງທີ່ ເພີ່ມຂື້ນ.33 ເຖິງແມ່ນວ່າການຕິດແປດເຊື້ອພະຍາດຈາກອາຈົມຈະບໍ່ພາໃຫ້ເກີດອາການຖອກທ້ອງກໍ່ຕາມ, ແຕ່ ການທີ່ໄດ້ຮັບເຊື້ອພະຍາດຈາກອາຈົມເປັນເວລາຍາວນານສາມາດສົ່ງຜົນຕໍ່ຄວາມສາມາດໃນການດູດຊຶມ ແລະ ນໍາໄປສູ່ການຂາດສານອາຫານຍ້ອນການປ່ຽນແປງທາງກາຍະພາບຂອງລໍາໄສ້ນ້ອຍຂອງເດັກ ຢູ່ ສປປ ລາວ, ການເຂົ້າເຖິງຂອງວຽກງານສຸຂາພິບານບໍ່ທົ່ວເຖິງ. ໂດຍລວມມີປະມານ 70 ເປີເຊັນຂອງຄົວເຮືອນມີນໍ້າສະອາດ ໃຊ້, ມີພຽງແຕ່ 60 ເປີເຊັນຂອງຄົວເຮືອນທີ່ມີວິດຖ່າຍທີ່ຖືກຫຼັກການ ແລະ ມີຫລາຍກວ່າ 38 ເປີເຊັນທີ່ຍັງມີພຶດ ຕິກໍາຖ່າຍຊະຊາຍ (ຕາຕະລາງ 7). ແຕ່ວ່າຕົວເລກນັ້ນມີຄວາມແຕກຕ່າງກັນຫຼາຍລະຫວ່າງແຕ່ລະພາກ, ໂດຍມີ 77 ເປີເຊັນ ຂອງຄອບຄົວຢູ່ສາລະວັນ ແລະ 61 ເປີເຊັນ ຂອງຄອບຄົວຢູ່ຜົ້ງສາລີ ທີ່ຍັງມີພຶດຕິກໍາຖ່າຍຊະຊາຍ. ສັງເກດໄດ້ວ່າເຂດທີ່ມີລະດັບການເຂົ້າເຖິງຂອງລະບົບນໍ້າສະອາດຈໍາກັດນັ້ນບໍ່ໄດ້ໝາຍວ່າເປັນເຂດທີ່ມີອັດຕາ ຕົວເລກຂອງການຂາດສານອາຫານແບບເຕ້ຍໃນເດັກສູງ, ແຕ່ວ່າແຂວງທີ່ມີຂໍ້ຈໍາກັດດ້ານສຸຂາພິບານແມ່ນມີທ່າ ອຽງທີ່ຈະມີອັດຕາຕົວເລກການຂາດສານອາຫານແບບເຕ້ຍໃນເດັກສູງກວ່າຢ່າງຈະແຈ້ງ. ຕາຕະລາງ 7. ການເຂົ້າເຖິງ ລະບົບນໍ້າ ແລະ ສຸຂາພິບານແບບປັບປຸງ ແຂວງ ເດັກ 0-59 ເດືອນ ການຊົມໃຊ້ ປັບປຸງແຫຼ່ງ ປັບປຸງ ບໍ່ມີການປັບປຸງ ຖ່າຍ ແຫຼ່ງນໍ້າ ແລະ ມີອາການຖອກທ້ອງ ນໍ້າປະປາ ນໍ້າດຶ່ມ ສຸກຂາ ການບໍລິການ ຊະຊາຍ ສຸກຂາພິບານ ໃນໄລຍະ (%) (%) ພິບານ (%) (%) ມີການປັບປຸງ 2 ອາທິດຫລັງ (%) (%) (%) ຜົ້ງສາລີ 16.0 3.3 74.7 34.0 4.1 61.7 31.4 ຫລວງນໍ້າທາ 9.9 50.4 97.6 67.3 0.0 32.5 66.0 ອຸດົມໄຊ 16.7 55.8 78.2 44.2 8.8 46.8 40.3 ຫົວພັນ 12.0 60.5 86.8 58.7 12.5 28.6 53.3 ຊຽງຂວາງ 12.3 21.9 75.8 54.1 12.6 33.2 45.9 ສາລະວັນ 10.3 1.3 59.2 22.3 0.2 77.4 14.9 ເຊກອງ 12.1 1.8 75.1 37.7 10.1 52.1 31.2 ບໍ່ແກ້ວ 23.8 3.1 76.6 69.3 0.1 30.4 52.2 ຫລວງພະບາງ 17.7 32.0 81.1 58.5 2.1 39.2 54.3 ຄໍາມ່ວນ 6.5 1.4 56.9 42.1 0.8 57.0 29.8 ສະຫວັນນະເຂດ 8.8 0.2 48.3 43.0 0.4 56.5 29.3 ອັດຕະປື 1.0 0.5 60.4 37.2 5.1 57.6 25.6 ນະຄອນຫລວງວຽງຈັນ 5.2 0.0 88.2 97.9 0.6 1.4 83.5 ໄຊຍະບູລີ 10.4 19.4 67.1 89.7 3.5 6.7 57.8 ແຂວງວຽງຈັນ 4.3 7.5 61.3 88.2 1.6 10.1 54.0 ບໍລິຄໍາໄຊ 6.9 2.6 61.8 83.9 0.3 15.6 52.2 ຈໍາປາສັກ 6.0 3.0 72.7 43.2 1.0 55.7 33.8 ສປປ ລາວ 10.0 13.3 69.9 59.2 2.9 37.9 45.7 ແຫຼ່ງຂໍ້ມູນ: ການສໍາຫລວດດັດສະນີໝາຍສັງຄົມລາວ (LSIS) 2011/2 33 Mara, D., Lane, J., Scott, B., Trouba, D. (2010) ສຸຂະອະນາໄມ ແລະ ສຸຂະພາບ. PLoS Med 7(11): e1000363. doi:10.1371/ journal.pmed.1000363. ໂພຊະນາການໃນ ສປປ ລາວ: ສາເຫດ, ຕົວກໍານົດ ແລະ ສິ່ງກີດຂວາງ 27 37. ຈາກການວິເຄາະຫລາຍຕົວຜັນແປສະແດງໃຫ້ເຫັນວ່າຂໍ້ຈຳກັດໃນການເຂົ້າເຖິງສຸຂາພິບານແບບປັບປຸງ ເປັນຕົວກຳນົດທີ່ສໍາຄັນໃນການຄາດຄະເນການຂາດສານອາຫານແບບເຕ້ຍຂອງເດັກໃນ ສປປ ລາວ. ການຄາດ ຄະເນອັດຕາການຂາດສານອາຫານແບບເຕ້ຍໃນເດັກນ້ອຍ ອາຍຸ 6-23 ເດືອນ ແມ່ນມີສູງກ່ວາ 6 ຫາ 14 ເປີເຊັນ ເມື່ອຊຸມຊົນທີ່ເດັກນ້ອຍຢູ່ ມີການຖ່າຍຊະຊາຍກວມເອົາ 25 ເປີເຊັນ ຫາ 50 ແລະ 100 ເປີເຊັນຂອງຊຸມຊົນນັ້ນ. ຖ້ າ ເດັ ກ ນ້ ອ ຍຢູ່ ໃ ນຄົ ວ ເຮື ອ ນທີ່ ມີ ນໍ້າສະອາດໃຊ້ ມີ ຄ ວາມເປັ ນ ໄປໄດ້ ທ າງສະຖິ ຕິ ໜ້ ອ ຍກ່ ວ າທີ່ ຈ ະເປັ ນ ເດັ ກ ຂາດ ສານອາຫານແບບເຕ້ຍ, ແຕ່ວ່າການຄາດຄະເນດັ່ງກ່າວແມ່ນຂື້ນກັບອາຍຸຂອງຕົວເດັກນ້ອຍເອງ. ຄວາມເປັນ ໄປໄດ້ທີ່ເດັກນ້ອຍໃນຄົວເຮືອນທີ່ມີນໍ້າສະອາດໃຊ້ຈະຂາດສານອາຫານແບບເຕ້ຍ ສາມາດຫຼຸດລົງເຖິງ 5 ເປີເຊັນ ຖ້າເດັກນັ້ນອາຍຸ 6-59 ເດືອນ. ແຕ່ວ່າການສຳຫຼວດນັ້ນ ບໍ່ເຫັນການປຽ່ນແປງທາງສະຖິຕິໃນເດັກນ້ອຍອາຍຸ 6-12 ເດືອນ, ເຊິງໄດ້ສະແດງໃຫ້ເຫັນວ່າການຮັກສາສຸຂາພິບານທີ່ດີມີຜົນກະທົບທີ່ແຕກຕ່າງກັນຂື້ນກັບອາຍຸ ຂອງເດັກນ້ອຍ. ນີ້ສາມາດອະທິບາຍໄດ້ວ່າການຮັບເຊື້ອທີ່ພາໃຫ້ເດັກນ້ອຍນັ້ນຂາດສານອາຫານແບບເຕ້ຍຈາກ ການນໍາໃຊ້ນໍ້າທີ່ບໍ່ສະອາດມີໂອກາດຫຼາຍກ່ວາໃນເດັກອາຍຸສູງກວ່າເມື່ອທຽບໃສ່ເດັກ ນ້ອຍກ່ວາ/ເດັກອ່ອນ ແລະ ມັ ນ ກໍ່ ສ າມາດອະທິ ບ າຍໄດ້ ຕື່ ມ ວ່ າ ການປັ ບ ປຸ ງ ຄຸ ນ ນະພາບນໍ້ າ ບໍ່ ພ າໃຫ້ ເ ກີ ດ ການປ່ ຽ ນແປງພຶ ດ ຕິ ກ ຳດ້ າ ນການ ຮັກສາສຸຂະອະນາໄມເຊັ່ນການລ້າງມື. ໂດຍລວມແລ້ວ, ການວິໃຈຊີ້ໃຫ້ເຫັນວ່າການປັບປຸງການເຂົ້າເຖິງ ແລະ ການນຳໃຊ້ວິດຖ່າຍມີຄວາມສຳຄັນໃນການຫຼຸດຜ່ອນການຂາດສານອາຫານໃນເດັກ ເຊັ່ນດຽວກັບການປັບປຸງ ພຶດຕິກໍາການຮັກສາສຸຂະອະນາໄມກໍ່ມີຄວາມສຳຄັນ. ເຖິງແມ່ນວ່າການປັບປຸງວຽກງານສຸຂາພິບານຈະມີຜົນ ໂດຍກົງຕໍ່ການຫຼຸດຜ່ອນການຂາດສານອາຫານໃນເດັກນ້ອຍ, ການທີ່ຄອບຄົວມີນໍ້າໃຊ້ກໍ່ພາໃຫ້ສາມາດຮັກສາ ສຸຂະອະນາໄມທີ່ດີໄດ້, ດັ່ງນັ້ນການລົງທຶນໃສ່ການສະໜອງນໍ້າແມ່ນມີຄວາມສຳຄັນຕໍ່ວຽກງານໂພຊະນາການ ແບບເຊື່ອມສານຫຼາຍຂະແໜງ.34 ປັດໄຈລະຫວ່າງລຸ້ນຄົນ 38. ການທີ່ ແ ມ່ ຂ າດສານອາຫານສາມາດກະທົ ບ ໃສ່ ຫຼ າ ຍຊົ່ ວ ຄົ ນ ຍ້ ອ ນວ່ າ ແມ່ ທີ່ ມີ ພ າວະຂາດສານອາຫານ ເປັນສາເຫດຕົ້ນຕໍທີ່ພາໃຫ້ເດັກອ່ອນໃນທ້ອງແມ່ເຕີບໃຫ່ຍບໍ່ໄດ້ດີເທົ່າທີ່ຄວນ ແລະ ສາມາດເຮັດໃຫ້ເດັກທີ່ເກີດ ມານັ້ນກາຍເປັນເດັກທີ່ຂາດສານອາຫານຊ່ຳເຮື້ອແບບເຕ້ຍ. ດັດສະນີມວນສານຂອງຮ່າງກາຍ (BMI) ຂອງ ແມ່ມານທີ່ຕ່ຳ ຫຼື ແມ່ມານທີ່ມີນໍ້າໜັກຫຼຸດ ຫຼື ຕ່ຳກ່ວາເກນມີຜົນຕໍ່ເດັກໃນທ້ອງໂດຍຈຳກັດການເຕີບໃຫ່ຍຂະ ຫຍາຍຕົວຂອງລູກ35, ແລະ ມີປະມານໜຶ່ງໃນສາມ (1/3) ຫາ ເຄິ່ງໜຶ່ງ (½) ຂອງເດັກນ້ອຍທີ່ບໍ່ສາມາດເຕີບໃຫ່ຍ ຕາມເກນອາຍຸ 2 ປີ ເກີດຂື້ນຕັ້ງແຕ່ຕອນຢູ່ໃນທ້ອງແມ່36. ການຄົ້ນຄ້ວາຂອງສະຖາບັນສາທາລະນະສຸກສາດ (NIoPH) ໃນປີ 2010 ໄດ້ຄົ້ນພົບວ່າ 14 ເປີເຊັນ ຂອງແມ່ທີ່ມີອາຍຸ 15-49 ປີ ມີນໍ້າໜັກຫຼຸດມາດຖານ, ເຊິງ ພາໃຫ້ມີຄວາມສຽ່ງສູງທີ່ຈະເກີດລູກທີ່ມີນໍ້າໜັກຕໍ່າຫຼຸດມາດຖານ37. ການທີ່ລູກໃນທ້ອງແມ່ບໍ່ຂະຫຍາຍຕົວໄປ ຕາມກົດເກນສົມທົບໃສ່ກັບການບໍ່ໄດ້ຮັບສານອາຫານຢ່າງພຽງພໍໃນເວລາຖືພາ ແມ່ນເພີ່ມຄວາມສຽ່ງຕໍ່ການເສຍ ຊີວິດຂອງເດັກ ແລະ ສາມາດມີຜົນໄລຍະຍາວຕໍ່ລະບົບພູມຕ້ານທານ ແລະ ພັດທະນາການສະໝອງຂອງເດັກ. ຕົວເລກເດັກເກີດມີນໍ້າໜັກຕໍ່າຫຼຸດມາດຖານ (LBW) ມີຄວາມແຕກຕ່າງກັນໃນແຕ່ລະແຂວງຂອງ ສປປ ລາວ, ເຊິງມີສູງກ່ວາ 19 ເປີເຊັນ ຢູ່ແຂວງ ສາລາວັນ, ອັດຕະປື, ບໍ່ແກ້ວ ແລະ ຄຳມ່ວນ, ແຕ່ບາງແຂວງມີຕ່ຳກ່ວາ 10 ເປີເຊັນ ຢູ່ແຂວງ ວຽງຈັນ ແລະ ຜົ້ງສາລີ (ເບິ່ງຕາຕະລາງ 8). 34 See http://ehg.lshtm.ac.uk/ການສະໜອງນໍ້າ ແລະ ຄຸນນະພາບ/ຕ້ອງຖືເປັນສໍາຄັນວ່າການມີວິດຖ່າຍບໍ່ໄດ້ໝາຍຄວາມວ່າຈະມີການຊົມ ໃຊ້ປົກກະຕິ. ອິງຕາມການສໍາຫລວດ LSIS 2011/2, ມີຈໍານວນຄົວເຮືອນຫລາຍສົມຄວນທີ່ມີວິດຖ່າຍທີ່ຖືກຫລັກອະນາໄມແຕ່ເຂົາເຈົ້າບໍ່ໄດ້ຊົມ ໃຊ້ເພື່ອກໍາຈັດອາຈົມ. ມີພຽງ 35% ເທົ່ານັ້ນທີ່ໃຊ້ວິດຖ່າຍເພື່ອກໍາຈັດອາຈົມ. ເຂົາເຈົ້າຖ່າຍຊະຊາບຫລືບໍກໍ່ (21%) ຫລືໂຍນເຂົ້າກອງຂີ້ເຫຍື້ອ (9.2%). 35 Black RE, Victora CG, Walker SP, Bhutta ZA, Christian P, de Onis M, Ezzati M, Grantham-McGregor S, Katz J, Mar- torell R, Uauy R and the Maternal and Child Group (2013) ການຂາດສານອາຫານຂອງແມ່ ແລະ ເດັກ ແລະ ການມີນໍ້າໜັກເກີດໃນ ປະເທດທີ່ມີລາຍຮັບຕໍ່າ ແລະ ລາຍຮັບປານກາງ. Lancet;322: 427-51. 36 Dewey K and Huffman. 2009. ແມ່, ເດັກນ້ອຍ ແລະ ເດັກອອ່ນ: ການພະຍາຍາມຮ່ວມກັນເພື່ອເຮັດໃຫ້ມີຜົນກະທົບສູງຂື້ນຈາກການຕິດ ຕາມການເຕີບໃຫຍ່ ແລະ ການໃຫ້ອາຫານເສີມ. Food Nutr Bull;32:S187-9. 37 2010, NIoPH. ການສໍາຫລວດແມ່ນຈັດຕັ້ງຢູ່ເກົ້າແຂວງ ແລະ ມີແມ່ຍິງຈໍານວນ 4600 ຄົນທີ່ມີອາຍຸລະຫວ່າງ 15-49ປີເຂົ້າຮ່ວມ. ມີການຢັ້ງຢືນ ວ່າ, ປະມານ 3-5% ຂອງປະຊາຊົນລວມຈະມີ BMI <18.5 kg/m2 28 ໂພຊະນາການໃນ ສປປ ລາວ: ສາເຫດ, ຕົວກໍານົດ ແລະ ສິ່ງກີດຂວາງ 39. ການວິເຄາະຕົວກຳນົດຂອງການຂາດສານອາຫານຊໍ່າເຮື້ອແບບເຕ້ຍຢູ່ ສປປ ລາວ ພົບວ່າສະພາບ ຄວາມສູງຂອງແມ່ ແລະ ເດັກເກີດມີນໍ້າໜັກຕໍ່າຫຼຸດມາດຖານເປັນຕົວກຳນົດທີ່ພາໃຫ້ອັດຕາການຂາດສານອາຫານ ຊໍ່າເຮື້ອແບບເຕ້ຍນັ້ນສູງກ່ວາໝູ່, ເຖິງແມ່ນວ່າຈະລວມຕົວກຳນົດອື່ນໆເຂົ້າໃນການວິເຄາະກໍ່ຕາມ. ຄວາມເປັນ ໄປໄດ້ທີ່ເດັກນ້ອຍຈະຂາດສານອາຫານຊໍ່າເຮື້ອແບບເຕ້ຍແມ່ນ ເພີ່ມສູງຂື້ນ 10 ເປີເຊັນ ຍົກຕົວຢ່າງຖ້າເດັກນັ້ນ ເກີດອອກມາໂຕນ້ອຍກ່ວາມາດຖານ ຫຼື ຖ້າແມ່ນັ້ນມີຄວາມສູງຕ່ຳກ່ວາ 5 ຊມ ຂອງຄວາມສູງມາດຖານ. ອົງປະ ກອບອື່ນໆຂອງແມ່ນັ້ນຖືວ່າມີຄວາມສຳຄັນ, ເຊັ່ນ ຖ້າຫາກແມ່ຈົບຊັ້ນປະຖົມ ຄວາມເປັນໄປໄດ້ທີ່ເດັກນັ້ນຈະຂາດ ສານອາຫານຊໍ່າເຮື້ອແບບເຕ້ຍຫຼຸດລົງ 5 ເປີເຊັນ. ຕົວເລກເປີເຊັນການຄາດຄະເນທີ່ກ່າວມາຂ້າງເທິງນັ້ນແມ່ນ ລ້ວນແລ້ວແຕ່ຖືກຕາມການຄິດໄລດ້ານສະຖິຕິ. ຫຼັກຖານຈາກປັດໃຈລະຫວ່າງລຸ້ນຄົນທີ່ມີຕໍ່ການຂາດສານອາ ຫານແບບເຕ້ຍໃນເດັກນ້ອຍບໍ່ພຽງແຕ່ສ່ອງແສງໃຫ້ເຫັນຄວາມຮີບດ່ວນທີ່ຕ້ອງແກ້ໄຂບັນຫານີ້ ເພື່ອຫຼຸດຜ່ອນຜົນ ກະທົບໃສ່ເດັກນ້ອຍໃນລຸ້ນຕໍ່ໄປເທົ່ານັ້ນ, ແຕ່ຍັງສະແດງໃຫ້ເຫັນວ່ານອກຈາກຄວາມສຳຄັນໃນພຶດຕິກໍາການ ລ້ຽງດູເດັກມີຄວາມຈຳເປັນແຕ່ການດູແລຮັກສາສຸຂະພາບຂອງແມ່ນັ້ນກໍ່ມີຄວາມຈຳເປັນຄຽງຄູ່ກັນ ເພື່ອແກ້ໄຂ ບັນຫາການຂາດສານອາຫານຊໍ່າເຮື້ອແບບເຕ້ຍໃນເດັກນ້ອຍ. ຕາຕະລາງ 8. ເດັກເກີດມີນໍ້າໜັກຕໍ່າຫຼຸດມາດຕະຖານໃນ ສປປ ລາວ ແຂວງ ເດັກມີນໍ້າໜັກຕໍ່າກວ່າ 2500 ກລາມໃນເວລາເກີດ (%) ຜົ້ງສາລີ 6.4 ຫລວງນໍ້າທາ 12.4 ອຸດົມໄຊ 10.1 ຫົວພັນ 11.3 ຊຽງຂວາງ 18.4 ສາລະວັນ 22.7 ເຊກອງ 12.8 ບໍ່ແກ້ວ 19.2 ຫລວງພະບາງ 19.4 ຄໍາມ່ວນ 22.0 ສະຫວັນນະເຂດ 13.5 ອັດຕະປື 20.4 ນະຄອນຫລວງວຽງຈັນ 12.5 ໄຊຍະບູລີ 10.2 ແຂວງວຽງຈັນ 8.9 ບໍລິຄໍາໄຊ 9.9 ຈໍາປາສັກ 18.1 ສປປ ລາວ 14.8 ແຫຼ່ງຂໍ້ມູນ: ການສໍາຫລວດດັດສະນີໝາຍສັງຄົມລາວ (LSIS) 2011/2 ໂພຊະນາການໃນ ສປປ ລາວ: ສາເຫດ, ຕົວກໍານົດ ແລະ ສິ່ງກີດຂວາງ 29 ວັດທະນະທະນໍາ ແລະ ຄວາມເຊື່ອຖື 40. ການຄະລຳອາຫານຍັງມີຢູ່ໃນ ສປປ ລາວ ແລະ ພົບເຫັນຫຼາຍໃນແມ່ຍິງຕອນຖືພາ ແລະ ຫຼັງເກີດລູກ. ຄວາມເຊື່ອຖືດ້ານການຄະລຳອາຫານສ່ວນຫຼາຍແມ່ນໄດ້ຍິນ ແລະ ບາງເທື່ອໄດ້ຖືກຊຸກຍູ້ໃຫ້ແມ່ຍິງປະຕິບັດ, ມາຈາກສະມາຊິກໃນຄອບຄົວເອງ ໂດຍລວມ ແມ່ຍ່າ/ເຖົ້າ, ພໍ່ປູ່/ເຖົ້າ ແລະ ຜູ້ເປັນຜົວ. ສ່ວນຫຼາຍແມ່ຍິງລາຍງານ ວ່າເຄີຍຖືກຊຸກຍູ້ໃຫ້ຈຳກັດອາຫານບາງປະເພດໃນເວລາຖືພາເພື່ອເຮັດ ໃຫ້ເດັກໃນທ້ອງນັ້ນມີໂຕນ້ອຍ ແລະ ເກີດງ່າຍ. ນອກຈາກນັ້ນຄວາມເຊື່ອໃນການຄະລຳອາຫານນີ້ກໍ່ຍັງສືບຕໍ່ຫຼັງຈາກເກີດລູກ ແລະ ເວລາລຽ້ງລູກ ດ້ວຍນໍ້ານົມແມ່38. ການຄະລໍາ ແລະ ຈຳກັດອາຫານນີ້ແມ່ນສາມາດພາໃຫ້ຂາດສານອາຫານບາງປະເພດ ແລະ ບໍ່ໄດ້ຮັບສານອາຫານຢ່າງພຽງພໍທີ່ແມ່ຖືພາ ແລະ ແມ່ລູກອ່ອນຕ້ອງການ, ເຊິງຖືວ່າເປັນຕົວກຳນົດຫຼັກທີ່ສຳ ຄັນຕໍ່ການຂາດສານອາຫານຂອງແມ່ ແລະ ເດັກ. ຄວາມເຊື່ອນີ້ຍັງສົ່ງຜົນຕໍ່ພຶດຕິກຳການລ້ຽງດູເດັກ, ເຮັດໃຫ້ ພຶດຕິກໍາການດູແລ ແລະ ໃຫ້ອາຫານເສີມໃຫ້ແກ່ເດັກຢ່າງຖືກຕ້ອງນັ້ນບໍ່ໄດ້ດີເທົ່າທີ່ຄວນ ແລະ ຕາມຄາດໝາຍ. 41. ວັດທະນະທໍາແມ່ນໜຶ່ງໃນແຮງຂັບເຄື່ອນຂອງການແຕ່ງງານກ່ອນໄວໜຸ່ມ, ເຊິງແມ່ນສາເຫດຕົ້ນຕໍທີ່ພາ ໃຫ້ອັດຕາການຖືພາໃນແມ່ໄວໜຸ່ມສູງ ໃນເຂດຊົນນະບົດຂອງ ສປປ ລາວ, ແລະ ຍັງເປັນປັດໃຈ ທີ່ສຳຄັນອີກ ອັນໜຶ່ງຕໍ່ການຂາດສານອາຫານໃນເດັກນ້ອຍ. ປະມານ 19 ເປີເຊັນ ຂອງເດັກຍິງທີ່ມີອາຍຸແຕ່ 15-19 ປີ ຖືພາ ຫຼື ເຄີຍອອກລູກມາແລ້ວໃນປີ 2012. ຍິງສາວເກືອບທັງໜົດທີ່ຖືພາໃນໄວໜຸ່ມນີ້ໄດ້ແຕ່ງງານແລ້ວ (99 ເປີເຊັນ), ເຊິງສະແດງໃຫ້ເຫັນວ່າສັງຄົມໄດ້ມີການຍອມຮັບໃນການແຕ່ງງານແຕ່ອາຍຸຍັງນ້ອຍ. ນອກຈາກນັ້ນ ການສືກສາຂອງແມ່ຍິງກໍ່ເປັນປັດໃຈທີ່ສຳຄັນເຊັ່ນດຽວກັນ ໂດຍທີ່ 22 ເປີເຊັນ ຂອງຍິງສາວທີ່ເຄີຍຖືພານັ້ນ ແມ່ນບໍ່ເຄີຍເຂົ້າໂຮງຮຽນ ແລະ 50 ເປີເຊັນ ແມ່ນມີການສຶກສາສູງສຸດຮອດແຕ່ຊັ້ນປະຖົມ, ເມື່ອທຽບໃສ່ຍິງ ສາວໄວດຽວກັນທີ່ບໍ່ເຄີຍຖືພາມີພຽງ 8 ເປີເຊັນ ເທົ່ານັ້ນທີ່ບໍ່ເຄີຍເຂົ້າໂຮງຮຽນ ແລະ 30 ເປີເຊັນ ທີ່ຮຽນຮອດ ແຕ່ຊັ້ນປະຖົມ. ການຖືພາຂອງຍິງສາວໃນໄວໜຸ່ມສາມາດສົ່ງຜົນໃຫ້ເດັກນ້ອຍທີ່ເກີດມານັ້ນຂາດສານອາຫານ ຊໍ່າເຮື້ອແບບເຕ້ຍ, ຍ້ອນວ່າຮ່າງກາຍຂອງແມ່ໄວໜຸ່ມເອງກໍ່ກຳລັງເຕີບໃຫ່ຍ ແລະ ໃນຂະນະທີ່ລາວຖືພານັ້ນ ຄວາມຕ້ອງການສານອາຫານຂອງແມ່ຈະຍາດກັນກັບຄວາມຕ້ອງການທີ່ຕ້ອງໄປບຳລຸງລູກໃນທ້ອງ. ການວິ ເຄາະຫລາຍຕົ ວ ຜັ ນ ແປສະແດງໃຫ້ ເ ຫັ ນ ວ່ າ ມີ ຄ ວາມເປັ ນ ໄປໄດ້ ສູ ງ ທີ່ ເ ດັ ກ ນ້ ອ ຍຈະຂາດສານອາຫານຊໍ່ າ ເຮື້ ອ ແບບເຕ້ຍເພີ່ມຂື້ນຢ່າງໜ້ອຍ 10 ເປີເຊັນ ຖ້າເດັກນັ້ນມີແມ່ທີ່ມີອາຍຸຕໍ່າກ່ວາ 17 ປີ. 38 Phimmasone K, Douangpoutha I, Fauveau V, Pholsena P (1996) ສະພາບໂພຊະນາການຂອງເດັກຢູ່ ສປປ ລາວ. J Trop Pedi- atr 421: 5–11. Holmes, W. et al, ຜົນສະທ້ອນຂອງໂພຊະນາການແມ່ ແລະ ເດັກໃນເຂດພູດອຍຂອງເຂດພາກເໜືອຂອງ ສປປ ລາວ, Asia Pac J ClinNutr. 2007;16(3):537-45. 30 ໂພຊະນາການໃນ ສປປ ລາວ: ສາເຫດ, ຕົວກໍານົດ ແລະ ສິ່ງກີດຂວາງ ການແກ້ ໄ ຂສາເຫດຂອງການຂາດສານອາຫານໂດຍວິ ທີ ກ ານເຊື່ ອ ມສານຫຼ າ ຍຂະ ແໜງການຈະໄດ້ຮັບປະສິດທິ ພາບຫຼາຍທີ່ສຸດ. 42. ສາເຫດຂອງການຂາດສານອາຫານແມ່ນມີການເກາະກ່ຽວກັນ, ເຊິງຕ້ອງການວິທີເຊື່ອມສານຫຼາຍຂະ ແໜງການໃນການອອກແບບ ແລະ ຈັດຕັ້ງປະຕິບັດກິດຈະກຳ. ຕົວແບບວິທີການເຊື່ອມສານເຫັນໄດ້ຈາກ ພາບທີ 6 ທີ່ອ້າງອີງໃສ່ການຄາດຄະເນການວິເຄາະຫລາຍຕົວຜັນແປຕໍ່ປັດໃຈຕົວກຳນົດຂອງການຂາດສານ ອາຫານຊໍ່າເຮື້ອແບບເຕ້ຍໃນເດັກນ້ອຍ. ນອກເໜືອຈາກການແກ້ໄຂບັນຫາຄວາມສູງຂອງແມ່ທີ່ຕ່ຳກ່ວາມາດ ຕະຖານ ແລະ ການຖືພາຂອງໄວໜຸ່ມ ເຊິງສາມາດຫຼຸດຜ່ອນອັດຕາການຂາດສານອາຫານຊ່ຳເຮື້ອແບບເຕ້ຍ ໃນເດັກນ້ອຍໄດ້ເຖິງ 9-13 ເປີເຊັນ, ໃນຂະນະທີ່ຖ້າແຢກວິທີແກ້ໄຂສະເພາະແຕ່ລະປັດໃຈໂດຍບໍ່ລວມກັນ ຄາດຄະເນວ່ າ ສາມາດຫຼຸ ດ ຜ່ ອ ນອັ ດ ຕາການຂາດສານອາຫານຊ່ ຳ ເຮື້ ອ ແບບເຕ້ ຍ ໃນເດັ ກ ນ້ ອ ຍສູ ງ ສຸ ດ ໄດ້ ພ ຽງ ແຕ່ 6 ເປີເຊັນ. ເຊິງແຕກຕ່າງກັນຫຼາຍ ຖ້ານຳໃຊ້ວິທີການເຊື່ອມສານຫຼາຍຂະແໜງການ ໂດຍລວມມີ: ການ ປັບປຸງລະບົບສະໜອງນໍ້າສະອາດ ແລະ ສຸຂາພິບານ, ເພີ່ມຄວາມຫຼາກຫຼາຍຂອງອາຫານທີ່ບໍລິໂພກ, ແລະ ສົ່ງ ເສີມການໄດ້ຮັບວິຕາມິນອາ, ໂດຍລວມການເຊື່ອມສານຫຼາຍຂະແໜງການສາມາດຫຼຸດຜ່ອນຄວາມເປັນໄປໄດ້ທີ່ ເດັກນ້ອຍຈະຂາດສານອາຫານຊ່ຳເຮື້ອແບບເຕ້ຍໄດ້ເຖິງ 22-24 ເປີເຊັນ. ເພາະສະນັ້ນວິທີການເຊື່ອມສານຫຼາຍ ຂະແໜງການມີຜົນໄດ້ຮັບທີ່ດີກ່ວາ ວິທີການແຍກແກ້ໄຂສະເພາະແຕ່ລະປັດໃຈ ແລະ ບົດວິເຄາະຍັງສະແດງໃຫ້ ເຫັນຄວາມສຳຄັນໃນການແກ້ໄຂບາງປັດໃຈຫຼັກ ທັງກ່ອນ ແລະ ຫຼັງການເກີດຂອງເດັກນັ້ນມີຄວາມຈຳເປັນ ເພື່ອ ເລັ່ງອັດຕາການຂາດສານອາຫານຊ່ຳເຮື້ອແບບເຕ້ຍໃນເດັກນ້ອຍໃຫ້ໜ້ອຍລົງ. ພາບທີ 6: ການຄາດຄະເນຄວາມເປັນໄປໄດ້ຂອງການຂາດສານອາຫານແບບຊໍ່າເຮື້ອ ແຍກຕາມສາເຫດ ສໍາລັບເດັກອາຍຸ 6-23 ເດືອນ ຂໍ້ມູນ: ການຄິດໄລ່ຈາກກຸ່ມຜູ້ຂຽນໂດຍນໍາໃຊ້ຂໍ້ມູນຈາກການສໍາຫລວດໂຄງການໂພຊະນາການ, 2010 ໂພຊະນາການໃນ ສປປ ລາວ: ສາເຫດ, ຕົວກໍານົດ ແລະ ສິ່ງກີດຂວາງ 31 ພາກ III. ສິ່ງທ້າທາຍສໍາຄັນ ແລະ ອຸປະສັກໃນການໃຫ້ບໍລິ ການດ້ານໂພຊະນາການ 43. ດັ່ງທີ່ໄດ້ກ່າວມາຈາກການວິເຄາະຂ້າງເທິງນັ້ນ, ການຂາດສານອາຫານໃນ ສປປ ລາວ ແມ່ນມີຫຼາຍ ສາເຫດ ແລະ ກວມເອົາຫຼາຍຂະແໜງການ. ວຽກງານການຄ້ຳປະກັນສະບຽງອາຫານເປັນພຽງສາເຫດໜຶ່ງຂອງ ຫຼາຍໆສາເຫດທີ່ພາໃຫ້ເດັກນ້ອຍຂາດສານອາຫານໃນ ສປປ ລາວ, ທີ່ສາມາດເຊື່ອມໂຍມໄປເຖິງພຶດຕິກຳ ແລະ ການດູແລເດັກ, ການບໍລິການສຸຂະພາບ ແລະ ໂພຊະນາການ, ແລະ ການເຂົ້າເຖິງສິ່ງອຳນວຍຄວາມສະ ດວກຕ່າງໆເປັນຕັ້ນ. ເພື່ອສົ່ງຜົນໃຫ້ສະພາບໂພຊະນາການມີຜົນໄດ້ຮັບທີ່ດີຂື້ນນັ້ນຕ້ອງໄດ້ມີການປະກອບສ່ວນ ຂອງຫຼາຍຝ່າຍ ແລະ ຫຼາຍຂະແໜງການ ໂດຍເລັ່ງໃສ່ໃຫ້ຄວາມຮູ້ໃຫ້ ແກ່ຄອບຄົວເຖິງຄວາມສຳຄັນຂອງ 1, 000 ວັນທຳອິດຂອງຊີວິດ, ທີ່ໄດ້ເນັ້ນໜັກໃສ່ (i) ການສົ່ງເສີມຄຸນນະພາບ ແລະ ຄວາມສາມາດໃນການ ເຂົ້າເຖິງຂອງການບໍລິການສຸຂະພາບ ແລະ ໂພຊະນາການ, (ii) ປ່ຽນແປງພຶດຕິກໍາການດູແລ, ປ້ອນເຂົ້າ ແລະ ກິນອາຫານຢ່າງຖືກຕ້ອງ, ຄົບໝວດໝູ່ ແລະ ເໜາະສົມ ໃຫ້ແກ່ເດັກອ່ອນ, ເດັກນ້ອຍ, ແມ່ຍິງຖືພາ ແລະ ແມ່ຍິງລ້ຽງລູກດ້ວຍນົມແມ່; (iii) ສົ່ງເສີມຄວາມຕ້ອງການໃນການບໍລິໂພກອາຫານທີ່ຫຼາກຫຼາຍໃນຄົວເຮືອນ ແລະ (iv) ສົ່ງເສີມການເຂົ້າເຖິງ ແລະ ການສະໜອງດ້ານ ນໍ້າສະອາດ ແລະ ສຸຂາພິບານທີ່ດີຂື້ນເພື່ອຫຼຸດຜ່ອນກ ານເປັນພະຍາດຕ່າງໆ. 32 ໂພຊະນາການໃນ ສປປ ລາວ: ສາເຫດ, ຕົວກໍານົດ ແລະ ສິ່ງກີດຂວາງ 44. ຝ່າຍຜູ້ໃຫ້ບໍລິການມີບົດບາດສຳຄັນ ໃນການຊ່ວຍສົ່ງເສີມປະຊາຊົນໃຫ້ເກີດມີຄວາມຕ້ອງການ ທີ່ຈະ ຢາກປຽ່ນແປງພຶດຕິກຳຂອງຕົນເອງໄປໃນທາງທີດີຂື້ນ ແລະ ຖືກຕ້ອງ. ການສົ່ງເສີມໃຫ້ປະຊາຊົນເກີດມີຄວາມ ຕ້ ອ ງການທີ່ ຈ ະປ່ ຽ ນແປງເອງນັ້ ນ ສາມາດເຮັ ດ ໄດ້ ໂ ດຍຜ່ າ ນກິ ດ ຈະກຳການສື່ ສ ານເພື່ ອ ປຽ່ ນ ແປງພຶ ດ ຕິ ກ ຳ ທາງສັງຄົມ (SBCC), ໂດຍລວມເອົາວຽກງານ: ການໃຫ້ຄໍາປືກສາດ້ານໂພຊະນາການ, ການຕິດຕາມການ ຈະເລີນເຕີບໂຕຂອງເດັກ, ການໃຫ້ຈຸລະສານອາຫານເພີ່ມ ແລະ ການບໍລິການດ້ານສາທາລະນະສຸກ, ການ ລົບລ້າງການຖ່າຍຊະຊາຍ ສົມທົບໃສ່ກັບການສົ່ງເສີມວິທີຮັກສາສຸຂະອະນາໄມທີ່ຖືກຕ້ອງ ແລະ ເໜາະສົມ, ການສະໜອງນໍ້າສະອາດ, ສົ່ງເສີມການເຂົ້າເຖິງການສືກສາຂັ້ນມັດທະຍົມແກ່ແມ່ຍິງ (ເພື່ອຫຼຸດຜ່ອນບັນຫາການ ຖືພາໃນໄວໜຸ່ມ ແລະ ຍ້ອນວ່າເດັກທີ່ເກີດຈາກແມ່ທີ່ມີການສຶກສາສູງນັ້ນ ສ່ວນຫຼາຍຈະມີສຸຂະພາບໂດຍລວມທີ່ ດີກ່ວາ), ແລະ ສົ່ງເສີມການຄ້າຈາກຜະລິດຕະພັນກະສິກຳ ເພື່ອໃຫ້ຄອບຄົວມີລາຍໄດ້ເພີ່ມຂື້ນ ຫຼື ສົ່ງເສີມຄວາມ ຫລາກຫລາຍຂອງຜົນຜະລິດກະສິກຳ ໃຫ້ຄົວເຮືອນທີ່ມີຂໍ້ຈຳກັດບັນຫາໃນການ ເຂົ້າຫາຕະຫຼາດ. ຫ້ອງ1: ການສື່ສານເພື່ອປຽ່ນແປງພຶດຕິກຳທາງສັງຄົມແມ່ນຫຍັງ? ການສື່ສານເພື່ອປຽ່ນແປງພຶດຕິກຳທາງສັງຄົມ (SBCC ) ແມ່ນການໃຊ້ເຄື່ອງມືສື່ສານເພື່ອປ່ຽນແປງພຶດຕິ ກຳ, ລວມທັງພຶດຕິກຳດ້ານການເຂົ້າຫາ ແລະ ນໍາໃຊ້ສະຖານທີໃຫ້ບໍລິການຕ່າງໆ, ໂດຍຜ່ານຂະບວນການ ສົ່ງເສີມໃຫ້ຄວາມຮູ້ ຄວາມເຂົ້າໃຈ, ເພື່ອປ່ຽນແປງທັດສະນະຄະຕິ ແລະ ມາດຖານທາງສັງຄົມໃນດ້ານບວກ. SBCC: ແມ່ນການສື່ສານຂໍ້ມູນ ຜ່ານຫຼາຍວິທີການສື່ສານຕ່າງໆ ເພື່ອໃຫ້ເຂົ້າເຖິງກຸ່ມເປົ້າໝາຍໃນທຸກຂັ້ນ, ທຸກລະດັບ ແລະ ທຸກຊົນຊັ້ນ. ວິທີການສື່ສານຂໍ້ມູນລວມມີ: ການສື່ສານສ່ວນບຸກຄົນ, ສື່ສານມວນຊົນ, ການເສີມ ສ້າງຄວາມເປັນເຈົ້າການໃນຊຸມຊົນ, ການສົນທະນາ/ສຶກສາໃນກຸ່ມ, ການໂຄສະນາ, ການສື່ສານທາງສັງຄົມ ອອນລາຍ, ແລະ ອື່ນໆ. 45. ການໃຫ້ບໍລິການໃນຂະແໜງສາທາລະນະສຸກ ມີບົດບາດສຳຄັນໃນການແກ້ໄຂບັນຫາການຂາດໂພຊະ ນາການໃນແມ່ ແລະ ເດັກ. ກິດຈະກໍາທີ່ສໍາຄັນໃນຂະແໜງນີ້ປະກອບດ້ວຍ: (i ) ການສື່ສານເພື່ອປ່ຽນແປງພຶດຕິກຳທາງສັງຄົມ (SBCC) ໂດຍລວມມີ ການໃຫ້ຄຳປືກສາດ້ານໂພຊະນາການ ແລະ ສົ່ງເສີມການດູແລ ແລະ ໃຫ້ອາຫານຄົບໝວດໝູ່ໃຫ້ແກ່ເດັກອ່ອນ, ເດັກນ້ອຍ ແລະ ແມ່ຖືພາ, ແລະ ສົ່ງ ເສີມການຕິດຕາມການຈະເລີນເຕີບໂຕຂອງເດັກ. ບົດຄົ້ນຄວ້າສາເຫດການຂາດສານອາຫານໃນເດັກນ້ອຍນີ້ ໄດ້ຍົກໃຫ້ເຫັນຄວາມສຳຄັນ ແລະ ຈຳເປັນຂອງວຽກງານການສື່ສານເພື່ອປຽ່ນແປງພຶດຕິກຳທາງສັງຄົມໃນການ ແກ້ໄຂບັນຫາການຂາດສານອາຫານໃນເດັກນ້ອຍ. ຍ້ອນພົບວ່າພຶດຕິກຳການລ້ຽງດູ ແລະ ໃຫ້ອາຫານເດັກນັ້ນ ສ່ວນຫຼາຍເປັນຕົວກຳນົດຄວາມຫລາກຫລາຍຂອງອາຫານທີ່ເດັກນ້ອຍຈະໄດ້ຮັບ, ເຖິງແມ່ນວ່າຄອບຄົວຈະ ມີອາຫານພຽງພໍກໍ່ຕາມ. ໃນຂະນະທີ່ຍຸດທະສາດການສື່ສານເພື່ອປຽ່ນແປງພຶດຕິກຳທາງສັງຄົມ (SBCC) ດ້ານ ໂພຊະນາການລວມການສື່ສານຫຼາຍຮູບແບບເຊັ່ນ: ການສື່ສານສ່ວນບຸກຄົນ, ສື່ສານມວນຊົນ, ສົ່ງເສີີມຄວາມ ເປັນເຈົ້າການຂອງສັງຄົມ, ແລະ ການສຶກສາເປັນກຸ່ມ ເຊິ່ງຈະຊ່ວຍສົ່ງຂ່າວສານແບບດຽວກັນໄປຍັງກຸ່ມເປົ້າ ໜາຍ, ການໃຫ້ຄຳປືກສາສ່ວນບຸກຄົນດ້ານໂພຊະນາການແມ່ນກິດຈະກຳຫຼັກທີ່ຈະພາໃຫ້ວຽກງານນີ້ໄດ້ມີປະສິດ ທິພາບ ແລະ ປະສິດທິຜົນ. ການໂອ້ລົມໃຫ້ຄຳປຶກສາກັບແມ່ຂອງເດັກໃນຂັ້ນບຸກຄົນ ເພື່ອຊອກຫາ ໜຶ່ງ ຫຼື ສອງ ວິ ທີ ທີ່ ແ ມ່ ຜູ້ ນັ້ ນ ສາມາດນຳໄປປະຕິ ບັ ດ ໄດ້ ເ ລີ ຍ ອາດມີ ປ ະສິ ດ ທິ ພ າບຫຼາຍກ່ ວ າການໃຫ້ ຂໍ້ ມູ ນ ແບບເກົ່ າ ທີ່ ຈັ ດ ຕັ້ ງ ເປັນກຸ່ມສົນທະນາ ເຊິງແມ່ຜູ້ນັ້ນຕ້ອງຝັງ ແລະ ໄຕ່ຕອງຂໍ້ມູນ ແລະ ຄຳແນະນຳທີ່ສອດຄອງ ແລະ ເໝາະສົມກັບ ລູກຂອງລາວເປັນຕົ້ນ.39 39 Griffiths, M., Dickin, K. and Favin, M., 1996. ການສົ່ງເສີມການເຕີບໃຫຍ່ຂອງເດັກ: ອັນໃດສາມາດເປັນໄປໄດ້. World Bank Nutri- tion Toolkit, Tool, 4. ໂພຊະນາການໃນ ສປປ ລາວ: ສາເຫດ, ຕົວກໍານົດ ແລະ ສິ່ງກີດຂວາງ 33 ການໃຫ້ ຄ ຳປຶ ກ ສາໃຫ້ ແ ມ່ ມີ ຄ ວາມຈຳເປັ ນ ທີ່ ສຸ ດ ໃນເວລາສົ່ ງ ເສີ ມ ໃຫ້ ລ້ ຽ ງລູ ກ ດ້ ວ ຍນໍ້ານົ ມ ແມ່ ຢ່ າ ງດຽວໃນໄລຍະ 6 ເດືອນທຳອິດ; ການໃຫ້ຄວາມຮູ້ແກ່ແມ່ ຫຼື ຜູ້ຊ່ວຍລຽ້ງເດັກໃນການໃຫ້ອາຫານເສີມແຕ່ 6 ເດືອນ ຫາ 2 ປີ, ການກິນອາຫານຫຼາກຫຼາຍ ແລະ ພຽງພໍສຳລັບແມ່ຖືພາ ແລະ ແມ່ລູກອອ່ນ, ຄຽງຄູ່ກັບການແນະນຳດ້ານການຮັກ ສາສຸຂະອະນາໄມ ແລະ ສຸຂາພິບານ. ການວິເຄາະໄດ້ສະແດງໃຫ້ເຫັນ ເຖິງຊ່ອງຫວ່າງລະຫວ່າງການມີອາຫານ ແລະ ວິທີການລ້ຽງດູໃຫ້ອາຫານເດັກໃນເດັກອາຍຸຕ່ຳກວ່າ 2 ປີ ແມ່ນມີຫຼາຍທີ່ສຸດ, ເຊິງຊ່ອງແສງໃຫ້ເຫັນຄວາມ ຈຳເປັນທີ່ຕ້ອງເອົາໃຈໃສ່ໃຫ້ຄວາມຮູ້ ແລະ ເພີ່ມຄວາມເຂົ້າໃຈໃຫ້ແກ່ຜູ້ທີ່ລ້ຽງດູເດັກໃນຊ່ວງອາຍຸດັ່ງກ່າວ. ຜູ້ ໃຫ້ຄໍາປຶກສາດ້ານໂພຊະນາການຄວນເປັນພະນັກງານສາທາລະນາສຸກຢູ່ໂຮງໜໍ, ຈຸດບໍລິການສາທາລະນາສຸກ ຫຼື ສຸກສາລາ ແລະ ຄວນໃຫ້ຄຳປຶກສາຕອນທີ່ແມ່ມາຝາກທ້ອງ, ຕິດຕາມ/ຢ້ຽມຍາມຫຼັງເກີດ, ຕອນເດັກມາກວດ ເດັກດີ ແລະ ເວລາທີ່ແພດໜໍອອກໄປເຮັດວຽກໃນເຂດຊຸມຊົນ ຫຼື ວຽກງານເຊື່ອມສານ. ເພື່ອໃຫ້ຂໍ້ມູນຂ່າວສານ ຈາກພະນັກງານສາທາລະນາສຸກມີຄວາມໜັກແໜ້ນເພີ່ມຂື້ນ, ຖ້າເປັນໄປໄດ້, ຄວນໃຫ້ອາສາສະໝັກຂັ້ນບ້ານທີ່ ໄດ້ຮັບການຝຶກອົບຮົມມາເປັນຢ່າງດີ ໃຫ້ຂໍ້ມູນຂ່າວສານດຽວກັນດ້ານໂພຊະນາການຍ້ອນວ່າພວກເຂົາສາມາດ ລົງໄປຢ້ຽມຍາມຄົວເຮືອນຂອງຄອບຄົວແມ່ທີ່ຖືພາ, ແມ່ລູກອອ່ນທີ່ຍັງລຽ້ງລູກດ້ວຍນົມແມ່ ແລະ ຄອບຄົວທີ່ມີ ເດັກອາຍຸຕໍ່າກ່ວາ 2 ປີ ໃນບ້ານ.40 ຍຸດທະສາດການສື່ສານເພື່ອປຽ່ນແປງພຶດຕິກຳທາງສັງຄົມ (SBCC) ດ້ານໂພຊະນາການ ຕ້ອງເຊື່ອມສານຫຼາຍ ຂະແໜງການ. ໃນຂະນະທີ່ຂະແໜງສາທາລະນະສຸກຮັບຜິດຊອບການສື່ສານເພື່ອປຽ່ນແປງພຶດຕິກຳທາງສັງ ຄົມໃນດ້ານສົ່ງເສີມຄວາມຫຼາກຫຼາຍຂອງອາຫານທີ່ບໍລິໂພກ, ສຸຂາພິບານ, ສຸຂະອະນາໄມ, ລົບລ້າງການຖ່າຍ ຊະຊາຍ ແລະ ຊຸກຍູ້ການປ່ຽນແປງພຶດຕິກຳ ແລະ ຄວາມເຊື່ອຖືອື່ນໆທີ່ບໍ່ຖືກຕ້ອງ ແລະ ສົ່ງຜົນກະທົບດ້ານ ລົບຕໍ່ຜົນຮັບດ້ານສຸຂະພາບຂອງແມ່ ແລະ ເດັກ. ໃນຂະນະທີ່ຂະແໜງສຶກສາກໍ່ສາມາດມີບົດບາດໃນການສົ່ງ ຂໍ້ ມູ ນ ການສື່ ສ ານເພື່ ອ ປຽ່ ນ ແປງພຶ ດ ຕິ ກ ຳທາງສັ ງ ຄົ ມ ດ້ າ ນໂພຊະນາການໃນໂຮງຮຽນໃນເວລາສິ ດ ສອນວິ ຊ າ ສຸຂະພາບ ແລະ ໂພຊະນາການ, ພ້ອມທັງສາມາດເອົາໄປປະກອບສ່ວນເຂົ້ົ້າໃນກິດຈະກຳເດັກກ່ອນໄວຮຽນ ເປັນຕົ້ນການໃຫ້ຄຳປຶກສາ ແລະ ການອົບຮົມໃຫ້ຜູ້ລຽ້ງດູເດັກກ່ຽວກັບວິທີ່ການສົ່ງເສີມພັດທະນາການສະໝອງ ຂອງເດັກ41. ຫຼັກຖານຈາກສາກົນໄດ້ສະແດງໃຫ້ເຫັນເຖິງຜົນດ້ານບວກໃນໄລຍະຍາວຕໍ່ພັດທະນາການທາງສະ ໜອງ, ຄວາມສາມາດໃນການຮຽນຮູ້ໃນໂຮງຮຽນ ແລະ ຄວາມສາມາດໃນການເພີ່ມລາຍໄດ້ໃນຕອນໃຫ່ຍ ຖ້າ ຫາກສົມທົບກິດຈະກຳການສົ່ງເສີມພັດທະນາການສະໝອງຂອງເດັກ ພ້ອມກັນກັບການສົ່ງເສີມໂພຊະນາການ ທີ່ດີໃນໄລຍະປີທຳອິດຂອງຊີວິດຂອງເດັກ42. ຂະແໜງກະສິກໍາກໍ່ສາມາດມີບົດບາດສໍາຄັນໃນການສົ່ງເສີມການ ສື່ສານເພື່ອປຽ່ນແປງພຶດຕິກຳທາງສັງຄົມດ້ານກະສິກໍາ, ຕົວຢ່າງ. ການສົ່ງເສີມການເຮັດສວນຄົວເພື່ອໃຫ້ຄອບ ຄົວປູກພືດຫຼາຍຊະນິດ ແລະ ລ້ຽງສັດເພື່ອໃຫ້ເດັກ ແລະ ຄອບຄົວໄດ້ມີອາຫານຫລາກຫລາຍເພື່ອບໍລິໂພກ. 40 ໃນສະພາບແວດລ້ອມທາງດ້ານການເມືອງ ແລະ ນິຕິກໍາ, ລັດຖະບານສປປ ລາວໄດ້ຜ່ານນິຕິກໍາໃຫ້ແມ່ທີ່ເປັນພະນັກງານລັດໄດ້ພັກເປັນເວລາ ຫົກເດືອນເພື່ອເປີດໂອກາດໃຫ້ແມ່ສາມາດໃຫ້ນົມລູກພຽງຢ່າງດຽວ, ແລະ ໃຫ້ມີມາດຕະການສະເພາະສໍາລັບພາກສ່ວນເອກະຊົນ. ນອກຈາກ ນັ້ນ, ລັດຖະບານຍັງມີການຮັບປະກັນການປ້ອງກັນການລ້ຽງລູກດ້ວຍນົມແມ່ໂດຍມີກົດບັງຄັບດ້ານການຕະຫຼາດສໍາລັບສ່ວນປະກອບຂອງນົມ 41 ນອກຈາກນັ້ນ, ລັດຖະບານຍັງມີການຮັບປະກັນການປ້ອງກັນການລ້ຽງລູກດ້ວຍນົມແມ່ໂດຍມີກົດບັງຄັບດ້ານການຕະຫຼາດສໍາລັບສ່ວນປະ ກອບຂອງນົມ. 42 ຂໍ້ມູນນີ້ແມ່ນກ່າວເຖິງກິດຈະກໍາກ່ອນເກີດ ແລະ ສາມາດພົບໄດ້ຢູ່ນໍາແມ່ທີ່ມີລູກຜູ້ສຸດທ້າຍ. 34 ໂພຊະນາການໃນ ສປປ ລາວ: ສາເຫດ, ຕົວກໍານົດ ແລະ ສິ່ງກີດຂວາງ (ii) ການໃຫ້ຈຸລະສານອາຫານ-ເນື່ອງຈາກວ່າການບໍລິໂພກອາຫານທີ່ອຸດົມດ້ວຍໂພຊະນາການສູງຍັງບໍ່ພຽງ ພໍ ແລະ ຢູ່ໃນລະດັບຕໍ່າ, ຖ້າຕ້ອງການເກ້ໄຂບັນຫານການຂາດສານອາຫານໃນໄລຍະສັ້ນ ຂັ້ນສູນກາງຄວນພິ ຈາລະນາການໃຫ້ຈຸລະສານອາຫານເສີມເຊັ່ນ: ວິຕາມິນ ແລະ ທາດເກື່ອແຮ່ສຳຄັນໃຫ້ແກ່ແມ່ຖືພາ, ເດັກອ່ອນ ແລະ ເດັກນ້ອຍ. ຫຼັກຖານຈາກການຄົ້ນຄວ້າສະແດງໃຫ້ເຫັນວ່າ ການໄດ້ຮັບສານວິຕາມິນອາ ແລະ ທາດແຟຼ/ ຟໍລິກອາຊິດ ມີຜົນທາງບວກທີ່ສຸດຕໍ່ຄວາມສູງສົມທຽບກັບອາຍຸຂອງເດັກ ແລະ ປ້ອງກັນຄວາມເປັນໄປໄດ້ທີ່ເດັກ ຈະຂາດສານອາຫານຊ່ຳເຮື້ອແບບເຕ້ຍ43. ຖ້າເດັກນ້ອຍໄດ້ຮັບວິຕາມິນອາ ລາວສາມາດຫຼຸດຜ່ອນຄວາມເປັນໄປ ໄດ້ທີ່ຈະກາຍເປັນເດັກຂາດສານອາຫານເຖິງ 11 ເປີເຊັນ. ດັ່ງນັ້ນການເພີມອັດຕາຄວບຄຸມການໃຫ້ວິຕາ ມິນອາ ສຳລັບເດັກ 6-59 ເດືອນ ສາມາດຊ່ວຍໃຫ້ອັດຕາການຕາຍ, ການເຈັບເປັນຂອງເດັກນ້ອຍນັ້ນຫຼຸດລົງ, ການເພີ່ມອັດຕາຄວບຄຸມທາດເຫຼັກ ແລະ ທາດຟໍລິກອາຊິດ/ແຟຼ. ໃຫ້ແມ່ຍິງຖືພາສາມາດຫຼຸດຜ່ອນຄວາມສຽ່ງທີ່ ຈະເປັນເລືອດຈາງ, ແມ່ຕາຍຕອນເກີດລູກ ແລະ ເດັກເກີດມີນໍ້າໜັກຕໍ່າ-ເຊິ່ງທັງໜົດ ນັ້ນລ້ວນແລ້ວແຕ່ແມ່ນຕົວ ກຳນົດພື້ນຖານຂອງການຂາດສານອາຫານ. (iii) ການປິ່ນປົວດ້ານໂພຊະນາການຢ່າງເໜາະສົມສຳລັບເດັກທີ່ ຂາດສານອາຫານ ແລະ ເຈັບປ່ວຍ- ການດູແລ ແລະ ປິ່ນປົວເດັກນ້ອຍຂາດສານອາຫານຢ່າງເໝາະສົມຍັງເປັນໜ້າວຽກທີ່ສໍາຄັນຫຼາຍ ສໍາລັບຂະແໜງສາທາລະ ນະສຸກໃນການໃຫ້ບໍລິການດ້ານໂພຊະນາການ. ການຕິດຕາມການຈະເລີນເຕີບໂຕຂອງເດັກນນ້ອຍຢ່າງເປັນ ປົກກະຕິ ແລະ ການໃຫ້ຄຳປຶກສາດ້ານໂພຊະນາການ (ລວມທັງວິທີການລ້ຽງດູເດັກ ແລະ ໃຫ້ອາຫານເສີມຢ່າງຖືກ ຕ້ອງໃນເວລາເດັກເຈັບເປັນ), ໃຫ້ການປິ່ນປົວທຸກໆກໍລະນີຂອງການຂາດສານອາຫານແບບກະທັນຫັນ, ແລະ ສົ່ງເສີມການໃຊ້ນ້ຳເກືອແຮອໍລາລິດ ພ້ອມກັບທາດສັງກະສີໃນການປິ່ນປົວອາການຖອກທ້ອງກະທັນຫັນຖືວ່າ ເປັນເລື່ອງທີ່ສຳຄັນ. ການຕິດຕາມການຈະເລີນເຕີບໂຕຂອງເດັກນ້ອຍ, ຖ້າຫາກໄດ້ຖືກປະຕິບັດໃນທຸກໆເດືອນ ແມ່ນສາມາດລະບຸໄດ້ທັນທີວ່າເດັກນ້ອຍຜູ້ໃດທີ່ມີນໍ້າໜັກຫຼຸດເສັ້ນມາດຕະຖານໄດ້ເປັນຢ່າງດີ. (iv) ການສົ່ງເສີມວຽກງານການບໍລິການນໍ້າ, ສຸຂະອະນາໄມ ແລະ ສຸຂາພິບານ-ຂະແໜງສະໜອງນໍ້າສະອາດ ແລະ ສົ່ງເສີມວຽກງານສຸຂາພິບານໃນ ສປປ ລາວ ແມ່ນວຽກສ່ວນໜຶ່ງຂອງກະຊວງສາທາລະນະສຸກ ແລະ ກະຊວງໂຍທາ ເຊິງດໍາເນີນການພາຍໃຕ້ການບໍລິຫານຂອງສູນອານາໄມສິ່ງແວດລ້ອມ ແລະ ຈັດຫານໍ້າສະອາດ, ເຊິງມີຫ້ອງການຢູ່ທຸກຕົວເມືອງ. ວຽກງານຂອງສູນໄດ້ມີການເຊື່ອມສານ ແລະ ການຕິດພັນ ກັນກັບວຽກງານ ໂພຊະນາການ, ວຽກງານດ້ານສຸຂະອະນາໄມເຂດຊົນນະບົດ ແລະ ສຸຂາພິບານແມ່ນມີຄວາມສຳຄັນຫຼາຍໃນການ ປັບປຸງສະພາບແວດລ້ອມສຸຂະອະນາໄມໃນຄົວເຮືອນໃຫ້ດີຂື້ນ. ດັ່ງຕົວຢ່າງ, ໂຄງການທີ່ໄດ້ຮັບການສະໜັບ ສະໜູ ນ ຈາກທະນາຄານໂລກໃນບາງເມື ອ ງໄດ້ ນ ຳໃຊ້ ວິ ທີ ກ ານໃຫ້ ຊຸ ມ ຊົ ນ ເປັ ນ ເຈົ້ າ ການວຽກງານສຸ ຂ ະອະ ນາໄມ (CLTS) ຄຽງຄູ່ກັບໂຄງການອະນາໄມການຕະຫຼາດ ເຊິງດໍາເນີນການໂດຍສູນນໍ້າສະອາດສາມາດ ເພີ່ມການເຂົ້າເຖິງນໍ້າ ແລະ ສຸຂະອະນາໄມໄດ້ເຖິງ 20 ເປີເຊັນຕໍ່ປີ. ເພື່ອປັບປຸງວຽກງານສຸຂາພິບານ, ການ ປຽ່ນພຶດຕິກໍາແຕ່ຢ່າງດຽວບໍ່ພຽງພໍ, ແຕ່ຕ້ອງໄດ້ມີການພັດທະນາພື້ນຖານໂຄງລ່າງໄປພ້ອມໆກັນເພື່ອຮັບປະກັນ ວ່າຄົວເຮືອນສາມາດມີນໍ້າສະອາດໃຊ້ ແລະ ສາມາດສະໜອງໄດ້ແບບຍືນຍົງ. ສິ່ງທ້າທາຍທີ່ຈະຕ້ອງໄດ້ແກ້ ໄຂຕໍ່ໜ້າ ເພື່ອການຂະຫຍາຍ ແລະ ການຄຸ້ມຄອງນໍ້າສະອາດແບບຍືນຍົງໃນລະດັບຊຸມຊົນນັ້ນແມ່ນຕ້ອງການ ສ້າງວິຊາການໃນພຶ້ນທີ ແລະ ການບຳລຸງຮັກສາຂອງຂະແໜງນໍ້າສະອາດຂອງເມືອງທີ່ຍັງຂາດແຄນລວມທັງ ສະໜອງງົບປະມານໄປຄຽງຄູ່ກັນ. ງົບປະມານສະເພາະໃນໂຄງການປ່ຽນແປງພຶດຕິກໍາດ້ານສຸຂາພິບານ ແລະ ສຸຂະອະນາໄມເຊັ່ນ: ໂຄງການຊຸມຊົນເປັນເຈົ້າການນັ້ນມີຄວາມຈຳເປັນຕ້ອງການຂະຫຍາຍວຽກດັ່ງກ່າວໃຫ້ທົ່ວ ເຖິງໂດຍສະເພາະໃນເຂດທີ່ບໍ່ມີການຊ່ວຍເຫຼືອຂອງອົງການຈັດຕັ້ງສາກົນ ຫຼື ອົງການທີ່ບໍ່ຂື້ນກັບລັດຖະບານ. 43 ຂໍ້ມູນນີ້ແມ່ນກ່າວເຖິງກິດຈະກໍາກ່ອນເກີດແລະສາມາດພົບໄດ້ຢູ່ນໍາແມ່ທີ່ມີລູກຜູ້ສຸດທ້າຍ. ໂພຊະນາການໃນ ສປປ ລາວ: ສາເຫດ, ຕົວກໍານົດ ແລະ ສິ່ງກີດຂວາງ 35 46. ກ່ຽວພັນກັບບົດບາດຂອງຂະແໜງການສາທາລະນະສຸກ, ພາກນີ້ຈະບັນລະຍາຍການວິເຄາະສະພາບ ການໃຫ້ບໍລິການດ້ານໂພຊະນາການໃນປະຈຸບັນ ເພື່ອກຳນົດສິ່ງທ້າທາຍ ແລະ ສິ່ງກີດຂວາງທີ່ຕ້ອງໄດ້ແກ້ໄຂ. ຜົນການວິເຄາະໄດ້ຂໍ້ມູນມາ ຈາກການສຳຫຼວດສຸກສາລາຕົວແທນຈຳນວນ 120 ແຫ່ງ ແລະ ການສຳພາດ ພະນັກງານສຸກສາລາ 232 ຄົນ ໃນທົ່ວປະເທດ ເຊິງດຳເນີນໃນປີ 2013-2014 ພາຍໃຕ້ໂຄງການກອງທຶນເພື່ອ ຄວາມສະເໝີພາບດ້ານຍິງຊາຍ (UFGE) ໂດຍມີເປົ້າໜາຍໃນການປະເມີນການບໍລິການດ້ານໂພຊະນາການ44, ພະນັກງານສາທາລະນະສຸກ ແລະ ການສະໜອງຢາ ແລະ ອຸປະກອນ.45 ມີການເກັບກຳຂໍ້ມູນຕົວຊີ້ວັດຫຼາຍອັນ ເຊິງລວມມີການປະເມີນພື້ນຖານໂຄງລ່າງ, ການສຳຮອງຢາ ແລະ ອຸປະກອນ, ລວມທັງຈຳນວນພະນັກງານ, ການອົບຮົມ ແລະ ສະພາບຄວາມຮູ້ຂອງເຂົາເຈົ້າ. ຂໍ້ມູນດັ່ງກ່ວານີ້ໄດ້ສະແດງໃຫ້ເຫັນສະພາບຄວາມຊັບຊ້ອນ ຂອງບັນຫາດ້ານໂພຊະນາການພາຍໃນປະເທດ. 47. ຂໍ້ມູນຈາກບົດສໍາຫຼວດດັ່ງກ່າວໄດ້ຖືກສົມທົບໃສ່ກັບຂໍ້ມູນຈາກບົດຄົ້ນຄວ້າດ້ານຄຸນນະພາບ, ການສຳ ຫລວດປະເມີນແບບວ່ອງໄວດ້ານການໃຫ້ຄໍາປຶກສາໂພຊະນາການ ແລະ ການຕິດຕາມການຈະເລີນເຕີບໂຕຂອງ ເດັກນ້ອຍໃນ ສປປ ລາວ. ການສຳຫລວດດັ່ງກ່າວໄດ້ຖືກດຳເນີນຢູ່ແຂວງ ຊຽງຂວາງ, ຫົວພັນ ແລະ ນະຄອນຫຼວງວຽງຈັນ. ການປະເມີນແບບວ່ອງໄວນີ້ປະກອບດ້ວຍ (i) ການສຳພາດໂດຍໃຊ້ຄຳຖາມນຳສ່ວນໜຶ່ງ ຈຳນວນ 23 ຄົນຖືກສຳພາດໂດຍແມ່ນພະນັກງານຕ່າງໜ້າໃຫ້ແກ່ພະແນກສາທາລະນະສຸກແຂວງ, ຫ້ອງການ ສາທາລະນະສຸກເມືອງ, ໂຮງໜໍແຂວງ, ໂຮງໜໍເມືອງ ແລະ ສຸກສາລາ ແລະ (ii) ການສົນທະນາກຸ່ມ ທັງໝົດ 26 ກຸ່ມ, ໂດຍມີຄົນເຂົ້າຮ່ວມການສົນທະນາທັງໝົດ ຈຳນວນ 175 ຄົນ ຈາກຊົນເຜົ່າລາວ-ໄຕ, ມົ້ງ ແລະ ມອນ- ຂະແມ ເຊິງໃນນັ້ນມີກຸ່ມແມ່ຍິງຖືພາ, ແມ່ທີ່ມີລູກອາຍຸ 0-23 ເດືອນ, ແມ່ຍ່າ/ເຖົ້າ ແລະ ຜົວ. ການສຳຫລວດດ້ານ ຄຸນນະພາບຍັງປະກອບດ້ວຍການບັນທຶກການສັງເກດ ແລະ ເກັບກຳບົດສຳພາດສຶກສາກໍລະນີ. 44 ຮວມທັງຄົນເຈັບນອນ, ຄົນເຈັບກວດເຂດນອກ, ແລະ ການບໍລິການນອກສະຖານທີ່່. ການບໍລິການປະກອບມີການກວດກ່ອນອອກລູກ, ຫລັງ ເກີດ ແລະ ການກວດເດັກດີ. 45 ໄດ້ທໍາການຄົ້ນຄວ້າຂໍ້ມູນຈາກກົມປີ່ນປົວ, ຈາກສຸກສາລາຈໍານວນ120 ແຫ່ງ, 36 ແຫ່ງຢູ່ພາກເໜືອ, 36 ຢູ່ພາກກາງ ແລະ 48 ຢູ່ພາກໃຕ້. ໃນຈໍານວນ 120 ແຫ່ງ, 81 ຢູ່ຊົນນະບົດ ແລະ 39 ແຫ່ງຢູ່ເຂດຕົວເມືອງ, ແລະ ການຄົ້ນຄວ້າແມ່ນດໍາເນີນໃນເດືອນມິຖຸນາ 2014 . ກຸມຕົວຢ່າງ ນີ້ແມ່ນນໍາໃຊ້ວິທີການດຽວກັບການສໍາຫລວດເທື່ອກ່ອນໂດຍສຶກສາຢູ່ສຸກສາລາ 4 ແຫ່ງຢູ່ເຂດພາກກາງແລະພາກໄຕ້. ບໍ່ໄດ້ມີດັດສະນີຕ່າງກັນ ລະຫວ່າງການຄົ້ນຄວ້າສອງກຸ່ມເປົ້າໝາຍນີ້. ການເກັບກໍາຂໍ້ມູນແມ່ນດໍາເນີນໃນເດືອນພຶດສະພາຫາກໍລະກົດ 2013. ສໍາລັບສຸກສາລາແຕ່ລະ ແຫ່ງມີການສໍາພາດພະນັກງານຈໍານວນ 2 ຄົນ(ທຸກຊະນິດແລະທຸກຂັ້ນ) ໂດຍການເດົາສຸ່ມ ແລະ ບໍ່ມີການທົດແທນ, ມີຕົວແທນທັງໝົດ232ຄົນ. ໃນນັ້ນມີພະນັກງານແປດຄົນທີ່ບໍ່ໄດ້ທໍາການສໍາພາດຍ້ອນພະນັກງານຖືກຍາມ, ແລະ ບໍ່ໄດ້ທໍາການສໍາພາດເລີຍພາຍຫຼັງທີ່ມີຄວາມພະຍາຍາມ ສາມເທື່ອ ແລະ ເຂົາເຈົ້າບໍ່ຕົກລົງໃຫ້ສໍາພາດ. 36 ໂພຊະນາການໃນ ສປປ ລາວ: ສາເຫດ, ຕົວກໍານົດ ແລະ ສິ່ງກີດຂວາງ Photo by NTPC ໂພຊະນາການໃນ ສປປ ລາວ: ສາເຫດ, ຕົວກໍານົດ ແລະ ສິ່ງກີດຂວາງ 37 ການໃຫ້ບໍລິການດ້ານໂພຊະນາການ. 48. ການແຈກຢາຍພະນັ ກ ງານສາທາລະນະສຸ ກ ບໍ່ ຕ ອບສະໜອງກັ ບ ຄວາມຕ້ ອ ງການດ້ າ ນສຸ ຂ ະພາບຂອງ ແມ່ ແລະ ເດັກທີ່ຂາດສານອາຫານ. ສຸກສາລາແມ່ນສະຖານບໍລິການດ້ານສາທາລະນາສຸກຂັ້ນຕົ້ນທີ່ມີໜ້າທີ່ຮັບ ຜິດຊອບໃນການໃຫ້ບໍລິການໂພຊະນາການ ແລະ ສຸຂະພາບຂັ້ນຕົ້ນຢູ່ ສປປ ລາວ, ເຊິງໃນນັ້ນປະກອບມີການ ຝາກທ້ອງ, ກວດຫຼັງເກີດ, ການຕິດຕາມການຈະເລີນເຕີມໂຕຂອງເດັກ ແລະ ການໃຫ້ຄຳປຶກສາດ້ານໂພຊະນາ ການ, ແຈກຢາຍຈຸລະສານອາຫານ, ສັກຢາກັນພະຍາດ, ບໍລິການແພດເຄື່ອນທີ່ຄຽງຄູ່ກັບການບໍລິການປ້ອງ ກັນ ແລະ ປິ່ນປົວພະຍາດ. ໃນກໍລະນີທີ່ພະນັກງານສຸກສາລາບໍ່ສາມາດເເກ້ໄຂໄດ້ຄົນເຈັບກໍ່ຈະຖືກສົ່ງໄປຍັງ ໂຮງໜໍເມືອງ ຫຼື ແຂວງ. ຢູ່ ສປປ ລາວມີສຸກສາລາປະມານ 860 ແຫ່ງ46, ມີພະນັກງານສາທາລະນາສຸກປະມານ 4,000 ຄົນ ເຊິງເທົ່າກັບອັດຕາພະນັກງານສາທາລະນາສຸກ 0.69 ຄົນ ຕໍ່ປະຊາກອນ 1,000 ຄົນ. ເຊິງຕໍ່າກວ່າ ມາດຕະຖານທີ່ອົງການອານາໄມໂລກແນະນຳໄວ້ຄື: 2.5/1,000 ຄົນ. ການແຈກຢາຍຂອງພະນັກງານສາທາລະ ນາສຸກແມ່ນບໍ່ສົມດຸນກັບຄວາມຕ້ອງການສ່ວນຫຼາຍຢູ່ໃນເຂດຕົວເມືອງ, ເຊິງຫ່າງໄກຈາກເຂດທີ່ມີອັດຕາການ ຂາດສານອາຫານຂອງແມ່ ແລະ ເດັກສູງ. ຜົນຈາກການສຳຫຼວດພະນັກງານສຸກສາລາ (2013/2014) ສະແດງ ໃຫ້ເຫັນວ່າສຸກສາລາແຕ່ລະແຫ່ງຈະມີພະນັກງານສະເລ່ຍ 4 ຄົນ. ພະນັກງານສຸກສາລາສ່ວນຫຼາຍມີປະມານ 30 ເປີເຊັນທີ່ເປັນແພດຊັ້ນກາງ ແລະ ປະມານ 37 ເປີເຊັນ ທີ່ແມ່ນພະຍາບານວິຊາຊີບ. ສ່ວນແພດຜະດຸງຄັນຜູ້ທີ່ໃຫ້ ການບໍລິການຝາກທ້ອງ ແລະ ວຽກຊ່ວຍເກີດນັ້ນມີພຽງປະມານ 15 ເປີເຊັນ ຈາກການສຳຫຼວດພະນັກງານສຸກສາ ລາ ແລະ ມີພຽງ 4 ເປີເຊັນ ເທົ່ານັ້ນຂອງພະນັກງານສຸກສາລາທີ່ເປັນແພດຊັ້ນສູງ ຫຼື ແພດປະລິນຍາຕີ. ສຸກສາລາ ບ່ອນທີ່ບໍ່ມີແພດປະລິນຍາຕີ, ແພດຊັ້ນກາງຈະມີຕໍາແໜ່ງເປັນຫົວໜ້າສຸກສາລາ. ຕາມທິດສະດີ, ແພດຜະດຸງຄັນ ແລະ ພະຍາບານຈະມີ ໜ້າທີ່ໃຫ້ບໍລິການ ແລະ ຄຳປຶກສາດ້ານໂພຊະນາການ, ແຕ່ໃນຕົວຈິງແລ້ວພະນັກງານທຸກ ຄົນແມ່ນຕ້ອງໄດ້ໃຫ້ບໍລິການວຽກດັ່ງກ່າວຍ້ອນວ່າສຸກສາລາມີພະນັກງານຈຳກັດ47. 46 World Health Organization (2014) Lao People’s Democratic Republic Health System Review (Health Systems in Transition, Vol.4 No. 1 2014). Geneva: WHO. 47 ການສໍາຫຼວດສະພາບພະນັກງານສາທາລະນະສຸກຂອງ ສປປ ລາວ: ສີ່ງທີ່ພົບເຫັນຈາກການສໍາຫລວດຕົວແທນສຸກສາລາໃນທົ່ວປະເທດ ແລະ ການສໍາຫລວດພະນັກງານສາທາລະນະສຸກ. Vientiane: World Bank. 38 ໂພຊະນາການໃນ ສປປ ລາວ: ສາເຫດ, ຕົວກໍານົດ ແລະ ສິ່ງກີດຂວາງ 49. ໂອກາດທີ່ຈະໃຫ້ການບໍລິການດ້ານໂພຊະນາການຢູ່ສຸກສາລາສ່ວນຫຼາຍຖືກສູນເສຍ ແລະ ຂາດຫາຍ ໄປເຖິງແມ່ນວ່າຈະມີການໃຫ້ບໍລິການການຝາກທ້ອງ, ປ້ອງກັນ ແລະ ປິ່ນປົວເດັກຢູ່ສຸກສາລານັ້ນຕະຫຼອດກໍ່ ຕາມ. ຕາຕະລາງ 9 ສະແດງໃຫ້ເຫັນວ່າເກືອບທຸກສຸກສາລາທີ່ໄດ້ສຳຫຼວດນັ້ນ (98 ເປີເຊັນ) ໃຫ້ບໍລິການການ ຝາກທ້ອງ ແລະ ກິດຈະກຳປ້ອງກັນ ແລະ ປິ່ນປົວເດັກ (96 ເປີເຊັນ). ໃນໄລຍະເວລາ 6 ເດືອນກ່ອນ, ການ ກວດເຂດນອກໃນສຸກສາລາຖືກສຳຫຼວດພົບວ່າແມ່ນການໃຫ້ບໍລິການປິ່ນປົວເດັກເປັນສ່ວນໃຫ່ຍ, ຕາມມາ ດ້ວຍການການຝາກທ້ອງ ແລະ ກວດຫຼັງເກີດ ແຕ່ວ່າ, ການໃຫ້ທາດສັງກະສີເສີມແກ່ເດັກນ້ອຍ ເຊິງແມ່ນທາດ 48 ເສີມທີ່ສຳຄັນໃນການປິ່ນປົວອາການຖອກທ້ອງພົບວ່າມີແຕ່ປະມານ 68 ເປີເຊັນ ຂອງສຸກສາລາເທົ່ານັ້ນທີ່ໄດ້ ຢາຍໃຫ້ເດັກ49. ເປັນທີ່ສັງເກດວ່າ, ສຸກສາລາໃນເຂດພາກເໜືອຈະມີການບໍລິການໃຫ້ທາດເຫຼັກ ຫຼື ທາດອາຊິດ ຟໍລິກ/ແຟຼ ຕອນມາຝາກທ້ອງໜ້ອຍກ່ວາສຸກສາລາເຂດພາກກາງ ແລະ ເຂດພາກໃຕ້. ເຖິງແມ່ນວ່າ ບົດແນະນໍາ ຂອງກະຊວງສາທາລະນະສຸກໄດ້ລະບຸໄວ້ວ່າໃຫ້ມີການບໍລິການການຝາກທ້ອງ ແລະ ກວດຫຼັງເກີດໃນເວລາທີ່ ພະນັກງານອອກບໍລິການເຄື່ອນທີ່ກໍ່ຕາມ, ແຕ່ຂໍ້ມູນຈາການສຳຫຼວດໄດ້ຊີ້ໃຫ້ເຫັນວ່າມີການບໍລິການການຝາກ ທ້ອງໜ້ອຍກ່ວາ 5 ເປີເຊັນ ໃນຊຸມຊົນ50. ຕາຕະລາງ 9. ການໃຫ້ບໍລິການດ້ານໂພຊະນາການຕາມຕົວຊີ້ວັດ ອົງການອະນາໄມໂລກສະພາບການຕຽມພ້ອມຂອງສະຖານບໍລິການ: ຕົວຊີ້ວັດຄວາມພ້ອມດ້ານໂພຊະນາການ ເຂດ ສະພາບທ້ອງຖີ່ນ ລວມ ເໜືອ ກາງ ໄຕ້ ຕົວເມືອງ ຊົນນະບົດ ການໃຫ້ບໍລິການກວດທ້ອງກ່ອນເກີດ,% ຂອງສຸກສາລາທີ່ສາມາດໃຫ້ບໍລິການ (%) (%) (%) (%) (%) (%) ໃຫ້ບໍລິການກວດທ້ອງກ່ອນເກີດ 98.7 98.6 97.2 100 97.4 99.4 ແຈກຢາຍທາດເຫຼັກຫຼືອາຊິດຟູລິກພ້ອມກັບການກວດທ້ອງກ່ອນເກີດ 97.5 91.7 100 100 100 96.3 ການບໍລິການສໍາຫລັບເດັກ: ການປ້ອງກັນແລະປີ່ນປົວ: % ຂອງສຸກສາລາທີ່ສາມາດໃຫ້ບໍລິການ ການບໍລິການດ້ານການປ້ອງກັນແລະປີ່ນປົວເດັກລຸ່ມ<5ປີ 98.3 97.2 100 97.9 100 97.5 ການບົ່ງມະຕິແລະ/ຫລືການປີ່ນປົວເດັກຂາດສານອາຫານ 88.3 86.1 77.8 97.9 84.6 90.1 ວິຕາມິນ ອາ 98.3 94.4 100 100 100 97.5 ການເສີມທາດເຫຼັກ 75.0 63.9 72.2 85.4 76.9 74.1 ທາດເກືອອໍລາລິດ(ສໍາລັບການປີ່ນປົງຖອກທ້ອງ) 100 100 100 100 100 100 ການໃຫ້ທາດສັງກະສີສໍາລັບເດັກ 67.5 58.3 63.9 77.1 74.4 64.2 ການຕິດຕາມການເຕີບໃຫຍ່ຂອງເດັກ 90.8 77.8 91.7 100 89.7 91.4 ແຫຼ່ງຂໍ້ມູນ: ການສຳຫຼວດສະພາບພະນັກງານສຸກສາລາຈາກກອງທຶນເພື່ອຄວາມສະເໝີພາບດ້ານຍິງຊາຍ (UFGE) ປີ 2013/14 48 ການໃຊ້ຈ່າຍພາກລັດຂອງຂະແໜງສາທາລະນະສຸກຢູ່ ສປປ ລາວ: ທ່າອຽງລວມ ແລະ ສີ່ງທີ່ພົບເຫັນຈາກການສໍາຫລວດສຸກສາລາ. Vienti- ane: World Bank.World Bank (2015 49 ການໃຫ້ທາດສັງກະສີເພື່ອປ້ອງກັນແມ່ນໄດ້ຮັບການສະໜັບສະໜູນຈາກສະຖາບັນ Lancet Maternal and Child Nutrition Series, ໂດຍ ບໍ່ແມນແບບດຽວກັບຂໍ້ແນະນໍາຂອງອົງການອະນາໄມໂລກ. 50 ທະນາຄານໂລກ (2013) ສປປ ລາວ: ສຸຂະພາບແມ່, ສຸຂະພາບເດັກ, ແລະ ໂພຊະນາການ, Vientiane: World Bank. ໂພຊະນາການໃນ ສປປ ລາວ: ສາເຫດ, ຕົວກໍານົດ ແລະ ສິ່ງກີດຂວາງ 39 ພະນັກງານສາທາລະນະສຸກ ແລະ ໂພຊະນາການ 50. ຄວາມພ້ອມຂອງພະນັກງານສາທາລະນະສຸກໃນການໃຫ້ການບໍລິການດ້ານໂພຊະນາການຍັງຕໍ່າ. ບັນ ຫາສ່ວນໃຫ່ຍເເມ່ນຢູ່ເຂດພາກເໜືອເຊິ່ງມີພຽງແຕ່ 43 ເປີເຊັນ ແລະ 37 ເປີເຊັນ ຂອງພະນັກງານສຸກສາລາຢ່າງ ໜ້ອຍຄົນນຶ່ງທີ່ໄດ້ຮັບການອົບຮົມດ້ານການຄຸ້ມຄອງແບບເຊື່ອມສານການເຈັບປ່ວຍຂອງເດັກ (IMCI) ແລະ ອົບ ຮົມດ້ານການຕິດຕາມການຈະເລີນເຕີບໂຕຂອງເດັກຕາມອັນດັບ, ພາຍໃນ 2 ປີ ກ່ອນການສຳຫຼວດ (ຕາຕະລາງ 10). ໂດຍລວມ, ສອງສ່ວນສາມ (67 ເປີເຊັນ) ຂອງພະນັກງານລາຍງານວ່າເຂົາເຈົ້າບໍ່ເຄີຍໄດ້ຮັບການອົບຮົມ ດ້ານໂພຊະນາການເລີຍ, ແຕ່ວ່າ 87 ເປີເຊັນ ຂອງພະນັກງານໄດ້ໃຫ້ການບໍລິການວຽກເຫຼົ່ານັ້ນໃນໄລຍະ 3 ເດືອນກ່ອນການສຳຫຼວດ. ການລາຍງານດັ່ງກ່າວຖືກຢັ້ງຢືນໃນເວລາຈັດການສົນທະນາກຸ່ມຈາກການສຳຫຼວດ ດ້ານຄຸນນະພາບ, ເຊິງພະນັກງານໄດ້ເປີດເຜີຍວ່າເຂົາເຈົ້ານັ້ນບໍ່ມີຄວາມໜັ້ນໃຈໃນການໃຫ້ຄຳປຶກສາດ້ານໂພ ຊະນາການ ແລະ ສ່ວນຫຼາຍໄດ້ລາຍງານວ່າເຂົາເຈົ້າບໍ່ໄດ້ຮັບການອົບຮົມໃດໆເລີຍດ້ານການໃຫ້ຄຳປຶກສາດ້ານ ໂພຊະນາການ. ຕາຕະລາງ 10. ຕົວຊີ້ວັດການໃຫ້ບໍລິການ ແລະ ຄວາມພ້ອມດ້ານໂພຊະນາການ: ຄວາມພ້ອມຂອງພະນັກ ງານ ແລະ ຄູ່ມືແນະນຳ ເຂດ ສະພາບທ້ອງຖີ່ນ ລວມ ພາກເໜືອ ພາກກາງ ພາກໄຕ້ ຕົວເມືອງ ຊົນນະບົດ % ຂອງສຸກສາທີ່ໃຫ້ບໍລິການກວດທ້ອງກ່ອນເກີດ: (%) (%) (%) (%) (%) (%) ມີປື້້ມຄູ່ມືການດູແລແມ່ກ່ອນເກີດມີຢູ່ສຸກສາລາ 85.6 85.7 74.3 93.8 84.2 86.3 ພະນັກງານໄດ້ຮັບການອົບຮົມການດູແລກ່ອນເກີດ ເປັນທາງການໃນໄລຍະ 2 ປີ ຜ່ານມາ 76.3 68.6 71.4 85.4 81.6 73.8 % ຂອງສະຖານບໍລິການທີ່ໃຫ້ການບໍລິການປ້ອງກັນ ແລະ ປີ່ນປົວເດັກ: ມີປື້ມຄູ່ມືການເຊື່ອມສານການປີ່ນປົວເດັກ (IMCI) ຢູ່ສະຖານບໍລິການ 75.4 74.3 83.3 70.2 76.9 74.7 ມີປື້ມຄູ່ມືການຕິດຕາມການເຕີບໃຫຍ່ຂອງເດັກຢູ່ສະຖານບໍລິການ 75.4 77.1 66.7 80.9 74.4 76.0 ພະນັກງານໄດ້ຮັບການອົບຮົມດ້ານການເຊື່ອມສານການປີ່ນປົວ ເດັກເຈັບ (IMCI) ໃນໄລຍະ 2ປີຜ່ານມາ 65.3 42.9 69.4 78.7 69.2 63.3 ພະນັກງານໄດ້ຮັບການອົບຮົມດ້ານການຕິດຕາມການເຕີບໃຫຍ່ ຂອງເດັກໃນໄລຍະ 2 ປີ ຜ່ານມາ 61.9 37.1 58.3 83.0 59.0 63.3 ບໍ່ເຄີຍໄດ້ຮັບການອົບຮົມດ້ານໂພຊະນາການຈັກເທື່ອ 67.2 67.6 71.4 63.7 66.2 67.6 ເຄີຍໄດ້ໃຫ້ບໍລິການດ້ານການຕິດຕາມການເຕີບໃຫຍ່ຂອງເດັກ ແລະ ໂພຊະນາການ 86.6 84.5 85.7 89 86.5 86.7 ແຫຼ່ງຂໍ້ມູນ: ການສຳຫຼວດສະພາບພະນັກງານສຸກສາລາຈາກກອງທຶນເພື່ອຄວາມສະເໝີພາບດ້ານຍິງຊາຍ (UFGE) ປີ 2013/14 40 ໂພຊະນາການໃນ ສປປ ລາວ: ສາເຫດ, ຕົວກໍານົດ ແລະ ສິ່ງກີດຂວາງ ພາບທີ 7: ຄະແນນສະເລັ່ຍຂອງຄວາມເຂົ້າໃຈດ້ານໂພຊະນາການຂອງພະນັກງານສຸກສາລາໃນແຕ່ລະລະ ດັບ51 ແຫຼ່ງຂໍ້ມູນ: ການສຳຫຼວດສະພາບພະນັກງານສຸກສາລາຈາກກອງທຶນເພື່ອຄວາມສະເໝີພາບດ້ານຍິງຊາຍ (UFGE) ປີ 2013/14 51. ການທົ ດ ສອບຄວາມຮັ ບ ຮູ້ ດ້ າ ນໂພຊະນາການໄດ້ ສ ະແດງໃຫ້ ເ ຫັ ນ ວ່ າ ພະນັ ກ ງານທີ່ ມີ ສ່ ວ ນຮັ ບ ຜິ ດ ຊອບໃນການໃຫ້ ບໍ ລິ ກ ານດ້ າ ນໂພຊະນາການຢູ່ ສຸ ກ ສາລາແມ່ ນ ມີ ຄ ວາມຮູ້ ຈ ຳກັ ດ ໃນການແກ້ ໄ ຂກໍ ລ ະນີ ເດັກຂາດສານອາຫານ. ໃນເວລາທີ່ທົດສອບຄວາມເຂົ້າໃຈດ້ານໂພຊະນາການໂດຍສັງລວມຄະແນນຈາກການ ສອບຖາມປາກເປົ່ າ /ທິ ດ ສະດີ , ທົ ດ ສອບກວດຮ່ າ ງກາຍເພື່ ອ ສາມາດລະບຸ ເ ດັ ກ ຂາດສານອາຫານ/ທາງພາກ ປະຕິບັດຕົວຈິງ ແລະ ການໃຫ້ຄຳແນະນຳໃນການປິ່ນປົວເດັກຂາດສານອາຫານພົບວ່າມີຄວາມແຕກຕ່າງກັນ ຫຼາຍຕາມຂັ້ນຂອງພະນັກງານ. ດັ່ງທີ່ສະແດງຢູ່ ພາບທີ 7, ຄະແນນຈາກແພດໜໍທີ່ຈົບຂັ້ນປະລິນຍາຕີມີສູງກວ່າ ພະນັກງານສຸກສາລາຂັ້ນອື່ນໆນອກຈາກແພດສຸກເສີນຫຼາຍ. ແຕ່ວ່າມີແພດປະລິນຍາຕີຢູ່ສຸກສາລາພຽງ 4 ເປີເຊັນ ແລະ ສ່ວນຫຼາຍແພດເຫຼົ່ານັ້ນກໍ່ບໍ່ໄດ້ມີໜ້າທີ່ຮັບຜິດຊອບວຽກງານຕິຕາມການຈະເລີນເຕີບໂຕຂອງເດັກ ແລະ ການໃຫ້ຄໍາປຶກສາດ້ານໂພຊະນາການ52. ພະຍາບານ ແລະ ແພດຜະດຸງຄັນຜູ້ທີ່ມີໜ້າທີ່ໃຫ້ການບໍລິການເຫຼົ່າ ນັ້ນ, ໄດ້ຄະແນນພຽງປານກາງ, ແຕ່ວ່າແພດຊັ້ນກາງ, ສ່ວນຫຼາຍມີໜ້າທີ່ເປັນຫົວໜ້າສຸກສາລາ (ໃນເວລາທີ່ບໍ່ມີ ແພດປະລິນຍາຕີ) ແມ່ນມີຄວາມຮູ້ດ້ານໂພຊະນາການຕໍ່າກ່ວາໜູ່ໜົດ. 51 MD: ແມ່ນແພດປະລິນຍາຕີ MA: ແມ່ນແພດຊ່ວຍ. 52 ທະນາຄານ, 2015. ການການສໍາຫຼວດສະພາບພະນັກງານສາທາລະນະສຸກຂອງ ສປປ ລາວ: ສີ່ງທີ່ພົບເຫັນຈາກການສໍາຫລວດຕົວແທນສຸກ ສາລາໃນທົ່ວປະເທດ ແລະ ການສໍາຫລວດພະນັກງານສາທາລະນະສຸກ. Vientiane: World Bank. ຜູ້ຂຽນໄດ້ອະທິບາຍວິທີການດໍາເນີນ ການສໍາຫລວດ ແລະ ວິທີການໃຫ້ຄະແນນ. ພະນັກງານໄດ້ສະເໜີກໍລະນີຕ່າງໆສີ່ແບບ ແລະ ໃຫ້ເຂົາເຈົ້າອະທິບາຍຄໍາຕອບຂອງລາວ. ໄດ້ນໍາ ໃຊ້ຄູ່ມືຂອງສາກົນເພື່ອເປັນບົດຮຽນ ແລະ ນໍາມາດັດປັບເພື່ອໃຫ້ເຂົ້າກັບສະພາບທ້ອງຖີ່ນ. ໄດ້ມີການປຶກສາກັບຜູ້ຊ່ຽວຊານພາຍໃນປະເທດ ເພື່ອຄວາມເປັນເອກະພາບດ້ານຄໍາຕອບ (vignette) ກັບຄໍາຕອບທີ່ພະນັກງານໃຫ້ຄະແນນໃນເວລາທໍາການສໍາຫລວດ. ຫລັງຈາກນັ້ນໄດ້ທໍາ ການບັນທຶກຄໍາຕອບໃຫ້ເປັນກໍລະນີທໍາມະດາ ແລະ ສະເໜີຄວາມແຕກຕ່າງມາດຖານ (standard deviation). ບົດຮຽນນີ້ແມ່ນກ່ຽວຂອງກັບ ການຕິດຕາມການເຕີບໃຫຍ່ ແລະ ສົ່ງເສີມການຕິດຕາມ. ໂພຊະນາການໃນ ສປປ ລາວ: ສາເຫດ, ຕົວກໍານົດ ແລະ ສິ່ງກີດຂວາງ 41 52. ຄວາມຮູ້ ແລະ ຄວາມເຂົ້າໃຈທີ່ຕໍ່າໃນການໃຫ້ບໍລິການໂພຊະນາການ ໃນພະນັກງານສຸກສາລາ ສາ ມາດສັງເກດເຫັນໄດ້ຈາກການເຮັດວຽກຕົວຈິງ. ພະນັກງານສຸກສາລາທີ່ຖືກສຳພາດຕອບຄໍາຖາມກ່ຽວກັບວິທີ ແນະນຳແກ້ໄຂການທີ່ເດັກນ້ອຍທີ່ບໍ່ເຕີບໃຫຍ່ຕາມໄວບໍ່ຄ່ອຍໄດ້ ແລະ ພະນັກງານສ່ວນຫຼາຍບໍ່ສາມາດລະບຸ, ໄຈ້ແຍກໄດ້ວ່າເດັກຜູ້ໃດຂາດສານອາຫານຊ່ຳເຮື້ອແບບເຕ້ຍ, ໂດຍສະເພາະໃນເຂດທີ່ມີເດັກຂາດສານອາຫານ ຫຼາຍ. ໃນເວລາທີ່ແມ່ພາລູກມາກວດ, ພະນັກງານເກືອບໜົດທຸກຄົນ (98 ເປີເຊັນ) ຈະວັດແທກໂຕ, ຊັ່ງນ້ຳ ໜັກ ແລະ ອະທິບາຍການຈະເລີນເຕີບໂຕຂອງເດັກໄດ້ຖືກຕ້ອງ. ແຕ່ວ່າ, ມີພະນັກງານພຽງແຕ່ຈຳນວນໜຶ່ງ ເທົ່ າ ນັ້ ນ ທີ່ ຈ ະສາມາດໃຫ້ ຄໍ າ ແນະນໍ າ ດ້ າ ນໂພຊະນາການທີ່ ເ ປັ ນ ປະໂຫຍດໃນຂະນະທີ່ ເ ຮັ ດ ການຕິ ດ ຕາມການ ຈະເລີນເຕີບໂຕຂອງເດັກ (ພາບທີ່ 8). ບົດສຳຫຼວດຍັງພົບຄວາມແຕກຕ່າງກັນດ້ານຫົວຂໍ້ຄຳແນະນຳໃນແຕ່ລະ ພາກ, ໂດຍທີ່ພະນັກງານສຸກສາລາຢູ່ພາກເໜືອໃຫ້ຄຳແນະນຳດ້ານການລຽ້ງລູກດ້ວຍນົມແມ່ພຽງ 34 ເປີເຊັນ ເມື່ອສົມທຽບໃສ່ກັບພາກກາງທີ່ມີ 46 ເປີເຊັນ. ແຕ່ກົງກັນຂ້າມມີພຽງ 24 ເປີເຊັນ ຂອງພະນັກງານສຸກສາລາຢູ່ ພາກໃຕ້ໃຫ້ຄຳແນະນຳກຽ່ວກັບສຸຂະອະນາໄມ ແລະ ສຸຂາພິບານ, ສົມທຽບໃສ່ກັບພາກເໜືອທີ່ມີເຖີງ 54 ເປີເຊັນ. ພາບທີ 8: ເປີເຊັນພະນັກງານສຸກສາລາທີ່ໄດ້ໃຫ້ຄຳແນະນຳ ຫຼື ປະຕິບັດສິ່ງຕ່າງໆເຫຼົ່ານີ້ເພື່ອສົ່ງເສີມການ ເຕີບໃຫຍ່ຂອງເດັກ ແຫຼ່ງຂໍ້ມູນ: ການສຳຫຼວດສະພາບພະນັກງານສຸກສາລາຈາກກອງທຶນເພື່ອຄວາມສະເໝີພາບດ້ານຍິງຊາຍ (UFGE) ປີ 2013/14. 53. ການຕິ ດ ຕາມການຈະເລີ ນ ເຕີ ບ ໂຕຂອງເດັ ກ ແມ່ ນ ຖື ກ ປະຕິ ບັ ດ ເພື່ ອ ເປັ ນ ການເກັ ບ ກຳສະຖິ ຕິ ເ ທົ່ າ ນັັ້ນ ແລະ ສ່ວນຫຼາຍແມ່ຂອງເດັກບໍ່ໄດ້ຮັບຜົນການຕິດຕາມ ຫຼື ການແນະນຳດ້ານໂພຊະນາການຫຼັງຈາກທີ່ພະ ນັ ກ ງານເກັ ບ ຂໍ້ ມູ ນ ຂອງເດັ ກ . ຈຸ ດ ປະສົ ງ ຂອງການລົ ງ ຕິ ດ ຕາມການຈະເລີ ນ ເຕີ ບ ໂຕຂອງເດັ ກ ນ້ ອ ຍໃນຊຸ ມ ຊົ ນ ສໍ າ ລັ ບ ພະນັ ກ ງານສຸ ກ ສາລາສ່ ວ ນຫຼ າ ຍແມ່ ນ ເພື່ ອ ລາຍງານເຖິ ງ ສະພາບໂພຊະນາການໃຫ້ ຂັ້ ນ ເທິ ງ ເທົ່ າ ນັ້ ນ ເຊັ່ນ: ຫົວໜ້າຫ້ອງການສາທາລະນະສຸກຂັ້ນເມືອງ (ໂດຍຜ່ານໜ່ວຍງານສະຖິຕິ) ແລະ ຫ້ອງການແມ່ ແລະ ເດັກຂັ້ນເມືອງໃນແຕ່ລະເດືອນ. ດັ່ງນັ້ນ, ໃນເວລາພົບເຫັນວ່າເດັກມີພາວະການຂາດສານອາຫານແບບຊໍ່າເຮື້ຶອ ຫຼື ນ້ຳໜັກຫຼຸດໃນເວລາທີ່ປະຕິບັດກິດຈະກຳການຕິດຕາມການຈະເລີນເຕີບໂຕຂອງເດັກນັ້ນພະນັກງາານສຸກສາ ລາບາງເທື່ອບໍ່ໄດ້ເເຈ້ງຜົນໃຫ້ແມ່ຂອງເດັກຮູ້,ຊັກຖາມ ຫຼື ສືບສວນຊອກຫາສາເຫດທີ່ເດັກບໍ່ໃຫຍ່ຂື້ນ ຫຼື ໃຫ້ຄຳ ປຶກສາແນະນໍາວິທີແກ້ໄຂບັນຫາດັ່ງກ່າວ ຫຼື ນັດໃຫ້ເຂົ້າໄປຫາຢູ່ສຸກສາລາເພື່ອຕິດຕາມສະພາບ. ນອກນັ້ນຍັງພົບ ວ່ າ ພະນັ ກ ງານສຸ ກ ສາລາສ່ ວ ນຫຼ າ ຍບໍ່ ຄ ອຍໄດ້ ໜ າຍຜົ ນ ການວັ ດ ແທກໃສ່ ໃ ນປື້ ມ ຕິ ດ ຕາມສຸ ຂ ະພາບເດັ ກ ຫົ ວ ສີ ບົວ (ທີ່ບັນທຶກຕິດຕາມສຸກຂະພາບເດັກຕ່ຳກ່ວາ 5 ປີທີ່ຄອບຄົວເປັນຜູ້ເກັບຮັກສາໄວ້). ທີມງານຄົ້ນຄວ້າດ້ານຄຸນ ນະພາບໄດ້ກວດປື້ມສີບົວດັ່ງກ່າວຈຳນວນ 30 ຫົວ ທີ່ໄດ້ລາຍງານວ່າເຄີຍໄດ້ຮັບການວັດແທກການຈະເລີນເຕີບ ໂຕ ແລະ ພົບວ່າບໍ່ໄດ້ມີການໜາຍຈ້ຳຫຍັງໃສ່ປື້ມດັ່ງກ່າວເລີຍ. 54. ລະບົບການຕິດຕາມ ແລະ ລາຍງານຄືນ ຫຼັງຈາກສົ່ງບົດລາຍງານການຈະເລີນເຕີບໂຕຂອງເດັກຍັງບໍ່ໄດ້ ດີເທົ່າທີ່ຄວນ. ພະນັກ ງານສຸກສາລາທຸກຄົນທີ່ຖືກສໍາພາດໄດ້ລາຍງານວ່າ ຫ້ອງການສາທາລະນະສຸກຂັ້ນເມືອງ ແລະ ຂັ້ນແຂວງບໍ່ເຄີຍໄດ້ໃຫ້ຄຳເຫັນ, ການແນະນຳຕິຊົມໃດໆ ຫຼື ລົງມາພາປະຕິບັດເຄື່ອນໄຫວຈາກຜົນຂອງບົດ ລາຍງານສະພາບການຂາດສານອາຫານຂອງເດັກນ້ອຍທີ່ສຸກສາລາໄດ້ສົ່ງໄປໃຫ້ໃນທຸກໆເດືອນນັ້ນ. ພະນັກ ງານສຸກສາລາເຫຼົ່ານີ້ແຈ້ງວ່າເຂົາເຈົ້າຢາກໄດ້ຄຳແນະນຳຈາກຫ້ອງການສາທາລະນະສຸກເມືອງ ແລະ ແຂວງ ວ່າ ເຂົາເຈົ້າຄວນເຮັດຫຍັງແດ່ຫຼັງຈາກສົ່ງບົດລາຍງານເຫຼົ່ານັ້ນແລ້ວ. 42 ໂພຊະນາການໃນ ສປປ ລາວ: ສາເຫດ, ຕົວກໍານົດ ແລະ ສິ່ງກີດຂວາງ 55. ບົດຄົ້ນຄວ້າທາງຄຸນນະພາບຍັງໄດ້ເປີດເຜີຍໃຫ້ເຫັນວ່າພະນັກງານສາທາລະນາສຸກສ່ວນຫຼາຍບໍ່ເຫັນ ວ່າການຂາດສານອາຫານຊ່ຳເຮື້ອແບບເຕ້ຍໃນເດັກນ້ອຍນັ້ນເປັນບັນຫາຮ້າຍແຮງ. ພະນັກງານສຸກສາລາໜົດ ທຸກຄົນ ແລະ 90 ເປີເຊັນ ຂອງພະນັກງານແມ່ ແລະ ເດັກຢູ່ໂຮງໜໍເມືຶອງທີ່ຖືກສຳພາດໂດຍທີມງານສຳຫຼວດ ທາງຄຸ ນ ນະພາບບໍ່ ສ າມາດລະບຸ ໄ ດ້ ຖື ກ ຕ້ ອ ງຄວາມແຕກຕ່ າ ງກັ ນ ລະຫວ່ າ ງພາວະການຂາດສານອາຫານ ຕ່າງໆ (ຂາດສານອາຫານຊ່ຳເຮື້ອແບບເຕ້ຍ, ຂາດສານອາຫານກະທັນຫັນແບບຈ່ອຍ-ຜອມ ແລະ ການຂາດ ສານອາຫານນໍ້າໜັກຕໍ່າກວ່າມາດຕະຖານ). ມີພຽງໜຶ່ງໃນສິບ (1/10) ຂອງພະນັກງານແມ່ ແລະ ເດັກຂອງ ໂຮງໜໍແຂວງຫົວພັນທີ່ສາມາດບອກ ແລະ ເລົ່າສະພາບຄວາມແຕກຕ່າງຂອງພາວະການຂາດສານອາຫານ ຕ່າງໆລວມທັງການຂາດສານອາຫານຊ່ຳເຮື້ອແບບເຕ້ຍ. ພະນັກງານສຸກສາລາຫຼາຍຄົນໃຫ້ຄຳເຫັນຕໍ່ເດັກທີ່ ຂາດສານອາຫານຊ່ຳເຮື້ອແບບເຕ້ຍວ່າ ‘ພວກເຂົາເບິ່ງຄືດີຢູ່, ຄິດວ່າລາວບໍ່ເປັນຫຍັງຫຼາຍ’ ແລະ ຍັງບອກວ່າ ‘ເດັກນ້ອຍນັ້ນຄືບໍ່ຈ່ອຍປານໃດ’, ຍ້ອນແນວນັ້ນພະນັກງານສຸກສາລາເລີຍບໍ່ໄດ້ໃຫ້ຄຳປຶກສາໃດໆເລີຍ. 56. ສຳລັບພະນັກງານທີ່ໄດ້ໃຫ້ຄຳປຶກສາດ້ານໂພຊະນະການ, ພົບວ່າຫົວຂໍ້ທີ່ໄດ້ໃຫ້ການແນະນຳສ່ວນ ຫຼາຍ ແມ່ນດ້ານການໃຫ້ອາຫານເສີມແກ່ແມ່, ເດັກອ່ອນ ແລະ ເດັກນ້ອຍ, ໂດຍສ່ວນໜ້ອຍຈະໃຫ້ຄຳແນະນຳ ດ້ານສຸຂະອະນາໄມ ແລະ ສຸຂາພິບານ. ນອກຈາກນັ້ນ, ພະນັກງານເກືອບທຸກຄົນໄດ້ໃຫ້ຄຳປຶກສາດ້ານການ ໃຫ້ ອ າຫານເສີ ມ ແບບດຽວກັ ນ ສຳລັ ບ ເດັັ ກ ທຸ ກ ຄົ ນ ໂດຍບໍ່ ໄ ດ້ ອີ ງ ໃສ່ ພ າວະການຂາດສານຂອງເດັ ກ ນ້ ອ ຍແຕ່ ລ ະ ຄົນ. ການໃຫ້ຄໍາປຶກສາດ້ານໂພຊະນາການ ແລະ ການລຽ້ງດູໃຫ້ອາຫານເສີມເດັກທີ່ຖືກວິທີ ຄວນສອບຖາມ, ສືບສວນ ແລະ ສົນທະນາເພື່ອຊອກຫາສາເຫດທີ່ພາໃຫ້ເດັກບໍ່ໄດ້ຮັບສານອາຫານພຽງພໍ (ການເຈັບເປັນ, ບໍ່ມີອາຫານການກິນພຽງພໍ, ອາຫານທີ່ໄດ້ຮັບ ບໍ່ມີສານອາຫານພຽງພໍ, ມີບັນຫາໃນການປ້ອນເຂົ້າ) ແລະ ເພື່ອສົ່ງ ເສີມໃຫ້ແມ່ຊອກຫາວິທີແກ້ໄຂ ທີ່ເໜາະສົມກັບບັນຫາຂອງລາວ ແລະ ສາມາດປະຕິບັດໄດ້. ແຕ່ວ່າໂດຍລວມ, ການໃຫ້ຄຳປຶກສາທີ່ເກີດຂື້ນນັ້ນແມ່ນຄຳແນະນຳອັນດຽວກັບທີ່ໃຫ້ເດັກນ້ອຍປົກກະຕິ, ຂາດສານອາຫານປານ ກາງ ແລະ ຂາດສານອາຫານຮູນແຮງ, ໂດຍບໍ່ໄດ້ມີຄວາມເຂົ້າໃຈເຖິງຈຸດພິເສດຂອງສະພາບແວດລ້ອມ ແລະ ສາເຫດຄວາມເປັນໄປໄດ້ທີ່ພາໃຫ້ການຈະເລີນເຕີບໂຕຂອງເດັກນັ້ນຊັກຊ້າ. 57. ການໃຫ້ບໍລິການຕິດຕາມການຈະເລີນເຕີບໂຕຂອງເດັກ ແລະ ໃຫ້ຄໍາປຶກສາດ້ານໂພຊະນາການບໍ່ຄອຍ ໄດ້ຖືກປະຕິບັດໃນເວລາທີມງານສຸກສາລາລົງເຮັດວຽກຢູ່ຂັ້ນບ້ານ ຫຼື ວຽກງານແພດເຄື່ອນທີ. ໂດຍຫຼັກການ, ພະນັກງານສຸກສາລາຄວນໃຫ້ບໍລິການແມ່ ແລະ ເດັກເຄື່ອນທີທຸກໆໄຕມາດຢູ່ໃນເຂດຊົນນະບົດ ແລະ ຫ່າງ ໄກສອກຫຼີກ. ການລົງເຮັດວຽກເຄື່ອນທີດັ່ງກ່າວຄວນເປັນໂອກາດດີທີ່ສຸດໃນການໃຫ້ໂພຊະນາສຶກສາແກ່ຊາວ ບ້ານຜູ້ຢູ່ຫ່າງໄກຈາກຈຸດບໍລິການສາທາລະນາສຸກ. ແຕ່ວ່າ, ສິ່ງທີ່ພົບເຫັນນັ້ນແມ່ນກິດຈະກຳຫຼັກຂອງວຽກງານ ແພດເຄື່ອນທີແມ່ນວຽກສັກຍາກັນພະຍາດ. ພະນັກງານສຸກສາລາລາຍງານວ່າເຂົາເຈົ້າບໍ່ສາມາດຕິດຕາມການ ຈະເລີ ນ ເຕີ ບ ໂຕຂອງເດັ ກ ໄດ້ ໃ ນເວລາທີ່ ພ ວກເຂົ າ ລົ ງ ກິ ດ ຈະກຳແພດເຄື່ ອ ນທີ ເ ນື່ ອ ງຈາກວ່ າ ພວກເຂົ າ ບໍ່ ສ າ ມາດເອົາຊິງ ແລະ ເຄື່ອງວັດເເທກລວງສູງໄປນຳໄດ້. ນອກນັ້ນເຂົາເຈົ້າຍັງລາຍງານວ່າບໍ່ໄດ້ໃຫ້ຄຳປຶກສາ ຫຼື ແນະນຳດ້ານສຸຂະພາບ ແລະ ໂພຊະນາການຕອນລົງແພດເຄືອນທີສາເຫດສ່ວນໜຶ່ງແມ່ນຍ້ອນມີເວລາຈຳກັດ ແລະ ອີກສ່ວນນຶ່ງແມ່ນຍ້ອນເຂົາເຈົ້າບໍ່ມີອຸປະກອນສຸຂະສຶກສາເພື່ອດຶງດູດຄວາມສົນໃຈຂອງຊາວບ້ານ (ເຊັ່ນ: ປົດສະເຕີ, ແຜ່ນພາບ ຫຼື ອຸປະກອນໂຄສະນາອື່ນໆ). 58. ບົດຄົ້ນຄ້ວາດັ່ງກ່າວຍັງໄດ້ພົບວ່າ ການຊັ່ງນໍ້າໜັກ ແລະ ແທກລວງສູງຂອງເດັກບາງເທື່ອຍັງເຮັດບໍ່ຖືກ ວິທີ, ເຊິ່ງນໍາໄປສູ່ຜົນລາຍງານສະພາບທີ່ບໍ່ຖືກຕ້ອງ. ການສັງເກດການເຮັດວຽກໃນລະດູໜາວ, ສະແດງໃຫ້ເຫັນ ວ່າເດັກຈະຖືກຊັ່ງນ້ຳໜັກພ້ອມດ້ວຍເສື້ອ ແລະ ເຄື່ອງກັນໜາວທີ່ໜາ ແລະ ການຊັ່ງນ້ຳໜັກຂອງເດັກແມ່ນມັກ ເກີດຂື້ນຢູ່ບໍລິເວນລະບຽງດ້ານນອກຂອງສຸກສາລາ, ເຖິງແມ່ນວ່າໃນສຸກສາລາຈະມີບ່ອນອົບອຸ່ນທີ່ສາມາດໃຊ້ ເປັນບ່ອນຊັ່ງນໍ້າໜັກຂອງເດັກກໍ່ຕາມ. ບາງເທື່ຶອຍັງພົບວ່າເດັກຖືກຊັ່ງໂດຍມີຜ້າຫົ່ມຄຸມຕົວຢູ່ ຫຼື ວ່າແທກລວງສູງ ໂດຍຍັງໃສ່ໜວກຢູ່. ທັງໜົດທີ່ໄດ້ກ່າວມານັ້ນເຮັດໃຫ້ຕົວເລກຈາກການຊັ່ງນ້ຳໜັກ ແລະ ແທກຄວາມສູງ ບໍ່ຖືກຕ້ອງ. ໂພຊະນາການໃນ ສປປ ລາວ: ສາເຫດ, ຕົວກໍານົດ ແລະ ສິ່ງກີດຂວາງ 43 59. ໃນຂະນະທີ່ກຸ່ມຊົນເຜົ່າທີ່ບໍ່ແມ່ນ ລາວ-ໄຕ ທີ່ອາໃສຢູ່ເຂດຊົນນະບົດສ່ວນຫຼາຍມີບັນການຂາດສານອາ ຫານຊໍ່າເຮື້ອແບບເຕ້ຍໃນເດັກນ້ອຍສູງກ່ວາໝູ່, ພວກເຂົາເຈົ້າຍັງມີບັນຫາດ້ານພາສາທີ່ເປັນອຸປະສັກໃນການ ເຂົ້ າ ເຖິ ງ ການບໍ ລິ ກ ານດ້ າ ນໂພຊະນາການໄດ້ ຢ່ າ ງເຕັ ມ ສ່ ວ ນເຖິ ງ ແມ່ ນ ວ່ າ ວຽກງານບໍ ລິ ກ ານດັ່ ງ ກ່ າ ວຈະມີ ຢູ່ ກໍ່ ຕາມ. ບົດຄົ້ນຄ້ວາດ້ານຄຸນນະພາບພົບວ່າຕ່າງກັບກຸ່ມລາວ-ໄຕ, ກຸ່ມທີ່ບໍ່ແມ່ນລາວ-ໄຕ ບໍ່ສາມາດໄດ້ຮັບປະ ໂຫຍດຢ່າງເຕັມສ່ວນຈາກສຸຂະສຶກສາ ແລະ ການໃຫ້ຄຳປຶກສາດ້ານໂພຊະນາການຍ້ອນອຸປະສັກດ້ານພາສາ ເນື່ອງຈາກວ່າພະນັກງານສຸກສາລາສ່ວນໃຫ່ຍແມ່ນມີເຊື້ອສາຍລາວ-ໄຕ ແລະ ພວກເຂົາບໍ່ສາມາດປາກພາສາ ທ້ອງຖິ່ນໄດ້. ຍ້ອນຂໍ້ຈຳກັດການເຂົ້າເຖິງການສຶກສາ, ແມ່ຍິງຊົນເຜົ່າມົ້ງ ແລະ ຄຶມຸຫຼາຍຄົນບໍ່ສາມາດເຂົ້າໃຈພາ ສາລາວ. ສ່ວນແມ່ຍິງທີ່ເຂົ້າໃຈພາສາລາວ, ພວກເຂົາອາຍທີ່ຈະເວົ້າ. ເກືອບທຸກຄົນທີ່ເປັນຊົນເຜົ່າທີ່ຖືກສຳພາດ ໄດ້ລາຍງານວ່າເຂົາເຈົ້າອາຍທີ່ຈະຖາມພະນັກງານສຸກສາລາກຽ່ວກັບສຸຂະພາບ ແລະ ໂພຊະນາການ, ເຖິງແມ່ນ ວ່າພວກເຂົາເຈົ້າຈະສາມາດເຂົ້າໃຈ ຫຼື ປາກພາສາລາວໄດ້ກໍ່ຕາມ. ເຂົາເຈົ້າຍັງໄດ້ລາຍງານຕື່ມວ່າບາງເທື່ອພະ ນັກງານບໍ່ຄ່ອຍເຂົ້າໃຈເວລາທີ່ພວກເຂົາເວົ້າພາສາລາວ. 44 ໂພຊະນາການໃນ ສປປ ລາວ: ສາເຫດ, ຕົວກໍານົດ ແລະ ສິ່ງກີດຂວາງ ການສະໜອງອຸປະກອນ ແລະ ຢາດ້ານໂພຊະນາການ 60. ເຖິງແມ່ນວ່າລາຍຮັບສຸກສາລາຈະມາຈາກການຂາຍຢາກໍ່ຕາມ, ຄວາມພ້ອມດ້ານການບໍລິການໂພຊະ ນາການທີ່ວັດແທກຈາກການມີຢາທີ່ຈຳເປັນໃນຄັງ, ອຸປະກອນ ແລະ ເຄື່ອງໃຊ້ດ້ານໂພຊະນາການແມ່ນຖືວ່າ ຍັງຕໍ່າ, ເຊິງສະແດງໃຫ້ເຫັນບັນຫາໃນການສ້າງແຜນ, ຈັດສັນງົບປະມານ ແລະ ຄຸ້ມຄອງອຸປະກອນ ແລະ ເຄື່ອງ ໃຊ້. ຕາຕະລາງ 11 ໄດ້ສະຫຼຸບການມີອຸປະກອນເຄື່ອງໃຊ້ ທີ່ກຽ່ວຂອງກັບໂພຊະນາການ, ການບົ່ງມະຕິ, ຢາ ແລະ ອຸປະກອນການແພດທີ່ຈຳເປັນຕ້ອງໃຊ້ສຳລັບການຝາກທ້ອງ, ແລະ ການປ້ອງກັນ ແລະ ປິ່ນປົວເດັກ. ເຖິງ ວ່າສຸກສາລາມີໜ້າທີ່ໃນການບົ່ງມະຕິບັນຫາໃນເວລາຖືພາໂດຍສະເພາະພາວະເລືອດຈາງ53, ແຕ່ມີພຽງສຸກສາ ລາບາງແຫ່ງທີ່ມີອຸປະກອນເພື່ອບົ່ງມະຕິ ແລະ ອຸປະກອນການແພດທີ່ປະຈຳ. ມີພຽງ 56 ເປີເຊັນ ຂອງສຸກສາລາ ທີ່ມີເຄື່ອງວັດແທກຄວາມສູງ ແລະ ຊິງຊັ່ງນ້ຳໜັກເດັກ, ແລະ 66 ເປີເຊັນ ທີ່ມີອຸປະກອນສຳລັບວັດແທກການຂາດ ສານອາຫານກະທັນຫັນ ແລະ ຊ່ຳເຮື້ອໃນເດັກ. ອີງໃສ່ ຕາຕະລາງ 9, ສາມາດເຫັນໄດ້ວ່າມີຂໍ້ແຕກຕ່າງກັນ ລະຫວ່າງ ສະຖານທີ່ທາງການທີ່ສາມາດໃຫ້ຈຸລະສານອາຫານເສີມ ແລະ ຄວາມສາມາດໃນການໃຫ້ບໍລິການ. ຕົວຢ່າງ, ຢາທາດເຫຼັກຄວນໃຫ້ບໍລິການໃນ 97 ເປີເຊັນ ຂອງສະຖານທີ່ທັງໜົດ, ແຕ່ວ່າ ຕົວຢາມີຢູ່ໃນສະຖານທີ່ ມີພຽງ 60 ເປີເຊັນ ຂອງສະຖານທີ່ບໍລິການເທົ່ານັ້ນ. ເຖິງແມ່ນວ່າພະນັກງານຈະມີຄວາມສາມາດໃນການໃຫ້ບໍລິ ການກໍ່ຕາມ, ຍັງມີບັນຫາດ້ານອຸປະກອນ ແລະ ການຢາຫຼາຍ ເຊິງສົ່ງຜົນໃຫ້ເປັນບັນຫາໃຫ້ແກ່ພະນັກງານສາທາ ລະນະສຸກໃນການປະຕິບັດຕາມຄຳແນະນໍາທີ່ກຳນົດໄວ້ໃນເວລາຝາກທ້ອງ, ຄຸ້ມຄອງພາວະຂາດສານອາຫານ, ການຕິດຕາມການຈະເລີນເຕີບໂຕຂອງເດັກ. ຕາຕະລາງ 11. ຕົວຊີ້ວັດອົງການອະນາໄມໂລກສະພາບການຕຽມພ້ອມດ້ານໂພຊະນາການ: ອຸບປະກອນ ເພື່ອບົ່ງມະຕິ, ຢາ ແລະ ອຸປະກອນການແພດ. ເຂດ ສະພາບທີ່ຕັ້້ງ ລວມ ເໜືອ ກາງ ໄຕ້ ຕົວເມືອງ ຊົນນະບົດ (%) (%) (%) (%) (%) (%) % ຂອງສະຖານບໍລິການທີ່ສາມາດໃຫ້ບໍລິການກ່ອນເກີດ: ກວດຄວາມດັນເລືອດ 94.0 94.2 91.4 95.8 100.0 91.2 ກວດເຮໂມໂກຼບິນໃນເລືອດ 8.4 20.0 2.8 4.1 7.8 8.7 ທາດເຫຼັກ 44.9 40.0 60.0 37.5 47.3 43.7 ກົດເຫຼັກ/ຟໍລິກອາສິດ 17.8 14.2 22.8 16.6 15.7 18.7 ທາດປະສົມເຫຼັກແລະ ຟໍລິກອາສິດ 55.9 62.8 42.8 60.4 53.7 60.5 ມີທາດເຫຼັກແລະອາຊິດເຫຼັກ ຫຼື ທາດປະສົມເຫຼັກແລະອາຊິດເຫຼັກ 60.1 62.8 51.4 64.5 65.7 57.5 ມີຊິ່ງຊັ່ງຜູ້ໃຫຍ່ 96.6 97.1 97.1 95.8 92.1 98.7 % ຂອງສະຖານບໍລິການສໍາລັບການປ້ອງກັນ ແລະ ປີ່ນປົວເດັກ: ເຄື່ອງແທກລວງຍາວເດັກ 66.9 60.0 47.2 87.2 66.6 67.0 ຊິ່ງຊັ່ງເດັກອ່ອອນ (ໝາຍເທື່ອລະ 250 g) 70.3 65.7 58.3 82.9 79.4 65.8 ຊິ່ງຊັ່ງເດັກນ້ອຍ (ໝາຍເທື່ອລະ100 g) 56.7 48.5 66.6 55.3 69.2 50.6 ປື້ມຕິດຕາມແມ່ແລະເດັກ 79.6 74.2 63.8 95.7 79.4 79.7 ມີການກວດເຮໂມໂກຼບິນຊະນິດໃດໜຶ່ງ 8.4 20.0 2.7 4.2 7.6 8.8 ມີເຮໂມກຸຍ ມີກ້ອງສ່ອງ 7.6 5.7 8.3 8.5 10.2 6.3 ຊອງນໍ້າທະເລຜົງ/ອໍລໍລິດ 91.5 91.4 88.8 93.6 92.3 91.1 ເມັດຢາສັງກະສີ 20.3 17.1 13.8 27.6 20.5 20.2 ວິຕາມິນອາ ຊະນິດເມັດ 63.5 62.8 75.0 55.3 58.9 65.8 ຢາຂ້າແມ່ທ້ອງ (ເມເບັນດາໂຊນແຄບ) 62.7 71.4 66.6 53.1 66.6 60.7 ທາດເຫລັດເມັດ 44.9 40.0 58.3 38.3 46.1 44.3 ແຫຼ່ງຂໍ້ມູນ: ການສຳຫຼວດສະພາບພະນັກງານສຸກສາລາຈາກກອງທຶນເພື່ອຄວາມສະເໝີພາບດ້ານຍິງຊາຍ (UFGE) ປີ 2013/14 53 ກະຊວງສາທາລະນະສຸກແຫ່ງ ສປປ ລາວ, ປື້ມຄູ່ມືການດູແລກ່ອນເກີດ ແລະ ຫລັງເກີດ. ໂພຊະນາການໃນ ສປປ ລາວ: ສາເຫດ, ຕົວກໍານົດ ແລະ ສິ່ງກີດຂວາງ 45 61. ການມີອຸປະກອນການແພດໃນຄັງທີ່ຕໍ່າອາດພາໃຫ້ອັດຕາການປົກຄຸມຂອງຢາວິຕາມິນອາ ແລະ ທາດ ເຫຼັກໃນກຸ່ມທີ່ມີຄວາມສ່ຽງສູງເຊັ່ນ ແມ່ ແລະ ເດັກ ນັ້ນຕ່ຳດ້ວຍ. ໂຄງການມີຫຼາຍວິທີການ ແລະ ຫລາຍກົນໄກໃນ ການແຈກຢາຍທີ່ແຕກຕ່າງກັນທີ່ພາໃຫ້ອັດຕາການປົກຄຸມນັ້ນແຕກຕ່າງກັນ. ຕົວຢ່າງ, ການແຈກຢາຍວິຕາມິນ ອາທີ່ເປັນເມັດດຽວໃຫ້ເດັກແມ່ນແຈກຢາຍປີໜຶ່ງສອງເທື່ອໂດຍຜ່ານການແຈກຢາຍແບບເປັນຂະບວນ ຫຼື ວັນສົ່ງ ເສີມ, ແຕ່ວ່າຢາທາດເຫຼັກແມ່ນແຈກຢາຍໃຫ້ແຕ່ແມ່ຍິງຖືພາໃນເວລາມາຝາກທ້ອງ. ຕອນກິນຢາ, ສ່ວນຫຼາຍ ຈະມີຄົນເບິ່ງແນະນຳເດັກໃນເວລາທີ່ພວກເຂົາກິນເມັດຢາວິຕາມິນອາ. ແຕ່ກົງກັນຂ້າມ, ແມ່ຍິງຄວນກິນຢານັ້ນ ທຸກໆມື້ເອງ ໂດຍບໍ່ມີການຕິດຕາມ ແລະ ມັກເລົ່າວ່າຢາມັກມີຜົນຄ້າງຄຽງເຊັ່ນ ມີອາການປວດຮາກ. ດັ່ງນັ້ນ, ນອກຈາກບັນຫາໃນການຮັບປະກັນວ່າໃຫ້ມີຢາໃນຄັງຕະຫຼອດເວລາເພື່ອແຈກຢາຍແລ້ວ, ການກິນຢາໃຫ້ຖືກ ຕາມຄຳແນະນຳນັ້ນກໍ່ເປັນບັນຫາເຊັ່ນດຽວກັນ. ດັ່ງນັ້ນ, ການແຈກຢາຍທາດເຫຼັກຈຶ່ງບໍ່ສາມາດປົກຄຸມຫຼາຍ ແລະ ໄດ້ ດີ ເ ທົ່ າ ກັ ບ ການແຈກຢາຍວິ ຕ າມິ ນ ອາຜ່ າ ນການເຮັ ດ ເປັ ນ ຂະບວນວັ ນ ສົ່ ງ ເສີ ມ . ໃນການສຳຫຼ ວ ດດັ ດ ສະນີ ໜາຍສັງຄົມລາວ 2011/2012 ເກືອບ 60 ເປີເຊັນ ຂອງເດັກໄດ້ລາຍງານວ່າໄດ້ຮັບວິຕາມິນອາເສີມໃນໄລຍະ 6 ເດືອນຜ່ານມາ, ແຕ່ເກືອບເຄິ່ງຂອງແມ່ຍິງທີ່ຄວນຈະໄດ້ຮັບຢາທາດເຫຼັກລາຍງານວ່າໃນໄລຍະທີ່ເຂົາເຈົ້າຖື ພາຜ່ານມາພວກເຂົາບໍ່ໄດ້ກິນຢາທາດເຫຼັກ ແລະ ມີພຽງ ¼ ເທົ່ານັ້ນລາຍງານວ່າ ເຂົາເຈົ້າໄດ້ກິນຢາ 90 ເມັດ ຫຼື ຫຼາຍກ່ວານັ້ນ (ເບິ່ງ ຕາຕະລາງ 12). ຕາຕະລາງ 12: ການແຈກຢາຍຈຸລະສານອາຫານ ແຂວງ ເປີເຊັນຂອງເດັກທີ່ໄດ້ຮັບ ບໍ່ໄດ້ຮັບຢາທາດເຫຼັກ ໄດ້ຮັບຢາທາດເຫຼັກນ້ອຍ ໄດ້ຮັບຢາທາດເຫຼັກ ຫລາຍກວ່າ ວິຕາມີນອາໃນໄລຍະ ໃນໄລຍະຖືພາ (ໃນໄລຍະ ກວ່າ <90 ເມັດໃນໄລຍະຖືພາ 90 ເມັດໃນໄລຍະຖືພາ 6 ເດືອນຜ່ານມາ (%) 2 ປີຜ່ານມາ) (%) (ໃນໄລຍະ2ປີຜ່ານມາ) (%) (ໃນໄລຍະ2ປີຜ່ານມາ) (%) ຜົ້ງສາລີ 48.4 75.2 14.1 9.1 ຫລວງນໍ້າທາ 80.9 35.0 16.2 47.1 ອຸດົມໄຊ 54.0 70.4 12.1 16.4 ຫົວພັນ 51.9 59.5 20.1 17.3 ຊຽງຂວາງ 52.9 53.6 7.7 35.8 ສາລະວັນ 81.4 50.9 23.8 18.4 ເຊກອງ 40.0 64.1 25.7 8.2 ບໍ່ແກ້ວ 73.3 61.1 9.1 25.2 ຫລວງພະບາງ 75.0 50.6 27.9 18.6 ຄໍາມ່ວນ 70.5 59.5 18.7 15.8 ສະຫວັນນະເຂດ 32.0 55.0 23.4 19.0 ອັດຕະປື 50.4 52.8 23.2 15.7 ນະຄອນຫລວງວຽງັຈນ 60.0 16.4 33.1 49.5 ໄຊຍະບູລີ 88.1 18.2 64.4 16.5 ແຂວງວຽງຈັນ 64.2 28.4 29.0 42.4 ບໍລິຄໍາໄຊ 48.1 37.3 17.7 44.9 ຈໍາປາສັກ 64.3 46.9 23.7 24.1 ສປປ ລາວ 59.1 47.7 24.1 25.4 ແຫຼ່ງຂໍ້ມູນ: ການສໍາຫລວດດັດສະນີໝາຍສັງຄົມລາວ (LSIS) 2011/2 46 ໂພຊະນາການໃນ ສປປ ລາວ: ສາເຫດ, ຕົວກໍານົດ ແລະ ສິ່ງກີດຂວາງ ພາກທີ່ IV. ຂໍ້ສະຫຼຸບ, ການພົວພັນທາງນະໂຍບາຍ ແລະ ຂໍ້ສະເໜີແນະຕ່າງໆ 62. ການຫຼຸດຜ່ອນພາວະຂາດສານອາຫານສຳລັບແມ່ ແລະ ເດັກໃນ ສປປ ລາວ ຕ້ອງມີການປະສົມປະສານ ຂອງຫຼາຍໆໂຄງການເພື່ອຊ່ວຍກັນເພື່ອແກ້ໄຂສາເຫດທີ່ໄດ້ລະບຸໃນທັງສາມຂັ້ນເຊັ່ນ ໂດຍກົງ, ຕົ້ນຕໍ, ແລະ ພື້ນ ຖານຂອງການຂາດສານອາຫານ. ດັ່ງທີ່ໄດ້ສະແດງໃຫ້ເຫັນໃນບົດວິເຄາະຫລາຍຕົວຜັນແປ, ສາເຫດນັ້ນແມ່ນ ມີຫຼາຍລັກສະນະ, ຮູບການ ແລະ ກວມເອົາຫຼາຍຂະແໜງການ. ໂດຍເລີ່ມຈາກປັດໃຈຕົວກຳນົດທີ່ເກີດຂື້ນ ກ່ອນເດັກຈະເກີດເຊັ່ນ: ຄວາມສູງຂອງແມ່, ແມ່ຖືພາໃນໄວໜຸ່ມ/ອາຍຸຍັງນ້ອຍ, ພາວະໂພຊະນາການຂອງແມ່ ແລະ ປັດໃຈຕົວກຳນົດຫຼັງຈາກເດັກນັ້ນເກີດເຊັ່ນ: ອາຫານທີ່ເດັກບໍລິໂພກນັ້ນບໍ່ພຽງພໍ ແລະ ບໍ່ຫລາກຫລາຍ, ພາວະການໄດ້ຮັບສານຈຸລະສານອາຫານ ແລະ ສິ່ງແວດລ້ອມດ້ານສຸຂະພິບານ ແລະ ສຸຂະອະນາໄມເຊັ່ນ ການຖ່າຍຊະຊາຍ. ນອກຈາກນັ້ນ, ມາດຖານທາງສັງຄົມໂດຍສະເພາະມາດຖານດ້ານບົດບາດຍິງ-ຊາຍ ແລະ ພຶດຕິກຳແມ່ນສາເຫດພື້ນຖານທີ່ສົ່ງຜົນຕໍ່ການຂາດໂພຊະນາການ. ໂພຊະນາການໃນ ສປປ ລາວ: ສາເຫດ, ຕົວກໍານົດ ແລະ ສິ່ງກີດຂວາງ 47 63. ການປ່ຽນແປງພຶດຕິກໍາໂດຍເນັ້ນໃສ່ພຶດຕິກຳການລ້ຽງດູເດັກ ແລະ ໃຫ້ອາຫານເສີມຢ່າງຖືກຕ້ອງ ແມ່ນ ມີຄວາມສໍາຄັນຫຼາຍໃນການຫຼຸດຜ່ອນພາວະຂາດສານອາຫານໃນອະນາຄົດ. ບົດຄົ້ນຄວ້າໄດ້ສະແດງໃຫ້ເຫັນວ່າ ການຂາດອາຫານທີ່ມີຄຸນນະພາບເປັນຕົວກຳນົດຂອງການຂາດໂພຊະນາການທີ່ສຳຄັນກ່ວາການມີອາຫານ ຫຼື ຄວາມສາມາດເຂົ້າເຖິງອາຫານ, ເຊິງສາມາດເຊື່ອມໂຍງມາຫາຄວາມຮູ້ ແລະ ພຶດຕິກຳດ້ານໂພຊະນາການທີ່ຕ່ຳ. ຄວາມພະຍາຍາມໃນການປ່ຽນແປງພຶດຕິກຳຂອງແມ່ຢ່າງດຽວອາດຈະບໍ່ພຽງພໍ ແລະ ສຳເລັດ. ຍ້ອນວ່າຢູ່ ສປປ ລາວ, ແມ່ສ່ວນຫຼາຍແມ່ນມີອາຍຸນ້ອຍ ແລະ ຍັງຟັງຄຳແນະນຳ ຫຼື ຄຳເຫັນຂອງສະມາຊິກໃນຄອບຄົວເຊັ່ນ: ແມ່ເຖົ້າ-ແມ່ຍ່າ ແລະ ຜົວ, ແລະ ເປັນເລື່ອງທີ່ພົບເຫັນເລື້ອຍໆວ່າແມ່ຍິງທີ່ຖືພາໃນຊົນນະບົດນັ້ນໄດ້ຮັບຄຳ ແນະນຳຈາກສະມາຊິກຄອບຄົວຂອງລາວວ່າຄວນຈະກິນອາຫານໜ້ອຍ ເພື່ອທີ່ເດັກຈະໂຕນ້ອຍ ແລະ ເກີດ ງ່າຍ. ການສື່ສານເພື່ອປຽ່ນແປງພຶດຕິກໍາທາງສັງຄົມ ໂດຍລວມມີ: ການໃຫ້ຄໍາປຶກສາດ້ານໂພຊະນາການແມ່ນ ມີຄວາມຈຳເປັນທີ່ສຸດເພື່ອປຽ່ນແປງວິທີການດູແລແມ່ໃນຊ່ວງໄລຍະຖືພາ, ການລ້ຽງດູເດັກ ແລະ ໃຫ້ອາຫານ ເສີມຢ່າງຖືກຕ້ອງ, ຄຽງຄູ່ກັບການປ່ຽງແປງພຶດຕິກຳດ້ານການຮັກສາສຸຂະອະນາໄມ ແລະ ສຸຂາພິບານໃຫ້ດີຂື້ນ, ເພີ່ມການບໍລິການດ້ານສຸຂະພາບ ແລະ ໂພຊະນາການ, ສ້າງຄວາມຕ້ອງການໃນການເພີ່ມການບໍລິການທີ່ ສຳຄັນ ແລະ ຈຳເປັນເພື່ອປັບປຸງພື້ນຖານໂຄງລ່າງດ້ານນໍ້າສະອາດ, ສຸຂະອະນາໄມ ແລະ ສຸຂາພິບານ. ການ ຈັດຕັ້ງປະຕິບັດເພື່ອແກ້ໄຂບັນຫານັ້ນຈຳເປັນຕ້ອງໄດ້ເຮັດທັງສອງທາງ: ປັບປຸງດ້ານການບໍລິການ ແລະ ສ້າງ ຄວາມຕ້ອງການໄປພ້ອມໆກັນ. 64. ຂັ້ນຕອນທຳອິດ ແມ່ນຄວນເລັ່ງໃສ່ການຂະຫຍາຍວຽກງານການສື່ສານເພື່ອປຽ່ນແປງພຶດຕິກຳທາງສັງ ຄົມ (SBCC) ດ້ານໂພຊະນາການຢູ່ຂັ້ນບ້ານ ໂດຍແນ່ໃສ່ແມ່, ຜູ້ລຽ້ງເດັກ ແລະ ຜູ້ທີ່ມີອິດທິພົນສູງຕໍ່ແມ່ໃນຄອບ ຄົວ (ເຊັ່ນ: ຜູ້ເຖົ້າຜູ້ແກ່ ແລະ ຜົວ). ວຽກງານນີ້ສາມາດຈັດຕັ້ງປະຕິບັດໂດຍການຈັດການສົນທະນາສຶກສາ ດ້ານ ໂພຊະນາການເປັນກຸ່ມໃນບ້ານເປັນປະຈຳ ຄ່ຽງຄູກັບການໃຫ້ຄຳປຶກສາສ່ວນບຸກຄົນໃນຄົວເຮືອນຂອງແມ່ຍິງຖື ພາ, ແມ່ທີ່ລ້ຽງລູກດ້ວຍນົມແມ່ (ແມ່ລູກອອ່ນ) ແລະ ແມ່ທີ່ມີລູກອາຍຸຕ່ຳກວ່າ 2 ປີໂດຍພະນັກງານສາທາລະນາສຸກ ໃນເວລາລົງໄປຢ້ຽມຢາມເຄື່ອນໄຫວຢູ່ຂັ້ນບ້ານ. ວຽກງານນີ້ ຈະຕ້ອງໄດ້ຖືກເສີມດ້ວຍຂະບວນການໂຄສະນາສື່ ມວນຊົນ. 65. ຂັ້ ນ ຕອນທີ່ ສ ອງແມ່ ນ ການແກ້ ໄ ຂປັ ບ ປຸ ງ ການຕິ ດ ຕາມການຈະເລີ ນ ເຕີ ບ ໂຕຂອງເດັ ກ ທີ່ ຈັ ດ ຕັ້ ງ ປະຕິ ບັດໂດຍພະນັກງານສາທາລະນະສຸກໃຫ້ດີຂື້ນ, ໂດຍສະເພາະແມ່ນທັກສະຄວາມສາມາດ ແລະ ການສ້າງ ຄວາມເຂັ້ມແຂງ/ເຊື່ອໜັ້ນຂອງພະນັກງານດັ່ງກ່າວໃນການໃຫ້ຄໍາປຶກສາດ້ານໂພຊະນາການ ແລະ ການຕິດ ຕາມການຈະເລີນເຕີບໂຕຂອງເດັກ. ໃນປັດຈຸບັນນີ້, ມີພະນັກງານສາທາລະນາສຸກບາງຄົນທີ່ບໍ່ສາມາດບົ່ງມະ ຕິການຂາດສານອາຫານຊໍ່າເຮື້ອແບບເຕ້ຍໄດ້ ຫຼື ເຂົ້າໃຈສະພາບລວມຂອງບັນຫາເຊິງເຮັດໃຫ້ເຂົາເຈົ້າບໍ່ສາ ມາດສື່ສານຂໍ້ມູນໃຫ້ແມ່ໄດ້. ສ່ວນຫຼາຍພົບເຫັນວ່າພະນັກງານຮັກສາສຸຂະພາບຂັ້ນຕົ້ນພຽງແຕ່ເກັບກຳຕົວເລກ ການຈະເລີນເຕີບໂຕຂອງເດັກ ເພື່ອເປັນຂໍ້ມູນທາງສະຖິຕິເທົ່ານັ້ນ. ດັ່ງນັ້ນ, ຈຶ່ງຈຳເປັນຕ້ອງໄດ້ມີການອົບຮົມ ແບບເລັ່ງລັດແກ່ພະນັກງານສຸກສາລາ ເພື່ອໃຫ້ເຂົາເຈົ້າສາມາດສື່ສານໃຫ້ຂໍ້ມູນກັບແມ່ຢ່າງມີປະສິດທິຜົນດ້ານ ໂພຊະນາການ ແລະ ຕິດຕາມການຈະເລີນເຕີບໂຕຂອງເດັກ, ພ້ອມທັງໃຫ້ຄຳປຶກສາດ້ານການໃຫ້ອາຫານ ເສີມຢ່າງຖືກຕ້ອງ ແລະ ການລຽ້ງດູເດັກອ່ອນລວມທັງວິທີການດູແລໂພຊະນາການຊ່ວງໄລຍະແມ່ຖືພາ, ການ ຮັກສາສຸຂະອະນາໄມ ແລະ ສຸຂາພິບານໂດຍສົ່ງເສີມການປ່ຽນແປງພຶດຕິກຳດັ່ງກ່າວ. ເພື່ອໃຫ້ບັນລຸສິ່ງເຫຼົ່າ ນັ້ນ, ມີຄວາມຈຳເປັນຕ້ອງໄດ້ມີການ: (i) ສ້າງຫຼັກສູດອົບຮົມການໃຫ້ຄໍາປຶກສາດ້ານໂພຊະນາການສຳລັບນັກ ຮຽນແພດ ແລະ ຜູ້ທີ່ເປັນພະນັກງານແລ້ວ, (ii) ສ້າງຄູຝຶກທີ່ເຂັ້ມແຂງຢູ່ຂັ້ນສູນກາງ ແລະ ຂັ້ນແຂວງເພື່ອຂະ ຫຍາຍວຽກງານການຝຶກອົບຮົມດັ່ງກ່າວໄປເຖິງທຸກໆເມືອງ, ສຸກສາລາ ແລະ ອາສາສະໜັກບ້ານ ແລະ ຜູ້ອຳ ນວຍຄວາມສະດວກຂັ້ນບ້ານ, (iii) ການຝຶກອົບຮົມວິທີການໃຫ້ຄຳປຶກສາດ້ານໂພຊະນາການຄວນຂະຫຍາຍໃຫ້ ກ້ວາງໃນທຸກລະດັບໂດຍມີຈຸດສຸມໃສ່ທຸກຮູບແບບຂອງການຂາດສານອາຫານ, (iv) ຈັດໃຫ້ມີການກວດກາຕິດ ຕາມປະເມີນຄວາມອາດສາມາດຂອງພະນັກງານໃນການໃຫ້ຄຳປຶກສາດ້ານໂພຊະນາການເປັນປະຈຳ. ແຜນ ການບໍລິການແບບເຊື່ອມສານສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່ ແລະ ເດັກນ້ອຍແຫ່ງຊາດຄວນມີການ ທົບທວນຄືນ ເພື່ອໃຫ້ມີວຽກງານການຕິດຕາມຈະເລີນເຕີບໂຕຂອງເດັກ ແລະ ການໃຫ້ຄຳປຶກສາດ້ານໂພຊະ ນາການກຳນົດເຂົ້າໃນເວລາປະຕິບັດການບໍລິການເຄື່ອນທີ່ທຸກຄັ້ງ ແລະ ມີຂໍ້ກຳນົດທີ່ໃຫ້ອາສາສະໜັກບ້ານສາ ມາດດຳເນີນການຕິດຕາມການຈະເລີນເຕີບໂຕຂອງເດັກ ແລະ ໃຫ້ຄໍາປຶກສາດ້ານໂພຊະນາການໄດ້ໃນເຂດ ຫ່າງໄກທີ່ເຂົ້າເຖິງການບໍລິການຢູ່ສຸກສາລາໄດ້ຍາກ. 48 ໂພຊະນາການໃນ ສປປ ລາວ: ສາເຫດ, ຕົວກໍານົດ ແລະ ສິ່ງກີດຂວາງ 66. ມີຄວາມຈຳເປັນຕ້ອງມີວິທີການໃຫ້ການບໍລິການວຽກງານໂພຊະນາການຢູ່ຂັ້ນບ້ານ ເພື່ອສົ່ງເສີມການໃຫ້ ບໍລິການທີ່ມີຢູ່ໃນຂັ້ນສຸກສາລາ. ຍ້ອນວ່າການຊົມໃຊ້ການບໍລິການຢູ່ສຸກສາລານັ້ນຍັງຕໍ່າເນື່ອງຈາກຫຼາຍໆ ປັດໃຈເຊັ່ນ: ປັດໃຈການເງິນ ແລະ ຄວາມຫ່າງໄກຂອງສະຖານທີ່ຈຸດບໍລິການ, ລວມທັງປັດໃຈສ່ວນບຸກຄົນ, ວັດທະນະທຳ, ຄວາມເຂົ້າໃຈ ແລະ ຮີດຄອງປະເພນີ. ສິ່ງເຫຼົ່ານີ້ແມ່ນມີຜົນທີ່ສຸດຕໍ່ກັບການຮັກສາສຸຂະພາບ ຂອງແມ່, ການລຽ້ງດູເດັກອ່ອນ, ເດັກນ້ອຍ ແລະ ການໃຫ້ອາຫານເສີມຢ່າງຖືກຕ້ອງ. ດັ່ງນັ້ນ, ຄວາມພະຍາ ຍາມໃນການເຂົ້າເຖິງ ແລະ ໃຫ້ບໍລິການແມ່ຍິງໃນຊຸມຊົນເຫຼົ່ານີ້ພ້ອມດ້ວຍການສົມທົບກັບການສື່ສານເພື່ອປ່ຽນ ແປງພຶດຕິກຳສັງຄົມແມ່ນມີທ່າແຮງທີ່ຈະເພີ່ມພູນປະສິດທິພາບ ແລະ ປະສິດທິຜົນຂອງການໃຫ້ບໍລິການໂພຊະ ນາການຕາມສະຖານທີ່ບໍລິການສາທາລະນາສຸກຕ່າງໆ. 67. ການເອົາໃຈໃສ່ຈາກລັດຖະບານແຫ່ງ ສປປ ລາວ ທີ່ຈະພັດທະນາຍຸດທະສາດແຜນປະຕິບັດງານ ແຫ່ ງ ຊາດດ້ າ ນການສື່ ສ ານເພື່ ອ ປ່ ຽ ນແປງພຶ ດ ຕິ ກໍ າ ທາງສັ ງ ຄົ ມ ດ້ າ ນໂພຊະນາການໄດ້ ສ ະແດງໃຫ້ ເ ຫັ ນ ຄວາມ ຕັ້ງໃຈຂອງລັດຖະບານຕໍ່ການປັບປຸງວຽກງານສາທາລະນາສຸກ ແລະ ໂພຊະນາການຢູ່ ສປປ ລາວ, ແຕ່ການ ຂາດແຄນຄວາມຮູ້ກ່ຽວກັບໂພຊະນາການ ແລະ ຂາດທັກສະຄວາມຊໍານິຊໍານານໃນການໃຫ້ຄໍາປຶກສາ ເພື່ອ ສົ່ ງ ເສີ ມ ການປ່ ຽ ນແປງພຶ ດ ຕິ ກໍ າ ໃນກຸ່ ມ ພະນັ ກ ງານສາທາລະນະສຸ ກ ຍັ ງ ຄົ ງ ເປັ ນ ອຸ ປ ະສັ ກ ທີ່ ໜັ ກ ໜາສົ ມ ຄວນ. ເວລານີ້ຖືວ່າເປັນໂອກາດອັນດີເລີດສໍາລັບບັນດາອົງການຈັດຕັ້ງພາກລັດຖະບານ ແລະ ຄູ່ຮ່ວມພັດທະນາ ສາກົນຕ່າງໆໃນການຮ່ວມມືກັນພັດທະນາວິທີການ, ຂໍ້ຄວາມຫລັກທີ່ຈະນຳໃຊ້ໃນການປ່ຽນແປງພຶດຕິກໍາ, ເຄື່ອງມືຕ່າງໆ, ຊ່ອງທາງໃນການສື່ສານ ແລະ ແຜນປະຕິບັດງານ ເພື່ອສົ່ງເສີມໃຫ້ເກີດການປ່ຽນແປງພຶດຕິກໍາ ທາງສັງຄົມ ໂດຍການຕອບສະໜອງຢ່າງເໝາະສົມຕາມຊ່ອງຫວ່າງດ້ານຄວາມຮູ້ ໃນກຸ່ມປະຊາກອນເປົ້າໝາຍ. ພະນັກງານສຸກສາລາ ແລະ ຜູ້ອໍານວຍຄວາມສະດວກ/ອາສາສະໝັກຂັ້ນບ້ານ (ຕົວຢ່າງ. ອສບ, ສະມາຊິກ ສະຫະພັນແມ່ຍິງລາວ ເປັນຕົ້ນ.) ແມ່ນເປັນກະດູກສັນຫລັງ ແລະ ຕົວແທນທີ່ສໍາຄັນທີ່ສຸດໃນການຈັດຕັ້ງປະຕິ ບັດວຽກງານການສື່ສານເພື່ອປ່ຽນແປງພຶດຕິກໍາທາງສັງຄົມຢູ່ຂັ້ນຊຸມຊົນ. ເນື່ອງຈາກຄວາມຮູ້ກ່ຽວກັບໂພຊະນາ ການໃນກຸ່ມພະນັກງານສາທາລະນະສຸກ ແລະ ອາສາສະໝັກຂັ້ນບ້ານຍັງມີຈໍາກັດ, ການສ້າງຄວາມເຂັ້ມແຂງ ດ້ານຄວາມຮູ້ ແລະ ຄວາມອາດສາມາດຂອງພະນັກງານ ແລະ ອາສາສະໝັກເຫລົ່ານັ້ນ ເພື່ອໃຫ້ເຂົາເຈົ້າ ສາມາດສົ່ງຕໍ່ຂໍ້ຄວາມ ແລະ ຄວາມຮູ້ເພື່ອໃຫ້ເກີດການປ່ຽນແປງພຶດຕິກໍາທາງສັງຄົມດ້ານໂພຊະນາການຢ່າງມີ ປະສິດທິພາບ ຖືເປັນບູລິມະສິດທີ່ສຸດ. 68. ມີຄວາມຈໍາເປັນທີ່ຈະຕ້ອງຈັດສັນພະນັກງານເພີ່ມ, ໂດຍສະເພາະພະນັກງານເພດຍິງດ້ານຜະດຸງຄັນ ແລະ ພະຍາບານໃນຂັ້ນສຸກສາລາ ເພື່ອໃຫ້ມີພະນັກງານພຽງພໍໃນການສະໜອງການບໍລິການສຸຂະພາບ ແລະ ໂພຊະນາການ ທີ່ຈໍາເປັນໃຫ້ແກ່ປະຊາຊົນໃນເຂດທີ່ປົກຄຸມ. ນອກຈາກນັ້ນ, ຄວນຮັບປະກັນໃຫ້ມີຫລາກຫລາຍ ຊົນເຜົ່າໃນກຸ່ມພະນັກງານທີ່ຢູ່ສະຖານທີ່ບໍລິການສາທາລະນະສຸກ ເພື່ອຊ່ວຍຫລຸດຜ່ອນບັນຫາອຸປະສັກທາງ ພາສາກັບບັນດາຊົນເຜົ່າທີ່ມາໃຊ້ບໍລິການ, ດັ່ງທີ່ໄດ້ເປີດເຜີຍໃນການສຶກສາແບບຄຸນນະພາບ. 69. ສາມາດແກ້ໄຂບັນຫາ ບໍ່ໄດ້ຮັບຈຸລະສານອາຫານຢ່າງພຽງພໍໄດ້ໃນໄລຍະສັ້ນ ຈາກການສົ່ງເສີມໂຄງ ການແຈກຢາຍຈຸລະສານອາຫານເສີມ. ການແຈກຢາຍຢາ ວິຕາມິນອາ ແລະ ທາດເຫຼັກຕ້ອງໄດ້ຮັບການປັບປຸງ ເພື່ອຍົກສູງເຂດປົກຄຸມ. ເຖິງວ່າຂໍ້ມູນຕິດຕາມຕົວຊີ້ວັດການບໍລິການດ້ານໂພຊະນາການມີຈໍາກັດ, ການສຳຫຼວດ ສະພາບພະນັກງານສຸກສາລາຈາກກອງທຶນເພື່ອຄວາມສະເໝີພາບດ້ານຍິງຊາຍ (UFGE ປີ 2013/14), ໄດ້ສະ ແດງໃຫ້ເຫັນຢ່າງຊັດເຈນວ່າໃນກຸ່ມພະນັກງານສຸກສາລາມີຂໍ້ຈຳກັດໃນການໃຫ້ບໍລິການໂພຊະນາການ. ຍ້ອນ ວ່າສຸກສາລາມີໜ້າທີ່ຮັບຜິດຊອບຫຼັກໃນການໃຫ້ບໍລິການໂພຊະນາການ, ແຕ່ວ່າສ່ວນຫຼາຍບໍ່ມີເຄື່ອງມື, ອຸປະ ກອນ ແລະ ຢາ. ສົ່ງເສີມໂພຊະນາການພຽງພໍພ້ອມທັງຂາດແຄນພະນັກງານໃນການໃຫ້ບໍລິການ ເພື່ອແກ້ໄຂ ແລະ ຍົກສູງສະພາບໂພຊະນາການ. ໂພຊະນາການໃນ ສປປ ລາວ: ສາເຫດ, ຕົວກໍານົດ ແລະ ສິ່ງກີດຂວາງ 49 70. ການລົງທຶນເພີ່ມເຕີມໃນຂະແໜງທີ່ກ່ຽວຂ້ອງກັບໂພຊະນາການມີຄວາມຈໍາເປັນຫຼາຍ. ຂໍ້ມູນໃໝ່ໆນີ້ໄດ້ ສະແດງໃຫ້ເຫັນວ່າເດັກທີ່ໄດ້ຮັບເຊື້ອພະຍາດທີ່ມາຈາກອາຈົມ (ໂດຍສະເພາະຈາກຜົນຂອງການຖ່າຍຊະຊາຍ) ແມ່ນມີຄວາມສ່ຽງທີ່ຈະກາຍເປັນເດັກຂາດສານອາຫານຊໍ່າເຮື້ອແບບເຕ້ຍສູງ, ໝາຍວ່າ, ໂຄງການໃດທີ່ຢາກຈະ ປັບປຸງໂພຊະນາການຂອງເດັກນ້ອຍໃຫ້ດີຂື້ນນັ້ນຕ້ອງໄດ້ເອົາວຽກງານປັບປຸງສຸຂາພິບານ, ສຸຂະອະນາໄມ, ແລະ ນໍ້າສະອາດໄປພ້ອມໆກັນໃນທົ່ວປະເທດ. ນະໂຍບາຍສົ່ງເສີມໃຫ້ຊຸມຊົນເປັນເຈົ້າການວຽກງານດ້ານສຸຂະອະນາ ໄມແມ່ນວິທີການໜຶ່ງທີ່ຕ້ອງໄດ້ສົ່ງເສີມ ແລະ ຂະຫຍາຍໃຫ້ກວ້າງຂວາງຂື້ນ. ນອກຈາກນັ້ນ, ຄວນເພີ່ມການສົ່ງ ເສີມໃຫ້ນໍາໃຊ້ນໍ້າ ເພື່ອຮັກສາສຸຂະອະນາໄມທີ່ດີ, ໂດຍເລັ່ງເຫັນຄວາມສຳຄັນໃນການລົງທຶນໃສ່ໂຄງລ່າງສະ ໜອງນ້ຳໃນເຂດຊົນນະບົດ ແລະ ການລົງທຶນໃສ່ການປຽ່ນແປງພຶດຕິກຳນັ້ນຕ້ອງໄດ້ໄປຄຽງຄູ່ກັບການປັບປຸງ ໂຄງລ່າງ ແລະ ສະໜັບສະໜຸນການຄຸ້ມຄອງສິ່ງກໍ່ສ້າງໂດຍຊຸມຊົນ. ຂະແໜງກະສິກໍາມີບົດບາດສຳຄັນໃນການ ແກ້ໄຂບັນຫາສະພາບການຂາດສານອາຫານ, ໂດຍສະເພາະໃນດ້ານ (i) ການສົ່ງເສີມຄວາມຫລາກຫລາຍຂອງ ຜົນຜະລິດກະສິກຳ (ເຊັ່ນ ການເຮັດສວນຄົວ ແລະ ລ້ຽງສັດນ້ອຍ) ແລະ (ii) ຍົກສູງລາຍຮັບດ້ານກະສິກຳ ແລະ ຄົວເຮືອນ ເພື່ອສ້າງໂອກາດໃນການນໍາໃຊ້ລາຍຮັບເພີ່ມນັ້ນ ໄປຊື້ອາຫານໃຫ້ມີຄວາມຫຼາກຫຼາຍທີ່ມີຂາຍຢູ່ໃນຕະ ຫຼາດທ້ອງຖິ່ນ. ແຕ່ເຖິງຢ່າງໃດກໍ່ຕາມ, ສິ່ງສຳຄັນທີ່ຄວນຄຳນຶງແມ່ນວ່າ ການເພີ່ມຄວາມຫຼາກຫຼາຍຂອງຜົນຜະ ລິດກະສິກຳອາດມີຜົນສະທ້ອນພຽງເລັກນ້ອຍຕໍ່ການກິນຂອງເດັກ. ດັ່ງນັ້ນ, ມີຄວາມຈຳເປັນທີ່ຈະຕ້ອງເອົາໃຈໃສ່ ເພີ່ມຄວາມຫລາກຫລາຍຂອງຜົນຜະລິດກະສິກຳຂອງຄົວເຮືອນຄຽງຄູໄປກັບການສື່ສານ ເພື່ອປຽ່ນແປງພຶດ ຕິກຳ-ສັງຄົມ ເພື່ອປຽ່ນແປງວິທີການລ້ຽງດູເດັກອ່ອນ, ເດັກນ້ອຍ ແລະ ການໃຫ້ອາຫານເສີມຢ່າງຖືກຕ້ອງ. 71. ການແກ້ໄຂປັດໃຈທາງສັງຄົມ, ບົດບາດຍິງ-ຊາຍ ແລະ ວັດທະນະທໍາປະເພນີ ທີ່ເປັນສາຍເຫດຂັບເຄື່ອນ ການຂາດສານອາຫານລະຫວ່າງລຸ່ນຄົນ ແມ່ນມີຄວາມຈຳເປັນ. ເດັກທີ່ເກີດຈາກແມ່ໄວໜຸ່ມທີ່ມີໂອກາດສູງກ່ວາ ທີ່ຈະກາຍເປັນເດັກຂາດສານອາຫານຊໍ່າເຮື້ອແບບເຕ້ຍ ໂດຍທີ່ລວມເອົາປັດໃຈອື່ນໆເຂົ້າແລ້ວກໍ່ຕາມ. ເຊິງໄດ້ ສະແດງໃຫ້ ເ ຫັ ນ ວ່ າ ການແກ້ ໄ ຂບັ ນ ຫາການຖື ພ າກ່ ອ ນໄວຂອງແມ່ ຍິ ງ ໄວໜຸ່ ມ ມີ ຄ ວາມສຳຄັ ນ ຫຼ າ ຍໃນການ ແກ້ໄຂບັນຫາການຂາດໂພຊະນາການໃນເດັກນ້ອຍ. ດັ່ງນັ້ນ, ຄວນມີກິດຈະກຳອື່ນໆທີ່ນອກເໜືອຈາກ ຂະແໜງ ສາທາລະນະສຸກ. ຕົວຢ່າງ, ການສຸມໃສ່ສົ່ງເສີມໂອກາດໃຫ້ຍິງໄວໜຸ່ມສືບຕໍ່ຮຽນຫນັງສືໃຫ້ໄດ້ດົນທີ່ສຸດ ຢ່າງໜ້ອຍ ຮອດຊັ້ນມັດທະຍົມ ແລະ ຄວນສ້າງຂະບວນການໂຄສະນາສື່ມວນຊົນ ເພື່ອປຽ່ນແປງພຶດຕິກຳທາງສັງຄົມເລັ່ງ ໃສ່ການສະລໍການແຕ່ງງານຊ່ວງໄວໜຸ່ມ ແລະ ໃຫ້ລໍຖ້າຈົນກວ່າຮອດອາຍຸທີ່ໜາະສົມ. 72. ໂດຍລວມ, ບໍ່ມີວິທີການດຽວທີ່ຈະແກ້ໄຂບັນຫາການຂາດໂພຊະນາການ. ຕ້ອງນຳໃຊ້ວິທີການຮ່ວມມື ຂອງຫຼາຍຝ່າຍ ແລະ ເຊື່ອມສານຫຼາຍຂະແໜງການຄື: “ການສ້າງແຜນຮ່ວມກັນ, ຈັດຕັ້ງປະຕິບັດໂດຍຂະແໜງ ການ ແລະ ຕິດຕາມປະເມີນຮ່ວມກັນ”. ບົດຄົ້ນຄວ້ານີ້ໄດ້ລົງເລິກ ແລະ ອະທິບາຍໃຫ້ເຫັນຢ່າງຈະແຈ້ງວ່າການ ແກ້ ໄ ຂແຕ່ ລ ະປັ ດ ໃຈຕາມລຳພັ ງ ແມ່ ນ ມີ ຜົ ນ ໄດ້ ຮັ ບ ຈຳກັ ດ ຕໍ່ ກ ານຫລຸ ດ ຜ່ ອ ນການຂາດສານອາຫານຖ້ າ ທຽບໃສ່ ການປະສົ ມ ປະສານວິ ທີ ກ ານແກ້ ໄ ຂຫຼ າ ຍປັ ດ ໃຈໂດຍລວມຫຼ າ ຍຂະແໜງການໄປພ້ ອ ມໆກັ ນ ນັ້ ນ . ຍ້ ອ ນວ່ າ ສາ ເຫດຂອງພາວະການຂາດສານອາຫານນັ້ ນ ບໍ່ ແ ມ່ ນ ມີ ສ າເຫດດຽວແຕ່ ພົ ວ ພັ ນ ເກາະກ່ ຽ ວຫຼາຍປັ ດ ໃຈ, ດັ່ ງ ນັ້ ນ ຈຶ່ ງ ຕ້ອງໄດ້ມີວິທີການປະຕິບັດວຽກຮ່ວມກັນ ໂດຍທີ່ມີທຸກຝ່າຍ ແລະ ທຸກຂະແໜງມີສ່ວນຮ່ວມ. 50 ໂພຊະນາການໃນ ສປປ ລາວ: ສາເຫດ, ຕົວກໍານົດ ແລະ ສິ່ງກີດຂວາງ ໂພຊະນາການໃນ ສປປ ລາວ: ສາເຫດ, ຕົວກໍານົດ ແລະ ສິ່ງກີດຂວາງ 51 References Alderman, Harold, and Jere R. Behrman. 2006. ການລຸດຜ່ອນອັດຕາການມີນໍ້າໜັກຕໍ່າໃນປະເທດກໍາ ລັງພັດທະນາແມ່ນມີຜົນກໍາໄລທາງດ້ານເສດຖະກິດ. World Bank Research Observer 21 (1): 25–48. doi:10.1093/wbro/lkj001. Arimond, Mary, and Marie T. Ruel. 2004. ຄວາມຫລາກຫລາຍໃນການບໍລິໂພກແມ່ນມີປະກອບສ່ວນ ກັບສະພາບໂພສະນາການໃນເດັກ: ຫລັກຖານຈາກ11 ການສໍາຫລວດດ້ານປະຊາກອນ ແລະ ສຸຂະພາບ. The Journal of Nutrition 134 (10): 2579–85. doi:0022-3166/04. Bagriansky, J. and Voladet, S., 2013. ຜົນສະທ້ອນດ້ານເສດຖະກິດຈາກການຂາດສານອາຫານໃນສປປ ລາວ: ບົດລາຍງານການປະເມີນຄວາມສູນເສຍ. UNICEF/NERI: Vientiane, Laos. Barros, A.J., Ronsmans, C., Axelson, H., Loaiza, E., Bertoldi, A.D., França, G.V., Bryce, J., Boerma, J.T. and Victora, C.G., 2012. ການນັບຖອຍຫລັງເຖິງປີ 2015 ດ້ານການຈັດຕັ້ງປະຕິບັດຄວາມ ສະເໝີພາບໃນການໃຫ້ການບໍລິການສຸຂະພາບແມ່, ເດັກນ້ອຍ ແລະ ເດັກອອ່ນ: ການເບີ່ງຄືນກ່ຽວກັບການສຶກ ສາຂໍ້ມູນຂອງ 54ປີ. The Lancet,379 (9822), pp.1225-1233. Black, Robert E, Cesar G Victora, Susan P Walker, Zulfiqar A Bhutta, Parul Christian, Mercedes de Onis, Majid Ezzati, et al. 2013. “ການຂາດສານອາຫານ ແລະ ການຕຸ້ຍໃນເດັກຂອງ ປະເທດກໍາລັງພັດທະນາ ແລະ ປະເທດທີ່ມີສະພາບເສດຖະກິດປານກາງ.” Lancet 382 (9890): 427–51. doi:10.1016/S0140-6736(13)60937-X. Dewey K and Huffman. 2009. ສະພາບໂພຊະນາການຂອງແມ່, ເດັກ ແລະ ເດັກອອ່ນ: ການລະດົມຄວາມ ພະຍາຍາມເພື່ອໃຫ້ເກີດປະໂຫຍດສູງສຸດໃນການເຕີບໃຫຍ່ຂອງເດັກ ແລະ ສະພາບຈຸລະສານອາຫານ. Food Nutrition Bulletin;32:S187-9. Dillon, Andrew, Kevin McGee, and GbemisolaOseni. 2014. ການຜະລິດດ້ານກະສິກໍາ, ຄວາມຫລາກ ຫລາຍດ້ານການບໍລິໂພກ ແລະ ການປ່ຽນແປງອາກາດ. The Journal of Development Studies 51 (8): 976–95. doi:10.1080/00220388.2015.1018902. Daniels, M C, L S Adair, B M Popkin, and Y K Truong. 2009. ຄະແນນຂອງຄວາມຫລາກຫລາຍດ້ານການ ບໍລິໂພກສາມາດປັບປຸງໃຫ້ດີຂື້ນໂດຍຜ່ານການບໍລິໂພກທີ່ເໝາະສົມ: ການຄົ້ນຄວ້າເດັກໃນປະເທດຟີລິບປີນ. European Journal of Clinical Nutrition 63 (2): 199–208. doi:10.1038/sj.ejcn.1602927. Disha, AD, R Rawat, A Subandoro, and P Menon. 2012. ການປະຕິບັດການລ້ຽງດູເດັກນ້ອຍ ແລະ ເດັກອອ່ນໃນປະເທດເອທິໂອເປັຍແລິຊໍາເບັຍສົມທົບກັບກັບໂພສະນາການເດັກ: ຂໍ້ມູນການວິໃຈພົນລະເມືອງ ແລະສຸຂະພາບ. African Journal of Food, Agriculture, Nutrition and Development 12 (2): 5895– 5914. doi:10.4314/ajfand.v12i2. FANTA, and FAO. 2014. “ການລິເລີ້ມຄວາມລຸດຜ່ອນຄວາມຫລາກຫລາຍດ້ານໂພຊະນາການ-ດັດສະນີ ໝາຍຄວາມຫລາກຫລາຍດ້ານໂພຊະນາການໃນໝວດແມ່ຍິງ” 2014–15. http://www.fantaproject.org/ monitoring-and-evaluation/minimum-dietary-diversity-women-indicator-mddw 52 ໂພຊະນາການໃນ ສປປ ລາວ: ສາເຫດ, ຕົວກໍານົດ ແລະ ສິ່ງກີດຂວາງ Gillespie, A, H Creed-Kanashiro, D Sirivongsa, D Sayakoumanne, and R Galloway. 2004. ການປຶກສາກັບຜູ້ດູແລເດັກ: ນໍ້າໃຊ້ວິທີການຄົ້ນຄວ້າແບບຕໍ່ເນື່ອງເພື່ອປັບປຸງການດູແລຮັກສາແມ່, ເດັກນ້ອຍ ແລະ ເດັກອ່ອນ ແລະ ການລ້ຽງດູເດັກໃນ ສປປ ລາວ. HNP Working Paper, World Bank, Washington, DC ລັດຖະບານ ສປປ ລາວ. 2015. ຍຸດທະສາດແຫ່ງຊາດດ້ານໂພຊະນາການເຖິງປີ 2025 ແລະ ແຜນປະຕິບັດງານ 2016-2020 ລັດຖະບານ ສປປ ລາວ. 2015, ອົງການສະຫະປະຊາຊາດ. 2013. ບົດລາຍງານຄວາມກ້າວໜ້າຂອງເປົ້າໝາຍ ສະຫະສະວັດຂອງການພັດທະນາສໍາຫລັບ ສ ປປລາວ. ວຽງຈັນ. Griffiths, M., Dickin, K. and Favin, M., 1996. ການສົ່ງເສີມການເຕີບໃຫຍ່ຂອງເດັກ: ອັນໃດສາມາດເຮັດໄດ້. World Bank Nutrition Toolkit, Tool, 4. Mara, D., Lane, J., Scott, B., Trouba, D. (2010) Sanita- tion and Health. PLoS Med 7(11): e1000363. doi:10.1371/journal.pmed.1000363. Humphrey, Jean H. 2009. ການຂາດສານອາຫານໃນເດັກ, ພະຍາດລະບົບລະລາຍໃນປະເທດເຂດຮ້ອນ, ວິດຖ່າຍ, ແລະ ການລ້າງມື. The Lancet 374 (9694). Elsevier Ltd: 1032–35. doi:10.1016/S0140- 6736(09)60950-8. Jayarajan, P., V. Reddy, and M. Mohanram. 2013. ຜົນການບໍລິໂພກທາດຫວານຕໍ່ການຊືມຊັບທາດ Carotene ຈາກພືດສີຂຽວໃນເດັກ. Indian Journal of Medical Research 137 (5): 53–56. Kennedy, Gina L, Maria Regina Pedro, Chiara Seghieri, Guy Nantel, and Inge Brouwer. 2007. ຄວາມຫລາກຫລາຍໃນການບໍລິໂພກແມ່ນດັດສະນີໝາຍໜຶ່ງຂອງການໄດ້ຮັບຈຸລະສານອາຫານໃນການ ລ້ຽງລູກດ້ວນນົມແມ່ຢູ່ຟີລິບປີນ. The Journal of Nutrition 137 (2): 472–77. doi:137/2/472 [pii]. Kumar, Neha, Jody Harris, and Rahul Rawat. 2015. “ຖ້າລາວປູກ, ລາວຈະກິນຫລືປູກຫລືບໍ? ຫລັກ ຖານຈາກປະເທດຊໍາເບັຍທາງດ້ານຄວາມຫລາກຫລາຍດ້ານກະສິກໍາ ແລະ ສະພາບຂາດສານອາຫານໃນເດັກ” The Journal of Development Studies 51 (8): 1060–77. doi:10.1080/00220388.2015.1018901. The Lancet Maternal and Child Nutrition Series, June 2013 ກະຊວງສາທາລະນະສຸກແຫ່ງ ສປປ ລາວ. ປື້ມຄູ່ມືການດູແລກ່ອນເກີດ ແລະ ຫລັງເກີດl. Moursi, Mourad M, Mary Arimond, Kathryn G Dewey, Serge Trèche, Marie T Ruel, and Francis Delpeuch. 2008. ຄວາມຫລາກຫລາຍດ້ານໂພຊະນາການແມ່ນສັນຍາບົ່ງບອກທີ່ດີຂອງຄວາມເຂັ້ມ ຂົ້ນຂອງຈຸລະສານອາຫານໃນເດັກ 6-ຫາ-23-ເດືອນ ທີ່ ມາດາກາດສກາ 1–3. J. Nutr 138 (September): 2448–53. doi:10.3945/jn.108.093971. Phimmasone, K., Douangpoutha, I., Fauveau, V. and Pholsena, P., 1996. ສະພາບໂພສະນາການ ຂອງເດັກໃນ ສປປ ລາວ. Journal of tropical pediatrics,42(1), pp.5-11. ໂພຊະນາການໃນ ສປປ ລາວ: ສາເຫດ, ຕົວກໍານົດ ແລະ ສິ່ງກີດຂວາງ 53 Wendy Holmes, M.B., Damian Hoy BAppSc Physio, M.P.H., Anne Lockley, B.A., Dip, G., KhamphoThammavongxay, M.B., Bounnaphol, S., Anonh Xeuatvongsa, M.B. and Michael Toole, M.B., 2007. ຜົນສະທ້ອນຕໍ່ສະພາບໂພຊະນາການຂອງແມ່ ແລະ ເດັກໃນເຂດພູດອຍໃນເຂດພາກ ເໜືອຂອງ ສປປ ລາວ. Asia Pacific Journal of Clinical Nutrition, 16(3), p.537. Ruel, Marie T. 2003. “ແຫລ່ງອາຫານຈາກສັດເພື່ອປັບປຸງຈຸລະສານອາຫານ ແລະ ການເຄື່ອນໄຫວຂອງ ມະນຸດຂອງໂຄງການຄວບຄຸມການຂາດສານອາຫານໃນປະເທດທີ່ກໍາລັງພັດທະນາ: ອາດີດ, ປັດຈຸບັນ ແລະ ອະນາຄົດ.” Journal of Nutrition 133: 3911S – 3926S. Ruel, M.T., Alderman, H. and Maternal and Child Nutrition Study Group, 2013. ການດໍາເນີນໂຄງ ການໂພຊະນາການນອກຂະແໜງສາທາລະນະສຸກ: ຈະດໍາເນີນໃນຮູບແບໃດເພື່ອເຮັດໃຫ້ສະພາບໂພຊະນາ ການແມ່ ແລະ ເດັກມີການປັບປຸງໃຫ້ດີຂື້ນໄວກວ່າເກົ່າ?. The Lancet, 382(9891), pp.536-551. Else- vier Ltd: 536–51. doi:10.1016/S0140-6736(13)60843-0 Shively, Gerald, and Celeste Sununtnasuk. 2015. “ຄວາມຫລາກຫລາຍດ້ານກະສິກໍາ ແລະ ການຂາດ ສານອາຫານແບບຊໍາເຮື້ອທີປະເທດເນປານ.” The Journal of Development Studies 51 (8): 1078–96. doi:10.1080/00220388.2015.1018900. SUN, 2012. ຍຸດທະສາດການເປີດກວ້າງວຽກງານໂພຊະນາການ [2012-2015], September 2012. http://scalingupnutrition.org/wp-content/uploads/2012/10/SUN-MOVEMENT-STRATEGY- ENG.pdf Steyn, N P, J H Nel, G Nantel, G Kennedy, and D Labadarios. 2006. ອາຫານ ແລະ ຄະແນຄວາມ ຫລາກຫລາຍໃນການບໍລິໂພກອາຫານໃນເດັກ: ມັນແມ່ນດັດສະນີໝາຍທີ່ດີບໍເພື່ອສະແດງເຖິງຄວາມພຽງພໍ ຂອງອາຫານຫລືບໍ? Public Health Nutrition 9 (5): 644–50. doi:10.1079/PHN2005912. United Nations and World Bank, ເອກະສານຂອງປະເທດ – ສປປ ລາວ: ການເລັ່ງຄວາມກ້າວໜ້າຂອງ ວຽກງານໂພຊະນາການຂອງແມ່ ແລະ ເດັກ, ອົງການສະຫະປະຊາຊາດ ແລະ ທະນາຄານໂລກ, 2014. United Nations, 2013, ຮ່າງບົດສະເໜີສໍາລັບແຜນການຂະແໜງການອາຫານ ແລະ ການຄໍ້າປະກັນສະບຽງ ອາຫານ 2014-2020, December 2013. World Bank. 2013. ສປປ ລາວ: ສຸຂະພາບແມ່, ສຸຂະພາບເດັກ ແລະ ໂພຊະນາການ, ວຽງຈັນ, ທະນາຄານໂລກ. World Bank. 2013. ສຸຂະພາບແມ່ ແລະ ເດັກ ແລະ ໂພສະນາການຢູ່ ສປປ ລາວ: ຫລັກຖານຈາກການສໍາ ຫລວດຄົວເຮືອນໃນ 6 ແຂວງ, ທະນາຄານໂລກ. World Bank.2014. ສະພາບຄວາມທຸກຍາກໃນ ສປປ ລາວ: ບົດລາຍງານຄວາມຍາກຈົນຈາກການສໍາຫລວດ ການໃຊ້ຈ່າຍຄົວເຮືອນປີ 2012-3, World Bank, 2014. World Bank. 2015. ການສໍາຫຼວດສະພາບພະນັກງານສາທາລະນະສຸກຂອງ ສປປ ລາວ: ສີ່ງທີ່ພົບເຫັນຈາກ ການສໍາຫລວດຕົວແທນສຸກສາລາໃນທົ່ວປະເທດ ແລະ ການສໍາຫລວດພະນັກງານສາທາລະນະສຸກ. Vienti- ane: World Bank. 54 ໂພຊະນາການໃນ ສປປ ລາວ: ສາເຫດ, ຕົວກໍານົດ ແລະ ສິ່ງກີດຂວາງ World Bank. 2015. ການໃຊ້ຈ່າຍພາກລັດຂອງຂະແໜງສາທາລະນະສຸກຢູ່ ສປປ ລາວ: ທ່າອຽງລວມ ແລະ ສີ່ງທີ່ພົບເຫັນຈາກການສໍາຫລວດສຸກສາລາ. Vientiane: World Bank. World Health Organization. 2014. ການທົບທວນລະບົບສາທາລະນະສຸກຂອງ ສປປ ລາວ (Health Sys- tems in Transition, Vol.4 No. 1 2014). Geneva: WHO. WHO/UNICEF/UNFPA/World Bank (2014). ທ່າອຽງການຕານຕາຍຂອງແມ່: 1990 ເຖິງ 2013. ການຄາດຄະເນຂອງ WHO, UNICEF, UNFPA, The World Bank and the United Nations Popula- tion Division. Yamauchi, C., 2012. ສຸຂະພາບເດັກ ແລະ ການສະໜອງແຮງງານຂອງຜູ້ປົກຄອງ, 88(281), pp.195- 213. DOI: 10.1111/j.1475-4932.2012.00794.x. ໂພຊະນາການໃນ ສປປ ລາວ: ສາເຫດ, ຕົວກໍານົດ ແລະ ສິ່ງກີດຂວາງ 55 Annex: Additional Tables ​ ານ​ ຕາຕະລາງ 13. ຜົນກ ຢ້ອນ​ ສຶກສາ​ ຂອງ ການຂາດສານອາຫານແບບເຕ້ຍ ສຳລັບ​ ຫລັງ​ ເດືອນ ເດັກ 6 ຫາ 59 ​ (1) (5) Est. method= Regress Dprobit Sample= Dep var= HAZ Stunted 1<=DDS7<=2 0.535*** -0.165*** (0.155) (0.0581) DDS7>=3 0.703*** -0.217*** (0.165) (0.0588) Breast fed now -0.416*** 0.0837** (0.115) (0.0368) Mother’s weight(kg) 0.0102** -0.00273 (0.00463) (0.00225) Mother’s height(cm) 0.0499*** -0.0202*** (0.00588) (0.00255) Mother’s age at pregnancy<=16 -0.268** 0.102** (0.115) (0.0461) Mother’s education completed 0.196*** -0.0528** (0.0672) (0.0259) Age in month for kids -0.308*** 0.136*** (0.0593) (0.0249) Age squared 0.0113*** -0.00610*** (0.00368) (0.00157) age^3 -0.000188** 0.000121*** (8.84e-05) (3.85e-05) age^4 1.15e-06 -8.73e-07*** (7.21e-07) (3.18e-07) Boy -0.163*** 0.0863*** (0.0545) (0.0202) Prenatal visit 1-3 -0.0500 0.0143 (0.0725) (0.0296) Prenatal visit 4- -0.00369 0.00587 (0.0797) (0.0360) Asset index 0.0650* -0.0590*** (0.0362) (0.0166) ethnicity==Mon-Khmer -0.0752 0.0311 (0.0628) (0.0234) ethnicity==Hmong-Mien -0.288* 0.141** (0.152) (0.0592) ethnicity==Others -0.256*** 0.0762 (0.0916) (0.0947) Number of children age 0-4yr -0.0425 0.0316* (0.0468) (0.0162) Village-level toilet coverage 0.336*** -0.115** (0.112) (0.0456) Safe/improved water source 0.149** -0.0498** (0.0669) (0.0234) Constant -7.403*** (0.927) Observations 3,043 3,043 R-squared 0.203 Equality of 1<=DDS7<=2 & DDS7>=3 F( 1, 205) =3.93 chi2( 1) =5.18 Prob > F =0.05 Prob > chi2 =0.02 56 ໂພຊະນາການໃນ ສປປ ລາວ: ສາເຫດ, ຕົວກໍານົດ ແລະ ສິ່ງກີດຂວາງ ​ ານ​ ຕາຕະລາງ 14. ຜົນກ ຢ້ອນ​ ສຶກສາ​ ຂອງ ການຂາດສານອາຫານແບບເຕ້ຍ ສຳລັບ​ ຫລັງ​ ເດືອນ ເດັກ 6 ຫາ 23 ​ (1) (5) Est. method= Regress Dprobit Dep var= HAZ Stunted 1<=DDS7<=2 0.472*** -0.129** (0.143) (0.0566) DDS7>=3 0.585*** -0.165*** (0.159) (0.0594) Breast fed now -0.118 0.0611 (0.135) (0.0424) Mother’s weight(kg) 0.0142** -0.00509 (0.00568) (0.00311) Mother’s height(cm) 0.0473*** -0.0197*** (0.00722) (0.00316) Mother’s age at pregnancy<=16 -0.348** 0.166** (0.162) (0.0692) Mother’s education completed 0.206** -0.0541* (0.0795) (0.0313) Age in month for kids -0.116*** 0.0347*** (0.00945) (0.00310) Boy -0.159** 0.0841*** (0.0658) (0.0268) Prenatal visit 1-3 -0.0552 0.00134 (0.0802) (0.0374) Prenatal visit 4- 0.0330 -0.0444 (0.0942) (0.0390) Vitamin A taken for the last child 0.318*** -0.105*** (0.0822) (0.0295) Num avoided protein(meat, fish or eggs) during pregrancy 0.0138 0.0198 (0.0857) (0.0311) Num of avoided protein(meat, fish or eggs) after giving birth -0.00278 -0.0160 (0.0284) (0.0100) Asset index 0.0267 -0.0392** (0.0380) (0.0175) ethnicity==Mon-Khmer -0.0670 0.0162 (0.0847) (0.0295) ethnicity==Hmong-Mien -0.0931 0.0619 (0.231) (0.102) ethnicity==Others -0.312 0.0658 (0.265) (0.100) #child age 0-4yr -0.206*** 0.0781*** (0.0495) (0.0218) Village-level toilet coverage 0.472*** -0.160*** (0.150) (0.0538) Safe/improved water source 0.127 -0.0355 (0.0783) (0.0320) Constant -8.263*** (1.072) Observations 1,808 1,808 R-squared 0.253 0.1751 Equality of 1<=DDS7<=2 & DDS7>=3 F(1, 205)= 4.90 chi2( 1) = 3.30 Prob > F=0.03 Prob > chi2 =0.07 ໂພຊະນາການໃນ ສປປ ລາວ: ສາເຫດ, ຕົວກໍານົດ ແລະ ສິ່ງກີດຂວາງ 57 ກໍານົດຂ ຕາຕະລາງ 15. ຕົວ​ ອາຫານ​ ​ ອງ​ ໃນ​ ຄົວ​ ເຮືອນ ​ ຜະລິດກ ແລະ ການ​ ​ ະສິກໍາ Est. method= Ordered Probit Sample= All households Dep var= HH Dietary diversity score(1-12) Agric. production diversity score(0-7) 0.0232 (0.0192) Crop diversity score(0-4) 0.0474 (0.0318) Livestock diversity score(0-3) 0.00948 (0.0266) Num of crops grow (food) 0.0525*** (0.0117) Num of livestock 0.0133 (0.0184) Highest level and class completed =Primary 0.189*** 0.188*** 0.193*** 0.183*** 0.192*** (0.0575) (0.0577) (0.0578) (0.0574) (0.0578) Highest level and class completed =Lower secondary 0.312*** 0.308*** 0.316*** 0.309*** 0.315*** (0.0864) (0.0871) (0.0865) (0.0873) (0.0864) Highest level and class completed =Upper secondary 0.416*** 0.418*** 0.416*** 0.420*** 0.416*** (0.0981) (0.0983) (0.0976) (0.0990) (0.0975) Highest level and class completed =Post-secondary and higher 0.322*** 0.319*** 0.326*** 0.313*** 0.326*** (0.0998) (0.100) (0.101) (0.0984) (0.101) Age 0.00695*** 0.00712*** 0.00715*** 0.00701*** 0.00707*** (0.00193) (0.00190) (0.00192) (0.00194) (0.00192) Asset index2(inc. water, toilet) 0.310*** 0.310*** 0.309*** 0.312*** 0.308*** (0.0329) (0.0328) (0.0328) (0.0332) (0.0329) Household size 0.0276* 0.0288* 0.0294* 0.0225 0.0280* (0.0158) (0.0155) (0.0158) (0.0158) (0.0159) #child age 0-14yr -0.0770*** -0.0774*** -0.0777*** -0.0752*** -0.0765*** (0.0227) (0.0226) (0.0227) (0.0229) (0.0228) Log(agricultural land area +1) 0.00445 0.00459 0.00558 0.00101 0.00525 (0.00673) (0.00668) (0.00656) (0.00689) (0.00654) Log(irrigated land area +1) 0.0113 0.0119 0.0108 0.0142 0.0108 (0.0155) (0.0156) (0.0154) (0.0155) (0.0154) Constant cut1 -2.558*** -2.519*** -2.615*** -2.433*** -2.615*** (0.176) (0.182) (0.165) (0.167) (0.165) Constant cut2 -1.212*** -1.173*** -1.270*** -1.084*** -1.269*** (0.118) (0.124) (0.106) (0.110) (0.106) Constant cut3 -0.171 -0.132 -0.230** -0.0391 -0.228** (0.120) (0.126) (0.107) (0.111) (0.107) Constant cut4 0.600*** 0.637*** 0.541*** 0.734*** 0.542*** (0.121) (0.125) (0.107) (0.111) (0.106) Constant cut5 1.197*** 1.235*** 1.138*** 1.338*** 1.139*** (0.123) (0.125) (0.108) (0.110) (0.107) Constant cut6 1.669*** 1.708*** 1.609*** 1.818*** 1.610*** (0.117) (0.121) (0.105) (0.107) (0.104) Constant cut7 2.086*** 2.126*** 2.025*** 2.243*** 2.027*** (0.119) (0.126) (0.104) (0.109) (0.104) Constant cut8 2.541*** 2.582*** 2.480*** 2.704*** 2.482*** (0.128) (0.135) (0.112) (0.120) (0.111) Constant cut9 3.116*** 3.156*** 3.056*** 3.280*** 3.057*** (0.156) (0.166) (0.144) (0.161) (0.143) Constant cut10 3.669*** 3.709*** 3.609*** 3.829*** 3.611*** (0.204) (0.213) (0.201) (0.205) (0.201) Constant cut11 4.089*** 4.129*** 4.029*** 4.250*** 4.030*** (0.241) (0.243) (0.241) (0.237) (0.242) Observations 2,927 2,927 2,927 2,927 2,927 Robust standard errors in parentheses. *** p<0.01, ** p<0.05, * p<0.1 58 ໂພຊະນາການໃນ ສປປ ລາວ: ສາເຫດ, ຕົວກໍານົດ ແລະ ສິ່ງກີດຂວາງ ກໍານົດຂ ຕາຕະລາງ 16. ຕົວ​ ​ ອງ​ ອາຫານ​ ໃນ​ ເດັກ ​ ຜະລິດກ ແລະ ການ​ ​ ະສິກໍາ Est. method= (1) (2) (3) (4) (5) Sample= Ordered probit Dep var= 6-23 month olds Ind. dietary diversity score(1-7) Agric. production diversity score(0-7) -0.0236 (0.0186) Crop diversity score(0-4) -0.0409 (0.0305) Livestock diversity score(0-3) -0.0174 (0.0258) Num of crops grow (food) 0.00820 (0.0121) Num of livestock -0.00831 (0.0173) Constant -1.972** -1.962** -2.071** -2.145** -2.090** (0.845) (0.853) (0.850) (0.855) (0.854) Observations 3,276 3,276 3,276 3,276 3,276 Other explanatory variables used in stunting regressions are not shown. Robust standard errors in parentheses. *** p<0.01, ** p<0.05, * p<0.1 Est. method= (6) (7) (8) (9) (10) Sample= Ordered probit Dep var= 6-23 month olds Ind. dietary diversity score(1-7) Agric. production diversity score(0-7) -0.0261 (0.0193) Crop diversity score(0-4) -0.0403 (0.0319) Livestock diversity score(0-3) -0.0237 (0.0299) Num of crops grow (food) 0.0152 (0.0132) Num of livestock -0.0139 (0.0203) Constant 0.581 0.560 0.460 0.286 0.420 (1.060) (1.072) (1.071) (1.077) (1.080) Observations 1,861 1,861 1,861 1,861 1,861 Other explanatory variables used in Table XXX are not shown. Robust standard errors in parentheses. *** p<0.01, ** p<0.05, * p<0.1 ຫ້ອງການ ທະນາຄານ ໂລກ ປະຈຳ ສ ປ ປ ລາວ ປະຕູໄຊ, ຖະໜົນ ເນຣູ ຕູ້ໄປສະນີ 345 ນະຄອນຫຼວງວຽງຈັນ, ສປປ ລາວ ໂທ: (856-21) 266 200 ແຟັກ: (856-21) 266 299 www.worldbank.org/lao ທະນາຄານ ໂລກ 1818 ຖະໜົນ H, NW ວໍຊິງຕັນ ດີຊີ 20433, ສະຫະລັດອາເມລິກາ ໂທ: (202) 473 1000 ແຟັກ: (202) 477 6391 www.worldbank.org